ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປະກາດເລີ່ມການປຶກສາຫາລື ກ່ຽວກັບ IPEF ແບບທາງໄກ

10:50 | 25/05/2022

ຍສໝ - ກ່າວຄໍາເຫັນທີ່ພິທີປະກາດເລີ່ມການປຶກສາຫາລືກ່ຽວກັບ IPEF, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກເຖິງຄວາມຈໍາເປັນຕ້ອງດັດປັບ ຮູບແບບ ເຕີບໂຕ, ເຊື່ອມຈອດເສດຖະກິດຕາມທິດຍືນຍົງກວ່າ, ສ້າງຄວາມເຂັ້ມແຂງກວ່າ, ເສີມຂະຫຍາຍກໍາລັງແຮງພາຍໃນຢ່າງສຸດຂີດ; ສົມທົບກັບກຳລັງພາຍນອກໃຫ້ຫຼາຍ ແລະ ດີທີ່ສຸດ; ເຊີດຊູລັດທິຫຼາຍຝ່າຍ ແລະ ເພີ່ມທະວີຄວາມສາມັກຄີສາກົນ ບົນພື້ນຖານຂອງຄວາມຈິງໃຈ, ຄວາມໄວ້ ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ ...

ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52 ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52
ການລົງພຶດຕິກຳຕົວຈິງແລ່ນຜ່ານທົ່ງຜະລິດໄຟຟ້າແຮງລົມໃຫຍ່ທີ່ສຸດຢູ່ ຫວຽດນາມ ການລົງພຶດຕິກຳຕົວຈິງແລ່ນຜ່ານທົ່ງຜະລິດໄຟຟ້າແຮງລົມໃຫຍ່ທີ່ສຸດຢູ່ ຫວຽດນາມ

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ໂຕກຽວ (ຍີ່ປຸ່ນ) ໄດ້ດໍາເນີນ ພິທີປະກາດເລີ່ມການປຶກສາຫາລື ກ່ຽວກັບຂອບເຂດເສດຖະກິດ ມະຫາສະໝຸດ ອິນເດຍ-ປາຊີຟິກ ເພື່ອຄວາມວັດທະນາຖາວອນ (IPEF) ຕາມຮູບແບບເຊິ່ງໜ້າ ແລະ ແບບທາງໄກ.

ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປະກາດເລີ່ມການປຶກສາຫາລື ກ່ຽວກັບ IPEF ແບບທາງໄກ
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມພິທີປະກາດເລີ່ມປຶກສາຫາລືກ່ຽວກັບ IPEF ແບບທາງໄກ. ພາບ: TTXVN

ພິທີປະກາດເລີ່ມການປຶກສາຫາລືມີການເຂົ້າຮ່ວມຂອງທ່ານ Kishida Fumio ນາຍົກລັດຖະມົນຕີ ຍີ່ປຸ່ນ, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ, ທ່ານ Joe Biden ປະທານາທິບໍດີ ອາເມລິກາ, ທ່ານ Yoon Suk-yeol ປະທານາທິບໍດີ ສ.ເກົາຫຼີ, ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ, ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ, ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີ ສິງກະໂປ ແລະ ລັດຖະມົນຕີເສດຖະກິດ ບັນດາປະເທດ ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ການນໍາ ກະຊວງການຕ່າງປະເທດອົດສະຕາລີ. ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ຫວຽນາມ ເຂົ້າຮ່ວມ ແລະ ກ່າວຄໍາເຫັນທາງໄກ.

