ສະມາຄົມຄົນຮ່ວມຖິ່ນຖານແຂວງ ບັກຢາງ ໃນສາທາລະນະລັດເຊັກ ມຸ່ງໄປສູ່ເຂດທີ່ມີການແຜ່ລະບາດພະຍາດຂອງແຂວງບັກຢາງ

07:26 | 07/06/2021

ຍສໝ - ຫວ່າງແລ້ວນີ້, ຄະນະກຳມະການປະສົມແຂວງບັກຢາງ ຢູ່ສາທາລະນະລັດເຊັກ ໄດ້ບໍລິຈາກເຂົ້າສານ 10 ໂຕນມີມູນຄ່າ 150.000.000 ດົງ, ໃຫ້ແກ່ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງບັກຢາງ ເພື່ອໜູນຊ່ວຍປະຊາຊົນແຂວງບັກຢາງ ໃນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດ COVID-19.

ບັນດາທ້ອງຖິ່ນໜູນຊ່ວຍແຂວງບັກຢາງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ບັນດາທ້ອງຖິ່ນໜູນຊ່ວຍແຂວງບັກຢາງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາເຜົ່າສ່ວນໜ້ອຍ ແຂວງບັກຢາງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາເຜົ່າສ່ວນໜ້ອຍ ແຂວງບັກຢາງ

ແບ່ງປັນກັບວາລະສານຍຸກສະໄໝ, ທ່ານເຢື່ອງວັນລ້ວນ - ປະທານສະມາຄົມມິດຕະພາບຫວຽດນາມ - ເຊັກ - ສະໂລວາເກຍ ຢູ່ແຂວງບັກຢາງ, ຜູ້ຕາງໜ້າຮ່ວມຖິ່ນຖານແຂວງ ບັກຢາງ ໃນປະເທດສາທາລະນະລັດເຊັກ ໃຫ້ຮູ້ວ່າ, ຈຳນວນເຂົ້າສານໃນການສະໜັບສະໜູນນີ້ ແມ່ນສະແດງໃຫ້ເຫັນຄວາມເປັນຫ່ວງ, ແບ່ງປັນ ແລະ ນ້ຳໃຈຢ່າວຈິງໃຈຂອງປະຊາຊົນແຂວງບັກຢາງ ທີ່ອາໄສຢູ່ໃນສາທາລະນະລັດເຊັກໂກ ໄດ້ໄປສູ່ບ້ານເກີດຂອງພວກເຂົາ - ເຊິ່ງໄດ້ຮັບຜົນກະທົບຫຼາຍຢ່າງ ຍ້ອນການລະບາດຂອງພະຍາດ COVID-19.

ສະມາຄົມຄົນຮ່ວມຖິ່ນຖານແຂວງ ບັກຢາງ ໃນສາທາລະນະລັດເຊັກ ມຸ່ງໄປສູ່ເຂດທີ່ມີການແຜ່ລະບາດພະຍາດຂອງແຂວງບັກຢາງ

ສະມາຄົມຄົນຮ່ວມຖິ່ນຖານແຂວງ ບັກຢາງ ໃນສາທາລະນະລັດເຊັກ ມຸ່ງໄປສູ່ເຂດທີ່ມີການແຜ່ລະບາດພະຍາດຂອງແຂວງບັກຢາງ. (ພາບ: TTXVN)

ເພາະສະນັ້ນ, ເຖິງວ່າຈະມີອາກາດຮ້ອນ, ແຕ່ຜູ້ຕາງໜ້າຂອງສະມາຄົມຄົນຮ່ວມຖິ່ນຖານແຂວງ ບັກຢາງ ໃນປະເທດສາທາລະນະລັດເຊັກ ບໍ່ມີຄວາມລັ່ງເລໃຈ, ໄດ້ນນໍາເອົາເຂົ້າໄປຍັງບັນດາເມືອງ, ຄື: ຫ້ຽບຫ່ວາ, ອ່ຽນຢູງ, ເຕີນອຽນ, ຫວຽດອຽນ ແລະ ຕົວເມືອງບັກຢາງ, ແຕ່ລະທ້ອງຖິ່ນ 02 ໂຕນເຂົ້າສານ.

“ນອກຈາກກິດຈະກຳເພື່ອສະໜັບສະໜູນ ສິ່ງທີ່ຈຳເປັນສຳລັບບັນດາເຂດທີ່ຖືກລະບາດພະຍາດ COVID-19 ໃນແຂວງບັກຢາງ, ຫວ່າງມໍ່ໆມານີ້, ຄະນະກຳມະການສະມາຄົມຄົນຮ່ວມຖິ່ນຖານແຂວງ ບັກຢາງ ໃນສາທາລະນະລັດເຊັກ ຍັງໄດ້ເປີດການບໍລິຈາກ ເພື່ອສະໜັບສະໜູນກອງທຶນວັກຊີນປ້ອງກັນ ແລະ ຕ້ານ COVID-19 ຂອງແຂວງບັກຢາງ, ຮ່ວມມືກັບປະຊາຊົນແຂວງບັກຢາງ ເພື່ອປ້ອງກັນ, ຄວບຄຸມ ແລະ ຕ້ານ COVID-19.

