ສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ກໍາປູເຈຍ

06:30 | 26/05/2022

ຕອນບ່າຍວັນທີ 23 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ.

ເພີ່ມທະວີການຮ່ວມມື ແລະພັດທະນາແຂວງຊາຍແດນ ຫວຽດນາມ-ກໍາປູເຈຍ ເພີ່ມທະວີການຮ່ວມມື ແລະພັດທະນາແຂວງຊາຍແດນ ຫວຽດນາມ-ກໍາປູເຈຍ
ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານພົນເອກ Tea Banh. ພາບ: ວັນຮ້ຽວ
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານພົນເອກ Tea Banh. ພາບ: ວັນຮ້ຽວ

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນສໍາເລັດຂອງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1, ຢັ້ງຢືນຄວາມໝາຍອັນໃຫຍ່ຫຼວງຂອງການພົບປະແລກປ່ຽນ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີ, ຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ.

ທ່ານພົນເອກ ຟານວັນຢາງ ຊົມເຊີຍກໍາປູເຈຍ ທີ່ໄດ້ເປັນເຈົ້າພາບຈັດຕັ້ງ ຊີເກມ 32 ໃນປີ 2023, ຊົມເຊີຍກະຊວງປ້ອງກັນປະເທດກໍາປູເຈຍ ຫາກໍ່ຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ (ADSOM) ແລະກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ເປີດກວ້າງ (ADSOM+) ສໍາເລັດຜົນ, ພ້ອມທັງເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກະຊວງປ້ອງກັນປະເທດກໍາປູເຈຍ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2022 ສໍາເລັດຜົນ. ຄຽງຂ້າງກັນນັ້ນ, ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງລັດຖະບານ ແລະນາຍົກລັດຖະມົນຕີ ຮຸນແຊນ, ກໍາປູເຈຍ ຈະຈັດຕັ້ງການເລືອກຕັ້ງຂັ້ນຕາແສງ ກໍ່ຄືປະຕິບັດພາລະສຳຄັນເປັນປະທານອາຊຽນ 2022 ສໍາເລັດຜົນ.

ສ່ວນທ່ານພົນເອກ Tea Banh ໄດ້ຕີລາຄາສູງແນວຄວາມຄິດຂອງຫວຽດນາມ ກ່ຽວກັບການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1, ເນັ້ນໜັກວ່ານີ້ແມ່ນເຫດການປະຫວັດສາດຂອງສອງກອງທັບ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນລະຫວ່າງປະຊາຊົນ ແລະກອງທັບສອງປະເທດ.

ສອງຝ່າຍເຫັນດີເປັນເອກະພາບວ່າຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຕາມແຜນການປີ 2022 ແລະຄວາມຮັບຮູ້ລວມຂອງການນໍາກະຊວງປ້ອງກັນປະເທດສອງປະເທດທີ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ເພື່ອຮັບປະກັນໃຫ້ມີປະທິດທິຜົນ, ແທດຈິງ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.