ນຳເອົາສັນຕິພາບ ແລະ ການພັດທະນາແບບຍືນຍົງມາໃຫ້ປະຊາຊົນ ແລະ ໂລກ | |
ພະຍາດ COVID-19: ການນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 230 ຄົນ ຈາກ ສ.ເກົາຫຼີ ກັບຄືນປະເທດ |
ຜູ້ໂດຍສານໃນຖ້ຽວບິນມາຈາກ 20 ກວ່າປະເທດ, ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
![]() |
ພົນລະເມືອງຫວຽດນາມຈຳນວນເກືອບ 350 ຄົນຈາກເອີຣົບ ແລະ ອາຟຣິກກາໄດ້ກັບຄືນປະເທດຢ່າງປອດໄພ. (ພາບປະກອບ: hanoimoi) |
ໃນສະພາບການລະບາດຂອງພະຍາດ COVID-19 ທີ່ເຮັດໃຫ້ການເດີນທາງໄປມາປະສົບກັບຄວາມຫຍຸ້ງຍາກ, ຄະນະຜູ້ຕາງໜ້າຫວຽດນາມ ໄດ້ແນະນຳ ພົນລະເມືອງກ່ຽວກັບລະບຽບການທີ່ຈຳເປັນ, ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ສ້າງເງື່ອນໄຂສະດວກເພື່ອນຳສົ່ງພົນລະເມືອງຫວຽດນາມ ໄປສະໜາມບິນ Frankfurt, ເຢຍລະມັນ. ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນ Frankfurt ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອໄດ້ສະໜັບສະໜູນຢ່າງຕັ້ງໜ້າ, ແນະນຳພົນລະເມືອງໃຫ້ສຳເລັດຂັ້ນຕອນລະບຽບການຂຶ້ນບິນ.
ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ຫວຽດນາມຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ຫວຽດນາມ ມີບົດກ່າວປາໄສລວມຢູ່ສະພາຄວາມໝັ້ນຄົງ ກ່ຽວກັບ ສະພາບການຢູ່ ອາຟະລິກາ ກາງ ຍສໝ - ວັນທີ 14 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມອອນລາຍ ກ່ຽວກັບສະຖານະການຢູ່ອາຟະລິກາກາງ ແລະ ບັນດາການເຄື່ອນໄຫວຂອງຫ້ອງການສະຫະປະຊາຊາດ ໃນຂົງເຂດນີ້ (UNOCA). |
![]() | ນີເຊເຣຍ ແລະ ຫວຽດນາມ ຄວນຍູ້ໄວການຮ່ວມມື ແລະ ການພົວພັນແລກປ່ຽນລະຫວ່າງສອງປະເທດ ຍສໝ - ຕອນຄ່ຳວັນທີ 29 ຕຸລາ, ຕາມເວລາຮ່າໂນ້ຍ ໃນການໄປປະຕິບັດງານຢູ່ ນີເຊເຣຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ເຮັດວຽກ ກັບທ່ານ Adams Oshiomhole ປະທານພັກສະມັດຊາໃຫຍ່ບັນດາຜູ້ທີ່ກ້າວໜ້າ (APC) - ພັກກຳອຳນາດ ຢູ່ ນີເຊເຣຍ. |
![]() | ພະຍາດອະຫິວາໝູອາຟຣິກກາ ລະບາດ ຢູ່ ເມືອງ ນາຊາຍທອງ ພົບໝູຕິດເຊື້ອແລ້ວ 100 ກວ່າໂຕ ນະຄອນຫຼວງວຽງຈັນ (ນວ) ເຝົ້າລະວັງພະຍາດອະຫິວາໝູອາຟຣິກກາຢ່າງໃກ້ຊິດ, ພາຍຫຼັງທີ່ໄດ້ມີການລະບາດຂອງພະຍາດດັ່ງກ່າວ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊຶ່ງພົບໝູຕິດເຊື້ອ 110 ໂຕ. |
ຄຳຮຸ່ງ