ເພີ່ມທະວີການນໍາໃຊ້ວິທະຍາສາດ, ເຕັກໂນໂລຢີໃນການພັດທະນາທະເລ, ໝູ່ເກາະແບບຍືນຍົງ

14:00 | 02/06/2022

ຍສໝ - ທ່ານ ເລມິງເງິນ ໃຫ້ຮູ້ວ່າ ໃນໄລຍະ 2011-2021, ສໍາລັບຂົງເຂດທະເລ ແລະ ໝູ່ເກາະ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ປະຕິບັດບັນດາໜ້າທີ່, ຫົວຂໍ້, ໂຄງການວິທະຍາສາດ ແລະ ເຕັກໂນໂລຢີທຸກຂັ້ນ, ປະກອບສ່ວນສໍາຄັນເພື່ອ ຮັບໃຊ້ວຽກງານຄຸ້ມຄອງສັງລວມທະເລ ແລະ ໝູ່ເກາະ.

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ
ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ວັນທີ 31 ພຶດສະພາ, ທີ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາສະຫຼຸບການເຄື່ອນ ໄຫວດ້ານວິທະຍາສາດ ແລະ ເຕັກໂນໂລຢີ ໄລຍະ 2011-2021 ແລະ ກໍານົດທິດເຖິງປີ 2030 ໃນຂົງເຂດທະເລ ແລະ ໝູ່ເກາະ.

ເພີ່ມທະວີການນໍາໃຊ້ວິທະຍາສາດ, ເຕັກໂນໂລຢີໃນການພັດທະນາທະເລ, ໝູ່ເກາະແບບຍືນຍົງ
ເພີ່ມທະວີການນໍາໃຊ້ວິທະຍາສາດ, ເຕັກໂນໂລຢີໃນການພັດທະນາທະເລ, ໝູ່ເກາະແບບຍືນຍົງ. ພາບປະກອບ: TTXVN

ທ່ານ ເລມິງເງິນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ໃນໄລຍະ 2011-2021, ສໍາລັບຂົງເຂດທະເລ ແລະ ໝູ່ເກາະ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ປະຕິບັດບັນດາໜ້າທີ່, ຫົວຂໍ້, ໂຄງການວິທະຍາສາດ ແລະ ເຕັກໂນໂລຢີທຸກຂັ້ນ, ປະກອບສ່ວນສໍາຄັນເພື່ອ ຮັບໃຊ້ວຽກງານຄຸ້ມຄອງສັງລວມທະເລ ແລະ ໝູ່ເກາະ.

ຕາມທ່ານ ເລມິງເງິນ ແລ້ວ, ການກໍານົດທິດຮອດປີ 2030,​ ເນື້ອໃນກ່ຽວກັບ ວິທະຍາສາດ ແລະ ເຕັກໂນໂລຢີໃນຂົງເຂດທະເລ ແລະ ໝູ່ເກາະຈະສືບຕໍ່ ຄົ້ນຄວ້າ, ສະໜອງຂໍ້ໂຕ້ຖຽງວິທະຍາສາດເພື່ອປະຕິບັດສໍາເລັດ ແລະ ຜັນ ຂະຫຍາຍກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມ ຄອງສັງລວມທະເລ ແລະ ໝູ່ເກາະຢ່າງມີປະສິດທິຜົນ; ຄົ້ນຄວ້າ, ສະເໜີແນະບັນດາເຄື່ອງມື, ຮູບການຄຸ້ມຄອງໃໝ່ເພື່ອຂຸດຄົ້ນຢ່າງມີປະສິດທິຜົນ, ປະຢັດ, ໝັ້ນຄົງສຳລັບບັນດາແຫຼ່ງຊັບພະຍາກອນທະເລປະສານສົມທົບກັບການປົກ ປັກຮັກສາອະທິປະໄຕທະເລ, ໝູ່ເກາະແຫ່ງຊາດ.

ບູນມີ

ເຫດການ
302 Found

Found

The document has moved here.