ທີ່ພິທີ, ບັນດາການນໍາເຫັນດີເລີ່ມການປຶກສາຫາລືກ່ຽວກັບ IPEF ແລະ ພ້ອມ ແລ້ວທີ່ຈະເຊື້ອເຊີນບັນດາປະເທດໃນພາກພື້ນທີ່ມີຄວາມສົນໃຈພ້ອມກັນເຂົ້າ ຮ່ວມ ດ້ວຍຄວາມຫວັງຂອບການຮ່ວມມືນີ້ຈະຊ່ວຍບັນດາພື້ນຖານເສດຖະກິດ ເພີ່ມທະວີຄວາມຕ້ານທານ, ໂດຍສະເພາະແມ່ນໃນການຟື້ນຟູຫຼັງໂລກລະບາດ, ຍົກສູງກໍາລັງແກ່ງແຍ້ງ, ການປັບຕົວ, ຄວາມຍືນຍົງ, ກວມລວມ, ປະກອບສ່ວນເຂົ້າໃນການຮ່ວມມື, ສະຖຽນລະພາບ, ວັດທະນາຖາວອນ, ພັດທະນາ ແລະ ສັນຕິພາບຂອງພາກພື້ນ, ເພື່ອຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນ. ເນື້ອໃນປຶກສາຫາລືໃນ ໄລຍະຈະມາເຖິງ ຈະສຸມໃສ່ເຂົ້າໃນ 4 ເສົາຄໍ້າ ນັ້ນແມ່ນ: ການຄ້າ; ລະບົບການສະໜອງ; ພະລັງງານສະອາດ, ປອດກາກບອນ ແລະ ພື້ນ ຖານໂຄງລ່າງ; ພາສີ ແລະຕ້ານການສໍ້ລາດບັງຫຼວງ.

ກ່າວຄໍາເຫັນທີ່ພິທີປະກາດເລີ່ມການປຶກສາຫາລືກ່ຽວກັບ IPEF, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກເຖິງຄວາມຈໍາເປັນຕ້ອງດັດປັບ ຮູບແບບ ເຕີບໂຕ, ເຊື່ອມຈອດເສດຖະກິດຕາມທິດຍືນຍົງກວ່າ, ສ້າງຄວາມເຂັ້ມແຂງກວ່າ, ເສີມຂະຫຍາຍກໍາລັງແຮງພາຍໃນຢ່າງສຸດຂີດ; ສົມທົບກັບກຳລັງພາຍນອກໃຫ້ຫຼາຍ ແລະ ດີທີ່ສຸດ; ເຊີດຊູລັດທິຫຼາຍຝ່າຍ ແລະ ເພີ່ມທະວີຄວາມສາມັກຄີສາກົນ ບົນພື້ນຖານຂອງຄວາມຈິງໃຈ, ຄວາມໄວ້ ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ...

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນແນວທາງ ແລະ ກໍາລັງຍູ້ແຮງການກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ແທດຈິງ, ມີປະສິດທິຜົນ. ຫວຽດນາມ ກໍເຂົ້າຮ່ວມຫຼາຍ ຂໍ້ລິເລີ່ມເຊື່ອມຈອດເສດຖະກິດໂລກ, ຕັ້ງໜ້າປະກອບສ່ວນຢ່າງມີຄວາມຮັບ ຜິດຊອບເຂົ້າໃນຄວາມມານະພະຍາຍາມລວມໃນການຍູ້ໄວການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ.

ຫວຽດນາມ ຈະພ້ອມກັບບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື ທີ່ກ່ຽວຂ້ອງສືບຕໍ່ປຶກສາຫາລື, ເຮັດແຈ້ງເນື້ອໃນຂອງບັນດາເສົາຄໍ້າການຮ່ວມມືຕື່ມອີກ, ນໍາມາເຊິ່ງໂຄງການດໍາເນີນງານດ້ານເສດຖະກິດທີ່ຕັ້ງໜ້າ, ມີປະສິດທິຜົນ, ມີຄວາມເປັນໄປໄດ້ໃຫ້ແກ່ພາກພື້ນ ແລະ ແກ່ແຕ່ລະປະເທດ; ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນທົ່ວໂລກ.

ບູນມີ

ເຫດການ
302 Found

Found

The document has moved here.