ລາຍ​ເຈ​ົ​າ​ອະ​ນຸ​ຍາດ​ໃຫ້​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ ຄືນ​ໃໝ່

11:03 | 27/05/2022

ຍ​ສ​ໝ - ຄະ​ນະ​ຄຸ້ມຄອງ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ ໄດ້​ສ້າງ​ຕັ້ງ​ຄືນ​ກຸ່ມ​ຕິດ​ຕາມກວດ​ກາ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ ແລະ ຈັດສົ່ງພາ​ຫະ​ນະ​ຂົນ​ສົ່ງ, ສິນ​ຄ້າ.

ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການເພ​ີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຂັ້ນ​ຮາກ​ຖານ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19 ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການເພ​ີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຂັ້ນ​ຮາກ​ຖານ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19
ຊະ​ນະ ມາ​ເລ​ເຊຍ 1 – 0, U23 ຫວຽດ​ນາມ ເຂົ້າ​ ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ ບານ​ເຕະ ຊາຍ SEA Games 31 ຊະ​ນະ ມາ​ເລ​ເຊຍ 1 – 0, U23 ຫວຽດ​ນາມ ເຂົ້າ​ ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ ບານ​ເຕະ ຊາຍ SEA Games 31
ລາຍ​ເຈ​ົ​າ​ອະ​ນຸ​ຍາດ​ໃຫ້​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ ຄືນ​ໃໝ່
ລາຍ​ເຈ​ົ​າ​ອະ​ນຸ​ຍາດ​ໃຫ້​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ ຄືນ​ໃໝ່ (ພ​າບ: TTXVN)

ວັນ​ທີ 25 ພຶດ​ສະ​ພາ, ທ່ານ​ ຫວູ​ຮູຍ​ຮ່​ວາ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ ໃຫ້​ຮູ້​ວ່າ, ນັບ​ແຕ່​ວັນ​ທີ 24 ພຶດ​ສະ​ພາ, ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ຜ່ານ​ຄູ​່ຊາຍ​ແດນ ມາ​ລູ​ທ່າງ (ຕາ​ແສງ ມາ​ລີຟໍ ເມືອງ ​ຟອງ​ໂທຖ ແຂວງ ​ລາຍ​ເຈົາ) ແລະ ກິມ​ທຸຍ​ຮ່າ (ຈີນ) ເລີ່ມ​ເຄື່ອນ​ໄຫວ​ການ​ຄ້າ​ເຂດ​ຊາຍ​ແດນ​​ຄືນ​ໃໝ່ພາຍຫຼັງ​ຍຸດ​ຕິ​ການ​ເຄື່ອນ​ໄຫວໄລ​ຍະ​ຍາວ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບຫຼາຍ​ເນື້ອ​ໃນ​ເພື່ອ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ວຽກ​ງານ​ນຳ​ສົ່ງ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ, ພ້ອມ​ທັງ, ກຳ​ນົດ​ການຮັບ​ປະ​ກັນ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໂຄວິດ - 19 ຢ່າງເຂັ້ມງວດ.

ສອງ​ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ບາງ​ເນື້ອ​ໃນ​ຄື ສອງ​ຝ່າຍ​ຕ້ອງປະ​ຕິ​ບັດ​ວຽກ​ງານ​ຂ້າ​ເຊື້ອ ແລະ ກວດ​ຫາ​ເຊື້ອ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ ໃຫ້​ເປັນ​ຢ່າງ​ດີ ແລະ ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ຂ້າ​ເຊື້ອ, ຜົນ​ກວດ​ຫາ​ເຊື້ອ​ໃນ​ເວ​ລາ 24 ຊົ່ວ​ໂມງ.

