ກິ​ລາ ຫວຽດ​ນາມ ຢັ້ງ​ຢືນທີ່​ຕັ້ງ​ບົດ​ບາດ​ໃນ​ພາກ​ພື້ນ ແລະ ບືນ​ຕົວ​ຂຶ້ນ​ສູ່ລະ​ດັບ​ສາ​ກົນ​ເທື່ອ​ລະ​ກ້າວ

10:07 | 24/05/2022

ວັນທີ 22 ພຶດສະພາ, ພາຍຫຼັງທິມ U23 ຫວຽດນາມ ເອົາຊະນະ 1 – 0 ຂອງ ຕໍ່ທິມ U23 ໄທ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຈົດໝາຍສະແດງຄວາມຍິນດີຕໍ່ຄະນະຄູຝຶກ ແລະ ທິມບານເຕະຊາຍ U23 ຫວຽດນາມ.

ສື່ມວນ​ຊົນ​ສາ​ກົນປະ​ທັບ​ໃຈ​ເມື່ອ​ທິມ​ບານ​ເຕະ​ຊາຍ U23 ຫວຽດ​ນາມ ​ສາ​ມາດຄອງ​ແຊັມ ຊີ​ເກມ 31 ຢ່າງ​ສຳ​ເລັດ​ຜົນ ສື່ມວນ​ຊົນ​ສາ​ກົນປະ​ທັບ​ໃຈ​ເມື່ອ​ທິມ​ບານ​ເຕະ​ຊາຍ U23 ຫວຽດ​ນາມ ​ສາ​ມາດຄອງ​ແຊັມ ຊີ​ເກມ 31 ຢ່າງ​ສຳ​ເລັດ​ຜົນ
ປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຄວາມມານະພະຍາຍາມ, ຄວາມສະຫຼາດສ່ອງໄສ, ຄວາມເດັດດ່ຽວ, ຄວາມສາມັກຄີ, ມີລະບຽບວິໄນ, ເພື່ອສີສັນທຸງຊາດ ໄດ້ນຳມາເຊິ່ງໄຊຊະນະໃຫ້ແກ່ທິມຊາດ. ນັ້ນແມ່ນໄຊຊະນະຂອງຈິດໃຈຫວຽດນາມແຫ່ງຄວາມສາມັກຄີ ແລະ ເຕົ້າໂຮມ. ຜົນງານອັນດີເດັ່ນ, ພ້ອມກັບຫຼຽນຄຳຂອງ ທິມບານເຕະຍິງ ແລະ ຜົນງານທີ່ບັນລຸໄດ້ຂອງກິລາປະເພດທີ່ແຂ່ງຂັນຢູ່ SEA Games 31 ໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງບານເຕະ ຫວຽດນາມ ເວົ້າສະເພາະ ແລະ ກິລາ ຫວຽດນາມ ເວົ້າລວມຢູ່ພາກພື້ນ ແລະ ບືນຕົວຂຶ້ນສູ່ລະດັບສາກົນເທື່ອລະກ້າວ. ພັກ ແລະ ລັດ ຈະສືບຕໍ່ເອົາໃຈໃສ່ກ່ວາອີກ ແລະ ຫວັງວ່າ ບັນດາອົງການ, ສ່ວນບຸກຄົນ, ປະຊາຄົມວິສາຫະກິດຈະສືບຕໍ່ໜູນຊ່ວຍ, ສະໜັບສະໜູນເພື່ອພັດທະນາພື້ນຖານກິລາ ຫວຽດນາມ ເວົ້າລວມ ແລະ ກິລາປະເພດຕ່າງເວົ້າສະເພາະ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ແຟນກິລາ ໃນທົ່ວປະເທດ ທີ່ຍາມໃດກໍ່ຮ່ວມເດີນທາງພ້ອມກັບທິມບານເຕະຊາຍ ແລະ ຍິງ ພ້ອມກັບກິລາປະເພດຕ່າງໆຢູ່ SEA Games 31.

undefined
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຫຼຽນຄຳໃຫ້ແກ່ທິມບານເຕະ U23 ຫວຽດນາມ ( ພາບ: TTXVN)

ພາຍຫຼັງ 17 ວັນ​ຂອງ​ການ​ແຂ່ງຂັນ, ຄະນະ​ຜູ້​ແທນ​ກິລາ​ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ​ຕາມ​ຄາດໝາຍ, ລື່ນ​ກາຍ​ຄາດໝາຍ​ທີ່​ວາງ​ໄວ້, ດ້ວຍ 446 ຫຼຽນ​ຄຳ​ທຸກ​ປະ​ເພດ; ລວມມີ 205 ຫຼຽນຄຳ, 125 ຫຼຽນເງິນ ແລະ 116 ຫຼຽນທອງ. ກິລາ​ບານ​ເຕະ​ຍິງ​ຍາດ​ໄດ້​ຫຼຽນ​ຄຳ​ຊີ​ເກມ​ເປັນ​ຄັ້ງ​ທີ 7 ແລະ​ທີມ​ບານ​ເຕະ​ຊາຍ U23 ໄດ້​ຫລຽນ​ຄຳ​ຊີ​ເກມ​ເປັນ​ຄັ້ງ​ທີ 2. ຄະນະ​ນັກ​ກິລາ​ຫວຽດນາມ ຍາດ​ໄດ້ 22 ຫຼຽນ​ຄຳ, ຄອງ​ອັນ​ດັບ 1 ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເປັນ​ຄັ້ງ​ທີ 3...

​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ທີ່​ຍັງ​ສັບສົນ​ແລະ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ງານ​ກິລາ​ຊີ​ເກ​ມ 31 ຕ້ອງ​ຊັກ​ຊ້າ​ໄປ 6 ​ເດືອນ​ກ່ອນ​ຈະ​ຈັດ​ຂຶ້ນ. ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ, ບັນດາ​ກະຊວງ, ສາຂາ ​ແລະ ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ບັນດາ​ນັກ​ກິລາ, ຄູ​ເຝິກ, ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ​ໃຫ້​ສຳ​ເລັດ​ຜົນ.

vovworld.vn

ເຫດການ
302 Found

Found

The document has moved here.