ຫວຽດ​ນາມ - ຈີນ​ປ່ອຍ​ ແນວ​ພັນສິນ​ໃນ​ນ້ຳ ຢູ່​ເຂດ​ແຄມ​ຝັ່ງ​ທະ​ເລ ອ່າວ​ພາກ​ເໜືອ ກ່​ວາ 8 ລ້ານ​ໂຕ

21:35 | 20/05/2022

ຍ​ສ​ໝ - ວັນ​ທີ 18 ພຶດ​ສະ​ພາ, ຢູ່​ແຫຼມ ຕວນ​ເຈົາ (ນະ​ຄອນ ຮະ​ລອງ),ກະ​ຊວງ​ກະ​ສິ​ກຳ - ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ, ກະ​ຊວງ​ກະ​ສິ​ກຳ - ຊົນ​ນະ​ບົດ ຈີນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ນິງ ໄດ້​ຈັດ​ຕັ້ງ​ພິ​ທີ​ປ່ອຍ​ແນວ​ພັນ​ສິນ​ໃນ​ນ້ຳ​ຢູ່​ເຂດ​ແຄມ​ຝັ່ງ​ທະ​ເລ ອ່າວ​ພາກ​ເໜືອ ປີ 2022.

ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນຄົງ​, ຄວາມປອດໄພທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນຄົງ​, ຄວາມປອດໄພທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ ຫວຽດ​ນາມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ ຫວຽດ​ນາມ
ຫວຽດ​ນາມ - ຈີນ​ປ່ອຍ​ ແນວ​ພັນສິນ​ໃນ​ນ້ຳ ຢູ່​ເຂດ​ແຄມ​ຝັ່ງ​ທະ​ເລ ອ່າວ​ພາກ​ເໜືອ ກ່​ວາ 8 ລ້ານ​ໂຕ
ພິ​ທີ​ປ່ອຍ​ແນວ​ພັນ​ສິນ​ໃນ​ນ້ຳ (ພາບ: baotainguyenmoitruong.vn)

ຕາມ​ໜັງ​ສື​ພິມ​ຕຽນ​ຟອງ​ແລ້ວ, ການ​ປ່ອຍ​ແນວ​ພັນ ​ສ້າງ​ແຫຼ່ງ​ສິນ​ໃນ​ນ້​ຳ​ຄືນ​ໃໝ່​ຢູ່​ເຂດ​ອ່າວ​ພາກ​ເໜືອ ປີ 2022 ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ຂອບ​ເຂດ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ປ່ອຍ​ແນວ​ພັນ ແລະ ປົກ​ປ້ອງ​ແຫຼ່ງ​ສິນ​ໃນ​ນ​້ຳ ຢູ່​ອ່າວ​ພາກ​ເໜືອ ໂດຍໄດ້​ຮັບ​ການ​ລົງ​ນາມ ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ - ຊົນ​ນະ​ບົດ ຈີນ ເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ຈີນ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ​ໃນ​ປີ 2017.

ທີ່​ພິ​ທີ, ທ່ານ ຟ້າມ​ວັນ​ແທງ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຂວງ ກ໋​ວາງ​ນິງ ກ່າວ​ຄຳ​ເຫັນ​ວ່າ: ແຂວງ​ກ໋​ວາງ​ນິງ​ກຳ​ນົດ​ທິດ​ພັດ​ທະ​ນາ​ສິນ​ໃນ​ນ້ຳ ແມ່ນ​ຂະ​ແໜງ​ເສດ​ຖະ​ກິດ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງ​ແຂວງ. ເປົ້າ​ໝາຍ​ຮອດ​ປີ 2030, ສິນ​ໃນ​ນ້ຳ​ຈະ​ກວມ​ເອົາ​ປະ​ມານ 2% GRDP ທົ່ວ​ແຂວງ ແລະ 60% GRDP ທົ່ວ​ຂະ​ແໜງ​ກະ​ສິ​ກຳ​ຂອງ​ແຂວງ. ມູນ​ຄ່າການ​ຜະ​ລິດ​ສິນ​ໃນ​ນ້ຳ​ຕາມລາ​ຄາ​ກຳ​ນົດ​ບັນ​ລຸ​ກ່​ວາ 10.700 ຕື້​ດົ່ງ, ກວມ​ເອົາ​ປະ​ມານ 60% ທົ່ວ​ຂະ​ແໜງ​ກະ​ສິ​ກຳ, ໄລ່​ສະ​ເລ່ຍ​ມີ​ການ​ເຕີບ​ໂຕ 6,3%/ປີ, ສ້າງວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ 50.000 ຄົນ.

ກ໋​ວາງ​ນິງ​ຈະ​ຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ຍູ້​ແຮງ​ບັນ​ດາ​ມາດ​ຕະ​ກ​ານ​ຜັນ​ຂະ​ຫຍາຍ​ການ​ພັດ​ທະ​ນາ​ສິນ​ໃນ​ນ້ຳ​ເວົ້າ​ລວມ ແລະ ວຽກ​ງານ​ປົກ​ປ້ອງ​ແຫຼ່ງ​ສິນ​ໃນ​ນ້ຳ​ເວົ້າ​ສະ​ເພາະ. ໃນນັ້ນ ​ການ​ປົກ​ປ້ອງ​ແຫຼ່ງ​ສິນ​ໃນ​ນ້ຳ ຈະ​ຜັນ​ຂະ​ຫຍາຍ​ດ້ວຍ​ການ​ກະ​ທຳ​ຢ່າງ​ລະ​ອຽດ, ປະ​ຈຳ​ປີ ແມ່ນ​ການ​ປ່ອຍແນວພັນ​ສິນ​ໃນ​ນ້ຳ ອອກ​ສູ່​ສິ່ງ​ແວດ​ລ້ອມ ເພື່ອ​ສືບ​ຕໍ່​ຫັນປ່ຽນ​ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ແຫຼ່ງ​ສິນ​ໃນ​ນ້ຳ, ສະ​ກັດ​ກັ້ນ​ການ​ກະ​ທຳ​ທຳ​ລາຍ​ແຫຼ່ງ​ສິນ​ໃນ​ນ້ຳ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

​ແນວ​ພັນສິນໃນນ້ຳ​ກ່​ວາ 8 ລ້ານ​ໂຕ ມີ​ມູນ​ຄ່າ​ເສດ​ຖະ​ກິດ ທີ່​​ບັນ​ດາ​ຜູ້​ແທນ​ປ່ອຍ​ທີ່​ພິ​ທີ ລວມ​ມີ: ກຸ້ງ​ກ້າມ, ປູດຳ, ປາພອນ, ປາທີ່ຢູ່ປາກນຳ້ ໂດຍໄດ້​ຮັບ​ການ​ກະ​ກຽມ​ຈາກ​ງົບ​ປະ​ມານ​ຂອງກອງ​ທຶນ​ຮ່ວມ​ມື​ຈີນ - ອ​າ​ຊີ ຢູ່​ເຂດ​ແຄມ​ທະ​ເລ​ອ່າວ​ພາກ​ເໜືອ.

ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນ​ຟື້ນຕົວ, ຟື້ນ​ຟູ​ແຫຼ່ງ​ສິນ​ໃນ​ນ້ຳ ແລະ ພັດ​ທະ​ນາ​ອາ​ຊີ​ບຫາ​ປາ​ຢູ່​ເຂດ​ອ່າວ​ພາກ​ເໜືອ, ພ້ອມ​ທັງ​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ, ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ກະ​ຊວງ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.