ຮ່ວມກັນຊຸກຍູ້ການບໍລິໂພກໝາກລີນຈີ່ແຂວງບັກຢາງ ຢູ່ຕະຫຼາດຕາເວັນຕົກສ່ຽງໃຕ້ ປະເທດຈີນ

09:05 | 28/05/2022

ຍ​ສ​ໝ - ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຄຸນໝີງ ໄດ້ຂົນຂວາຍແຂວງຢູນນານ (ຈີນ)ຈັດສັນບັນດາຈຸດຕ່າງໆຢູ່ຄຸນໝີງ ແລະ ເຫີໂຄ, ມະລິຟໍ, ຈຸດເຊື່ອມຕໍ່ໜຶ່ງຢູ່ແຂວງເຊສວນ ດ້ວຍ 70 ກວ່າທ່ານ ແລະ ວິສາຫະກິດເຂົ້າຮ່ວມ ເຊື່ອມຕໍ່ກັບກອງປະຊຸມທາງໄກສົ່ງເສີມການບໍລິໂພກໝາກລີນຈີ່ ແຂວງບັກຢາງ ປີ2022.

ລາຍ​ເຈ​ົ​າ​ອະ​ນຸ​ຍາດ​ໃຫ້​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ ຄືນ​ໃໝ່ ລາຍ​ເຈ​ົ​າ​ອະ​ນຸ​ຍາດ​ໃຫ້​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ ຄືນ​ໃໝ່
ຫວຽດ​ນາມ - ຈີນ​ປ່ອຍ​ ແນວ​ພັນສິນ​ໃນ​ນ້ຳ ຢູ່​ເຂດ​ແຄມ​ຝັ່ງ​ທະ​ເລ ອ່າວ​ພາກ​ເໜືອ ກ່​ວາ 8 ລ້ານ​ໂຕ ຫວຽດ​ນາມ - ຈີນ​ປ່ອຍ​ ແນວ​ພັນສິນ​ໃນ​ນ້ຳ ຢູ່​ເຂດ​ແຄມ​ຝັ່ງ​ທະ​ເລ ອ່າວ​ພາກ​ເໜືອ ກ່​ວາ 8 ລ້ານ​ໂຕ
ພາບ: baoquocte.vn
ຮ່ວມກັນຊຸກຍູ້ການບໍລິໂພກໝາກລີນຈີ່ແຂວງບັກຢາງ ຢູ່ຕະຫຼາດຕາເວັນຕົກສ່ຽງໃຕ້ ປະເທດຈີນ. ພາບ: baoquocte.vn

ວັນທີ 25 ພຶດສະພາ, ຕາມຄຳສະເໜີຂອງຄະນະກຳມະການປະຊາຊົນແຂວງບັກຢາງ, ຜັນຂະຫຍາຍກິດຈະການວຽກງານການຕ່າງປະເທດເສດຖະກິດຂອງກະຊວງການຕ່າງປະເທດຕັ້ງແຕ່ຕົ້ນປີ, ສະຖານກົງສູນໃຫຍ່ຫວຽດນາມ ຢູ່ ຄຸນໝີງໄດ້ຂົນຂວາຍໃຫ້ແຂວງຢຸນນານ (ຈີນ) ຈັດຕັ້ງຈຸດປະສານງານຢູ່ຄຸນໝີງ ແລະ ເຫີໂຄ, ມະລິຟໍເຊື່ອມຕໍ່ກັບກອງປະຊຸມທາງໄກສົ່ງເສີມການບໍລິໂພກໝາກລິນຈີ່ແຂວງບັກຢາງ ໂດຍມີການເຂົ້າຮ່ວມຂອງການນຳພະແນກການຄ້າແຂວງຢຸນນານ ແລະ ອຳນາດການປົກຄອງເມືອງເຫີໂຄ, ເມືອງມະລິຟໍ.

ນອກຈາກນີ້, ກໍສ້າງຕັ້ງຈຸດປະສານງານອີກຈຸດໜຶ່ງຢູ່ແຂວງເຊສວນ ເຊິ່ງນອນຢູ່ໃນແຜ່ນດິນເຂດຕາເວັນຕົກ ປະເທດຈີນ ໂດຍມີພົນລະເມືອງ 83,7 ລ້ານຄົນ, GDP ປີ 2021 ບັນລຸໄດ້ 830 ຕື້ໂດລາສະຫະລັດ, ຢືນອັນດັບທີ 6 ໃນທົ່ວປະເທດຈີນ.

