ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ

12:20 | 23/05/2022

ຍສໝ - ທ່ານນາງ​ປະທານາທິບໍດີ ​ເກຼັກ Katerina Sakellaropoulou ສະ​ເໜີ​ເພີ່ມ​ທະວີ​ການ​ຮ່ວມ​ມືກວ່າອີກ, ​ແລກປ່ຽນ​ບົດຮຽນ, ​ແບ່ງປັນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ດີ​ທີ່​ສຸດ​ໃນ​ຂົງ​ເຂດ​ສຶກສາ ​ແລະ ພົບປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ ເກຼັກ ແລະ ນະຄອນ​ໂຮ່ຈິ​ມິນ...

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 18 ພຶດສະພາ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ເກຼັກ ​ໂດຍ​ທ່ານ​ນາງປະທານາທິບໍດີ Katerina Sakellaropoulou ​ນຳໜ້າ ໄດ້​ໄປ​ຮອດ​ນະຄອນ ​ໂຮ່ຈີ​ມິນ.

ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ
ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ. ພາບ: vovworld.vn

ທີ່ການຕ້ອນຮັບ​ທ່ານນາງ​ປະທານາທິບໍດີ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເກຼັກ ມາ​ຢ້ຽມຢາມ​ນະຄອນ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຟານວັນມ໊າຍ ​ໃຫ້​ຮູ້​ວ່າ: ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະສວມ​ບົດບາດ​ຕັ້ງໜ້າ, ​ເປັນ​ຂົວ​ຕໍ່ເພື່ອສືບຕໍ່​ພັດທະນາ ​ແລະ ຂຸດຄົ້ນທ່າແຮງບົ່ມຊ້ອນ ໃຫ້ດີກວ່າອີກ ເພື່ອຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ ​ແລະ ​ຄົບຊຸດກວ່າ.

ທ່ານ ​ມ໊າຍ​ ຖື​ວ່າ: ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ວິສາຫະ​ກິດ​ເພື່ອ​ຊຸກຍູ້​ການ​ລົງທຶນ​ແລະ ​ການ​ຄ້າ​ລະຫວ່າງ​ເກຼັກ ​ແລະ ​ຫວຽດນາມ ​ເວົ້າ​ລວມ, ​ແລະ ​ກັບ​ນະຄອນ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ.

ທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou ສະເໜີສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນປະສົບການ, ແບ່ງປັນບັນດາວິທີການປະຕິບັດດີທີ່ສຸດໃນຂົງເຂດການສຶກສາ ແລະ ແລກປ່ຽນວັດທະນະທຳ, ພິເສດ ແມ່ນການອະນຸລັກຮັກສາບັນດາສະຖານທີ່ປະຫວັດສາດ ຕໍ່ບັນດາຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ຂະແໜງການຄ້າ ແລະ ການລົງທຶນ.

ບູນມີ

ເຫດການ
302 Found

Found

The document has moved here.