ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ຂອງ 3 ​ແຂວງ​ ຢູ່ ໄຕງວຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ

19:08 | 03/12/2021

ຍສໝ - ທ່ານ​ຮອງລັດ​ຖະ​ມົນ​ຕີ ຫງວຽນ​ມິງຫວູ ແລະ​ ການ​ນຳ​ຫຼັກ​ແຫຼ່ງ​ຂອງ 3 ແຂວງ ກອນຕູມ, ຢາລາຍ ແລະ ດັກລັກ ໄດ້​ປຶກ​ສາ​ຫາ​ລື​ກ່ຽວກັບຈຸດ​ສຸມ​ວຽກງານ​ການ​ຕ່າງ​ປະ​ເທດ ເພື່ອ​ຊຸກ​ຍູ້​ການ​ທູດ​​ເສດ​ຖະ​ກິດ, ການ​ທູດ​ວັດ​ທະ​ນະ​ທຳ, ການ​ຕ່າງປະເທດປະ​ຊາ​ຊົນ​ກັບ​ບັນ​ດາ​ແຂວງ, ນະ​ຄອນ ແລະ​ ຄູ່​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ​ ແລ ະ​ເອີ​ຣົບ…

ນັກ​ກິ​ລາ Taekwondo ເຈົາ​ຕວຽດ​ເວິນ ແມ່ນ​ໜຶ່ງ ໃນ​ຈຳ​ນວນ “ທູດ​ກິ​ລາ​ຍິງ ອາ​ຊຽນ” 10 ຄົນ ນັກ​ກິ​ລາ Taekwondo ເຈົາ​ຕວຽດ​ເວິນ ແມ່ນ​ໜຶ່ງ ໃນ​ຈຳ​ນວນ “ທູດ​ກິ​ລາ​ຍິງ ອາ​ຊຽນ” 10 ຄົນ
ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ
ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ຂອງ 3 ​ແຂວງ​ ຢູ່ ໄຕງວຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ
ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ຂອງ 3 ​ແຂວງ​ ຢູ່ ໄຕ ງວຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ. ພາບ: TTXVN

ແຕ່​ວັນ​ທີ 28 ພະຈິກ​ຫາ​ວັນ​ທີ 2 ທັນວາ 2021, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ - ປະທານ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ຫງວຽນ​ມີງຫວູ ໄດ້ນຳ​ໜ້າ​ຄະນະ​ປະຕິບັດງານສະເພາະກິດ​ໄປ​ເຮັດ​ວຽກ​ຢູ່ 3 ​ແຂວງ ກອນ​ຕູມ, ຢາ​ລາຍ ​ແລະ ດັກ​ລັກ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ມີງ​ຫວູ ​ແລະ ການ​ນຳ​ຫຼັກແຫຼ່ງ​ຂອງ 3 ​ແຂວງ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຈຸດ​ສຸມວຽກ​ງານ​ການ​ຕ່າງປະ​ເທດ​, ​ເພື່ອ​ແນ​ໃສ່​ຊຸກຍູ້​​ການ​ທູດ​​ເສດຖະກິດ, ການ​ທູດ​ວັດທະນະທຳ, ການ​ຕ່າງປະເທດປະຊາຊົນ​ກັບ​ບັນດາ​ແຂວງ, ນະຄອນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ການ​ຕ່າງປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອາຊີ​ຕາ​ເວັນ​ອອກ​ສ່ຽງເໜືອ ແລະ ​ເອີ​ລົບ ທີ່ມີ​ທ່າ​ແຮງ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​ແຕ່ລະ​ທ້ອງ​ຖິ່ນ; ຢືນຢັນ​ ກະຊວງ​ການ​ຕ່າງປະ​ເທດ​ຍາມໃດກໍ່ຈະ​ໜູນ​ຊ່ວຍ​ແຂວງ​ໃນ​ການ​ບຳລຸງ​ສ້າງພະນັກງານທີ່ເຮັດວຽກກ່ຽວກັບ​ການ​ຕ່າງປະ​ເທດ​, ທັງ​ວິຊາ​ສະ​ເພາະ ​ແລະ ພາສາ​ຕ່າງປະ​ເທດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່.

​ໃນ​ຂອບ​ເຂດ​ການປະຕິບັດງານ, ຄະນະ​​ໄດ້​ສຳຫຼວດພູມສາດຕົວຈິງ, ຢ້ຽມຢາມ​ປ້ອມທະຫານຊາຍ​ແດນ​ນບາງແຫ່ງ, ​ເຮັດ​ວຽກ​ກັບ​ການ​ນຳຫຼັກແຫຼ່ງຂອງ 3 ​ແຂວງ​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ​ທາງ​ບົກ ​ແລະ ການ​ຕ່າງປະ​ເທດ​ທ້ອງ​ຖິ່ນ.

ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ, ​ໃນ​ໄລຍະ​ສຳ​ຫຼວດ ​ແລະ ​ແລກປ່ຽນ, ຄະນະ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ບັນດາ​ແຂວງ​ກ່ຽວ​ກັບ​ສະພາບ​ການ ​ແລະ ໝາກຜົນ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ, ບັນດາຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ​ແລະ ທິດ​ທາງ​ວຽກ​ງານ​ທ້ອງ​ຖິ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ມີງຫວູ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ ກໍ່​ຄື​ບັນດາກຳ​ລັງ​ຢູ່​ຊາຍ​ແດນ; ແບ່ງປັນ​ຄວາມ​ຫຍຸ້ງຍາກ​ ກັບບັນດາ​ແຂວງ​ໃນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ, ພິ​ເສດ​ແມ່ນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ທີ່​ສັບສົນ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ມີງ​ຫວູ ​ແລະ ການ​ນຳຫຼັກແຫຼ່ງບັນດາ​ທ້ອງ​ຖິ່ນ​​ໄດ້​ແລກປ່ຽນ, ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​​ທິດ​ທາງໃນ​ການ​ປະຕິບັດວຽກງານ​ຊາຍ​ແດນ​ຈໍານວນໜຶ່ງ​ຂອງ​ແຕ່ລະ​ແຂວງ; ພ້ອມ​ກັນ​ນັ້ນກໍ່ໄດ້​ເນັ້ນ​ໜັກ​ວ່າ ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຍາມໃດກໍ່ຮ່ວມເດີນທາງ​ກັບ​ທ້ອງ​ຖິ່ນໃນ​ພາລະກິດ​ສ້າງສາ​ເຂດ​ຊາຍ​ແດນ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

ໄຊພອນ

ເຫດການ
302 Found

Found

The document has moved here.