ຕອບສະໜອງຕາມການຮຽກຮ້ອງ, ບັນດາສະມາຊິກສະມາຄົມຄົນຮ່ວມຖິ່ນຖານແຂວງ ບັກຢາງ ໃນສາທາລະນະລັດເຊັກ, ສະມາຄົມຊາວຫວຽດນາມຢູ່ປະເທດເຊັກໂກ ແລະ ບັນດານັກອຸປະຖຳ ໄດ້ສະໝັກໃຈບໍລິຈາກເງິນເປັນຈຳນວນຫຼາຍກ່ວາ 20.000.000 ດົ່ງ. ຈຳນວນເງິນດັ່ງກ່າວຈະໄດ້ໂອນເຂົ້າຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມໂດຍໄວ ເພື່ອສະໜັບສະໜູນກອງທຶນສັກຢາວັກຊິນປ້ອງກັນ ແລະ ຕ້ານ COVID-19 ຂອງແຂວງບັກຢາງ.” ທ່ານເຢື່ອງວັນລ້ວນ ໄດ້ກ່າວວ່າ.

ໃນສອງສາມມື້ຜ່ານມາ, ແຂວງບັກຢາງ ກໍ່ໄດ້ກາຍເປັນ "ຈຸດຮ້ອນ" ທີ່ແທ້ຈິງ ໃນການຕໍ່ສູ້ກັບພະຍາດ COVID-19. ການລະບາດນີ້ ໄດ້ເກີດຂື້ນໃນເຂດອຸດສາຫະກຳໃຫຍ່ທີ່ມີກຳ ມະກອນຫຼາຍຮ້ອຍພັນຄົນເຂົ້າຮ່ວມ, ເຮັດໃຫ້ສະພາບການການລະບາດຜັນແປຢ່າງສັບສົນ.

ເບິ່ງແຍງແລະມອບຂອງຂວັນໃຫ້ແກ່ເດັກນ້ອຍໃນເຂດແຍກຕົວ Covid-19 ໃນວັນເດັກນ້ອຍສາກົນ ເບິ່ງແຍງແລະມອບຂອງຂວັນໃຫ້ແກ່ເດັກນ້ອຍໃນເຂດແຍກຕົວ Covid-19 ໃນວັນເດັກນ້ອຍສາກົນ

ຍສໝ - ເນື່ອງຈາກການລະບາດຂອງ COVID-19, ເດັກນ້ອຍທີ່ເປັນກໍລະນີ F1 ຫຼາຍຮ້ອຍຄົນຕ້ອງເຂົ້າໄປຢູ່ເຂດແຍກຕົວລວມໝູ່ ແລະ ເດັກນ້ອຍຫຼາຍພັນຄົນຢູ່ໃນເຂດຫ້າມເຂົ້າອອກ. ເພື່ອໃຫ້ເດັກນ້ອຍໄດ້ມີຄວາມສຸກໃນວັນເດັກນ້ອຍສາກົນ, ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນຂອງບັນດາແຂວງໃນທົ່ວປະເທດໄດ້ມີກິດຈະກຳແທດຈິງຫຼາຍຢ່າງເພື່ອໃຫ້ກໍາລັງໃຈເດັກນ້ອຍໃຫ້ມີຄວາມອຸ່ນອ່ຽນໃຈເພື່ອປະຕິບັດການແຍກຕົວ,ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເອົາຊະນະໂລກລະບາດ ໂຄວິດ-19, ໄດ້ກັບເມືອຫາຄອບຄົວໂດຍໄວ.

ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden

ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍຄຳໝັ້ນສັນຍາຂອງສະຫະລັດອາເມລິກາ ໃນການປະກອບສ່ວນເພີ່ມເຕີມຢາວັກແຊງປ້ອງກັນພະຍາດ ໂຄວິດ - 19 ຈຳນວນ 80 ລ້ານປະລິມານ ໃຫ້ແກ່ປະຊາຄົມໂລກ ໃນສະຖານະການການຜັນແປທີ່ສັບສົນຂອງການລະບາດຂອງພະຍາດ ໂຄວິດ - 19.

ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19 ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19

ຍສໝ - ກອງປະຊຸມສະມັດຊາໃຫຍ່ IPU-142 ໄດ້ປຶກສາຫາລືຫຼາຍບັນຫາສຳຄັນຂອງລັດຖະສະພາ, ສະເໜີ ວິທີການແກ້ໄຂ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືສາກົນເພື່ອເປັນການຕອບໂຕ້ກັບການປ້ອງກັນພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.