ສອງ​ຝ່າຍ​ມີ​ສະ​ຖານ​ທີ່​ຈັດ​ສົ່ງ​ລົດ ເມື່ອມອບ​ຮັບ​ສິນ​ຄ້າ ແລະ ຜູ້​ຂັບ​ລົດ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ກ່ຽວ​ກັບ​ການ​ຂ້າ​ເຊື້ອ​ສິນ​ຄ້າ, ກວດ​ຫາ​ເຊື້ອ​ໂຄວິດ - 19, ຝ່າຍ​ຈີນ​ກໍ່​ຈະ​ລົບ​ລ້າງ​ຂໍ້​ກຳ​ນົດ​ທີ່​ບັນທຸກນ້ຳ​ໜັກ 30 ໂຕນ​ສຳ​ລັບທັງ​ລົດ ແລະ ສິນ​ຄ້າ​ເມື່ອ​ຜ່ານ​ຂວາ, ບໍ່​ຈຳ​ກັດ​ການ​ສະ​ໜອ​ງ​ບັດ​ໃຫ້​ແກ່​ລົດ​ທີ່​ເຄື່ອນ​ໄຫວ​ການ​ຂົນ​ສົ່ງ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ.

ຄະ​ນະ​​ຄຸ້ມຄອງ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ ໄດ້​ສ້າງ​ຕັ້ງ​ຄືນ​ກຸ່ມ​ຕິດ​ຕາມກວດ​ກາ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ ແລະ ຈັດສົ່ງ​ພາ​ຫະ​ນະ​ຂົນ​ສົ່ງ, ສິນ​ຄ້າ, ຮັບ​ປະ​ກັນ​ການ​ຕິດ​ຕາມກວດ​ກາ​ຢ່າງ​ເຂັ້ມງວດຕາມ​ແຜນ​ການ “ສ້າງ​ເຂດ​ປອດ​ໄພ​ຮັບ​ໃຊ້​ການ​ນຳ​ເຂົ້າ, ສົ່ງ​ອອກ​ສິນ​ຄ້າ ຜ່ານ​ດ່ານ​ຊາຍ​ແດນ ມາ​ລູ​ທ່າງ” ຂອງ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊ​າ​ຊົນ​ແຂວງ​ລາຍ​ເຈົາ ປະ​ກາດ​ໃຊ້.

ທ່ານ ໂດ​ວັນ​ຄອຍ, ຫົວ​ໜ້າ​ວິ​ສາ​ຫະ​ກິດ ມາຍ​ຮຶງ, ຕາ​ແສງ​ມາ​ລີ​ຟໍ​ ເມືອງ​ຟອງ​ໂຖ ​ແບ່ງ​ປັນ​ວ່າ ເວ​ລາ​ຜ່ານ​ມາ​ຍ້ອນການ​ປິດ​ປະ​ຕູ​ມາ​ເປັນ​ເວ​ລາຍາວ, ສິນ​ຄ້າ​ຂອງວິ​ສາ​ຫະ​ກິດ​ພວມ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ດ້ວຍ​ມູນ​ຄ່າ​ປະ​ມານ 10 ຕື້​ດົ່ງ. ດ່ານ​ຊາຍ​ແດນ​ເຄື່ອນ​ໄຫວ​ຄືນ​ແມ່ນ​ສັນ​ຍານ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫ​າ​ກິດ​ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ພາຍຫຼັງ​ໄລ​ຍະ​ຍາວ​ທີ່​ຢຸດ​ຕິກ​ານ​ເຄື່ອ​ນ​ໄຫວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວິ​ສາ​ຫ​າ​ກິດ​ຍັງ​ຕ້ອງ​ຕິດ​ຕາມ​ສະ​ພາບ​ການ​ລະ​ອຽດ​ຈິ່ງສົ່ງ​ອອກ​ສິນ​ຄ້າ.

ກ່ອນ​ໜ້າ​ນັ້ນ, ຍ້ອນ​ສະ​ພາບ​ການ​ສັບ​ສົນ​ຂອງພະ​ຍາດ​ໂຄວິດ - 19, ຝ່າຍ​ຈີນ​ຕ້ອງ​ຢຸດ​ຕິ​ການ​ນຳ​ເຂົ້າ​ສຳ​ລັບ​ສິນ​ຄ້າ​ທຸກ​ຊະ​ນິດ​ຈາກ​ຝ່າຍ​ຫວຽດ​ນາມ ຜ່ານ​ດ່ານ​ຊາຍ​ແດນ​ດັ່ງ​ກ່ວ ນັບ​ແຕ່​ວັນ​ທີ 23 ຕຸ​ລາ ປີ 2021 ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ແຂວງ​ລາຍ​ເຈົາ ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຊົມໃຊ້.

ບຸນ​ຄົງ

ເຫດການ