ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ

08:07 | 26/05/2022

ເນື່ອງໃນໂອກາດກອງປະຊຸມຄັ້ງທີ 7 ເວທີປາໄສທົ່ວໂລກກ່ຽວກັບການຫຼຸດຜ່ອນໄພທຳມະຊາດ (GP2022) ເຊິ່ງດຳເນີນແຕ່ລະຫວ່າງວັນທີ 23-28 ພຶດສະພາ ຢູ່ເກາະບາລີ (ອິນໂດເນເຊຍ), ອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮັບມືກັບໄພທຳມະຊາດ, ດ້ວຍຄຳໝັ້ນສັນຍາລະອຽດຫຼາຍຢ່າງ.

ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ
ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ເດ​ນ​ມາກ ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ເດ​ນ​ມາກ
ພາບນ້ຳຖ້ວມຢູ່ ໄທ. ພາບ: ສໍານັກຂ່າວສານຫວຽດນາມ
ພາບນ້ຳຖ້ວມຢູ່ ໄທ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາປະເທດອາຊຽນ ເຫັນດີເພີ່ມທະວີຄວາມສາມາດຮັບມື ແລະຟື້ນຟູພາຍຫຼັງວິກິດຜ່ານການປະຕິບັດຂໍ້ລິເລີ່ມຍຸດທະສາດກ່ຽວກັບການເພີ່ມທະວີກຳລັງແຮງສັງລວມອາຊຽນ ເພື່ອຮັບມືກັບໄພພິບັດ; ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາອົງການ, ຂະແໜງການກ່ຽວຂ້ອງທັງໝົດເພື່ອແນໃສ່ຕອບສະໜອບການປະຕິບັດຂອບຟື້ນຟູອາຊຽນຢ່າງຮອບດ້ານ (ACRF) ສືບຕໍ່ຮັບປະກັນການປະສານໂຄງການດຳເນີນງານກ່ຽວກັບການຄຸ້ມຄອງ ແລະຮັບມືກັບໄພທຳມະຊາດເຂົ້າໃນນະໂຍບາຍ ແລະ ຍຸດທະສາດພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທຸກຂັ້ນ. ໄປຄຽງຄູ່ກັນນັ້ນ, ອາຊຽນ ສົ່ງເສີມການປະກອບສ່ວນຂອງປະຊາຊົນ ແລະວິທີສຳຜັດທົ່ວສັງຄົມໃນການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູພາຍຫຼັງໄພທຳມະຊາດ, ມຸ່ງໄປເຖິງການສ້າງກົນໄກໃຫ້ແກ່ປະຊາຊົນອາຊຽນ ປະກອບສ່ວນໜູນຊ່ວຍການຫຼຸດຜ່ອນໄພທຳມະຊາດໃນພາກພື້ນ.

ກຸ່ມອາຊຽນເຫັນດີຮ່ວມກັນເພີ່ມທະວີການນຳໃຊ້ວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ໃນການສ້າງຄວາມອາດສາມາດຕ້ານທານກັບໄພພິບັດ, ຊຸກຍູ້ໃຫ້ມີການເປີດເຜີຍຂໍ້ມູນ ແລະ ແບ່ງປັນຂໍ້ມູນເຊິ່ງກັນ ແລະ ກັນ, ກໍ່ສ້າງລະບົບເຕືອນໄຟໃຫ້ໄວທີ່ສຸດ, ຍົກສູງ ແລະ ປັບປຸງພື້ນຖານໂຄງລ່າງ, ຫຼຸດຜ່ອນຄວາມສ່ຽງທາງໄພພິບັດລົງໂດຍອີງໃສ່ລະບົບນິເວດ(Eco-DRR), ສ້າງສາຍພົວພັນກັບຄູ່ຮ່ວມມືໃຫ້ແຂງແຮງ.

ໂດຍໂອກາດນີ້, ບັນດາປະເທດອາຊຽນກໍໃຫ້ຄຳໝັ້ນສັນຍາວ່າຈະຈັດຕັ້ງປະຕິບັດວິໄສທັດຂອງອາຊຽນເພື່ອໃຫ້ກາຍເປັນພາກພື້ນນຳໜ້າຂອງໂລກໃນການຄວບຄຸມໄພພິບັດໂດຍຜ່ານການແລກປ່ຽນຊຶ່ງກັນແລະກັນ, ແລະກປ່ຽນຄວາມຮູ້ປະສົບການຕົວຈິງກໍຄືການປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງທົ່ວທັງໂລກໃນການຮັບມືກັບຄວາມສ່ຽຽງໄພພິບັດທີ່ຈະເກີດຂຶ້ນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.