ກ່າວຄຳປາໄສຢູ່ໃນກອງປະຊຸມທີ່ຈຸດເຊື່ອມຕໍ່ຄຸນໝີງ, ທ່ານ ຮາວຢີຊານ ຮອງຫົວໜ້າພະແນກ ການຄ້າແຂວງຢຸນນານ ເນັ້ນໜັກວ່າ ພະຍາດCovid-19 ບໍ່ສາມາດຂັດຂວາງການແລກປ່ຽນການຄ້າ ລະຫວ່າງແຂວງຢຸນນານ ແລະ ຫວຽດນາມ ໄດ້, ໃນນັ້ນມີແຂວງບັກຢາງ. ໃນປັດຈຸບັນ, ສອງຝ່າຍກຳລັງຕັ້ງໜ້າແລກປ່ຽນ, ນຳໃຊ້ມາດຕະການຕ່າງໆທີ່ພວມມີຢ່າງມີປະສິດທິຜົນ ເພື່ອຟື້ນຟູຄວາມສາມາດໃນການຜ່ານແດນ ຢູ່ດ່ານຊາຍແດນຢ່າງວ່ອງໄວ, ແລກປ່ຽນການຄ້າຊາຍແດນລະຫວ່າງສອງຝ່າຍຢ່າງເປັນປົກກະຕິ.

ທ່ານ ຮາວຢີຊານ ໃຫ້ຮູ້ວ່າ ຫຼາຍປີຜ່ານມາ, ​ຫວຽດນາມຍັງຮັກສາທີ່ຕັ້ງເປັນຄູ່ຄ້າໃຫຍ່ ອັນດັບສອງຂອງຢຸນນານ, ວົງເງິນການຄ້າຢຸນນານ-ຫວຽດນາມ ປີ 2021 ບັນລຸໄດ້ 33,78 ຕຶ້ຢວນ, ຫຼຸດ 6,2%.

ຮອງຫົວໜ້າພະແນກການຄ້າແຂວງຢຸນນານ ຍົກໃຫ້ເຫັນກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືເສດຖະກິດ-ການຄ້າໃຫຍ່, ໃນມໍ່ໆນີ້, ແຂວງຢຸນນານ ຈະຮ່ວມກັບຝ່າຍຫວຽດນາມຊຸກຍູ້ກໍ່ສ້າງ ພື້ນຖານໂຄງລ່າງ logistics ເພື່ອຍົກສູງຂອບຂະໜາດການຮ່ວມມືເສດຖະກິດການຄ້າລະຫວ່າງສອງຝ່າຍໃຫ້ຫຼາຍກວ່າອີກ, ສ້າງສະພາບແວດລ້ອມທີ່ດີກວ່າໃຫ້ແກ່ການພັດທະນາພົວພັນເສດຖະກິດການຄ້າຢຸນນານ-ຫວຽດນາມ.

ໂດຍຕັ້ງຢູ່ທິດຕາເວັນຕົກສ່ຽງໃຕ້ຂອງປະເທດຈີນ, ແຂວງຢຸນນານມີຊາຍແດນຕິດກັບບັນດາແຂວງ ລາວກາຍ, ຮ່າຢາງ, ລາຍເຈົາ ແລະ ດ້ຽນບຽນຂອງຫວຽດນາມ ໂດຍມີພົນລະເມືອງປະມານ 49 ລ້ານຄົນ. ໃນຫຼາຍປີຜ່ານມາ, ແຂວງຢຸນນານ ແລະ ເຂດຕາເວັນຕົກຂອງຈີນ ໃນນັ້ນມີແຂວງເຊສວນ ເປັນໜຶ່ງໃນບັນດາຕະຫຼາດທີ່ບໍລິໂພກໝາກລີນຈີ່ ແລະ ຜົນຜະລິດກະເສດເຂດຮ້ອນລາຍໃຫຍ່ ຂອງຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.