ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022

12:28 | 28/03/2022

ຍ​ສ​ໝ - ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການ​ບິນ​ອາຊີ 2022-Routes Asia 2022 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ດ່າ​ນັງ​ ແຕ່​ວັນ​ທີ 4-9 ມິຖຸນາ​ນີ້.

ນັກມວຍ ເລ​ຮຶວ​ຕວານ​ ​ຊະ​ນະ​ເລີດ WBA Asia ລະ​ດັບ minimum ນັກມວຍ ເລ​ຮຶວ​ຕວານ​ ​ຊະ​ນະ​ເລີດ WBA Asia ລະ​ດັບ minimum
ໄຂງານຕະຫຼາດນັດທ່ອງທ່ຽວທາງອອນລາຍ 2022 ເຊື່ອມຕໍ່ຫຼາຍປະເທດ ໄຂງານຕະຫຼາດນັດທ່ອງທ່ຽວທາງອອນລາຍ 2022 ເຊື່ອມຕໍ່ຫຼາຍປະເທດ
ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ພາບ​ປະ​ກອບ: qdnd.vn

ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັງ​ໄດ້​ປະກາດ​ແຜນການ​ເລກທີ 51 ລົງ​ວັນ​ທີ 19 ມີ​ນາ 2022 ກ່ຽວ​ກັບ​ການຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການ​ບິນ​ອາຊີ 2022 - Routes Asia 2022. ນີ້​ແມ່ນ​ເຫດການ​ປະຈຳ​ປີ ເພື່ອ​ແນ​ໃສ່​ເຕົ້າ​ໂຮມ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ, ສະຫນາມບິນ, ໜ່ວຍ​ງານສະຫນອງການເດີນທາງອາກາດທີ່ຈັດໂດຍບໍ​ລິ​ສັດ Informa Routes ທີ່ຈັດ​ຕັ້ງ​ໝູນ​ວຽນຢູ່ບັນ​ດານະ​ຄອນໃຫຍ່ທີ່​ສຸດ​ຢູ່ອາຊີ.

ຕາມນັ້ນແລ້ວ, ເຫດການດຳເນີນແຕ່ວັນທີ 4 – 9 ມິຖຸນາ ດ້ວຍງົບປະມານທັງໝົດ 15 ຕື້ດົ່ງ. ​ Routes Asia 2022 ໄດ້ສ້າງ​ໂອກາດໂຄ​ສະ​ນາ, ​ເພື່ອ​ແນ​ໃສ່​ແນະນຳ​ຮູບ​ພາບ ​ແລະ ທ່າ​ແຮງບົ່ມຊ້ອນ​ຂອງ​ນະຄອນ ດ່າ​ນັງ ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ການ​ຄ້າ, ການ​ບິນ, ການທ່ອງທ່ຽວ, logisticsໄປ​ຍັງ​ຜູ້​ແທນສາ​ກົນ ປະ​ມານ 500 ຄົນທີ່​ເຂົ້າ​ຮ່ວມ​ເຫດ​ການ.

Routes Asia 2022 ລວມມີ 19 ກິດຈະກຳ, ເຫດ​ການຫຼັກ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ. ບໍລິສັດ Informa Routes ຈັດ 3 ກິດຈະກຳ ແລະ ນະຄອນດ່າໜັງ ຈັດຕັ້ງ 16 ກິດຈະກຳ. ພົ້ນເດັ່ນ​ຄື: ງານ​ວາງສະ​ແດງ​ການທ່ອງທ່ຽວ, ການບິນ​ອາຊີ 2022 ດ້ວຍບໍ​ລິ​ສັດ​ການ​ບິນ​ສາ​ກົນ​ເກືອບ 110 ​ແຫ່ງ, ສະໜາມ​ບິນ 200 ​ແຫ່ງ, ມີ 30 ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ​ພາກ​ພື້ນ​ເຂົ້າ​ຮ່ວມ; ຫຼາຍກວ່າ 1000 ກອງ​ປະ​ຊຸມ​ລະ​ຫວ່າງບັນ​ດາ​ຄູ່​ຮ່ວມ​ມື​ບົນ​​ລະ​ບົບ​ຂອງ​ເວ​ທີ​ປາໄສ​ເສັ້ນ​ທາງ​ອາ​ຊີ 2022; ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ບິນ​ໃນ​ອາ​ຊີ; ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ການ​ບໍລິການ​ການບິນ​ໃນ​ໄລຍະ​ປົກກະຕິ​ໃໝ່; ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ນະຄອນ ດ່າ​ນັງ, ຫວຽດນາມ...

ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່າ​ນັ້ງ ເປັນ​ອົງ​ການ​ຊີ້​ນຳ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ພັດ​ທະ​ນາ​ເສັ້ນ​ທາງການບິນ​ອາ​ຊີ. ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ນັ້ງ ​ໄດ້​ມອບ​ໝາຍ​ໃຫ້​ກົມ​ທ່ອງ​ທ່ຽວ​ເປັນ​ອົງການ​ຜູ້ປະຈຳການ​ຄະນະ​ຈັດ​ຕັ້ງ, ຮັບ​ຜິດ​ຊອບ​ເປັນ​ໃຈກາງ, ​ເປັນ​ປະທານ, ຊີ້​ນຳ, ວາງ​ແຜນ ​ແລະ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່ Routes Asia. 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.