10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022

09:44 | 02/06/2022

ຍສໝ - ເຫດການ​ໂດຍ​ສະມາຄົມ​ນໍ້ານົມ​ຫວຽດນາມ (VDA) ​ເປັນ​ປະທານ ​ແລະ ສົມທົບ​ກັບ​ບໍລິສັດ​ຫຸ້ນ​ສ່ວນຕະຫຼາດນັດ​ງານວາງສະ​ແດງ ​ແລະ ​ໂຄສະນາ​ຫວຽດນາມ (VIETFAIR) ຈັດຕັ້ງ 2 ປີ/1 ຄັ້ງ.

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022

ງານ​ວາງສະ​ແດງ​ສິນຄ້ານໍ້າ​ນົມ ​ແລະ​ ຜະລິດຕະພັນຈາກນໍ້ານົມ ​ຄັ້ງ​ທີ 3 ຢູ່​ຫວຽດນາມ - VIETNAM DAIRY 2022 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 31 ພຶດສະພາ ​ແລະ ແກ່​ຍາວ​ຮອດ​ວັນ​ທີ 4 ມິຖຸນາ 2022 ຢູ່​ຫໍ​ວັດທະນະທຳ​ມິດຕະພາບ, ເຮືອນເລກທີ 91 ​ເຈີ່ນຮືງ​ດ້າວ, ຮ່າ​ໂນ້ຍ. ເຫດການ​ໂດຍ​ສະມາຄົມ​ນໍ້ານົມ​ຫວຽດນາມ (VDA) ​ເປັນ​ປະທານ ​ແລະ ສົມທົບ​ກັບ​ບໍລິສັດ​ຫຸ້ນ​ສ່ວນຕະຫຼາດນັດ​ງານວາງສະ​ແດງ ​ແລະ ​ໂຄສະນາ​ຫວຽດນາມ (VIETFAIR) ຈັດຕັ້ງ 2 ປີ/1 ຄັ້ງ.

10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022
10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022. ພາບ: tuoitrethudo.com.vn

VIETNAM DAIRY 2022 ໄດ້​ເຕົ້າ​ໂຮມ 200 ຮ້ານ​ຄ້າຂອງ 50 ຫົວໜ່ວຍ​ທີ່​ມາ​ຈາກ 10 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ. ງານ​ວາງ​ສະ​ແດງ​ ແລະ​ ແນະ​ນຳ: ນ້ຳ​ນົມ ​ແລະ ​ຜະ​ລິດ​ຕະ​ພັນຈາກນໍ້າ​ນົມ, ວັດ​ຖຸ​ດິບທີ່​ໃຊ້​ໃນຂະແໜງ​ອຸດ​ສາ​ຫະ​ກຳ​ນໍ້ານົມ; ເຕັກໂນໂລຢີປຸງແຕ່ງ ແລະ ອຸປະກອນການຫຸ້ມຫໍ່ໃນການປຸງແຕ່ງ ນໍ້ານົມ; ສາຍພັນງົວນົມ; ອາຫານສັດ, ຢາສັດຕະວະແພດສຳລັບງົວນົມ…

​ເຂົ້າ​ຮ່ວມ VIETNAM DAIRY 2022 ​ແມ່ນ​ບັນດາເຄື່ອງໝາຍການຄ້າ​ທີ່​ມີ​ຊື່​ສຽງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຄື: Vinamilk, Nestle, Nutifood, Abbott, Vinasoy, Aiwado... ​ແລະ ບັນດາເຄື່ອງໝາຍການຄ້າ​ສາກົນ​ທີ່​ຕາງໜ້າ​ໃຫ້​ຂະແໜງນໍ້າ​ນົມ​ຂອງ​ບັນດາ​ປະ​ເທດ​ຄື: ນິວຊີ​ແລນ, ຝະລັ່ງ, ສາທາລະນະ​ລັດ​ເຊັກ…

​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ VIETNAM DAIRY 2022, ວັນ​ທີ 1 ມິຖຸນາ, ຄະນະ​ຈັດ​ຕັ້ງ ​ແລະ ບໍລິສັດ​ຫຸ້ນ​ສ່ວນນໍ້າ​ນົມ​ຫວຽດນາມ - Vinamilk ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງາມມິດຕິງ​ສະ​ເຫຼີມສະຫຼອງ “ວັນ​ນໍ້ານົມ​ໂລກ ​ແລະ ວັນ​ເດັກນ້ອຍ​ສາກົນ ວັນທີ 1 ມິຖຸນາ”. ຄະນະ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຍັງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ 4 ຄັ້ງ​ກ່ຽວ​ກັບຂະແໜງນໍ້າ​ນົມ​ຂອງ​ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.