ການສະເໜີ IMF ຮ່ວມເດີນທາງກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍກາຍເປັນປະເທດພວມພັດທະນາທີ່ມີພື້ນອຸດສາຫະກຳທັນສະໄໝ

11:30 | 19/05/2022

ຍສໝ - ວັນ​ທີ 16 ພຶດສະພາ​ນີ້​, ຕາມ​ເວລາ​ທ້ອງ​ຖິ່ນ, ສືບ​ຕໍ່​ລາຍການໄປ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ມີ​ການ​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ IMF Antoinette Monsio Sayeh.

IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19 IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19
ກອງທຶນເງິນຕາສາກົນ (IMF):ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022 ກອງທຶນເງິນຕາສາກົນ (IMF):ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022
ການສະເໜີ IMF ຮ່ວມເດີນທາງກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍກາຍເປັນປະເທດພວມພັດທະນາທີ່ມີພື້ນອຸດສາຫະກຳທັນສະໄໝ

ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ມີ​ການ​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ IMF Antoinette Monsio Sayeh (ພາບ: VGP)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ໄດ້​ສະເໜີ IMF ໃຫ້​ຄຳ​ປຶກສາ, ມີຂໍ້​ສະ​ເໜີ​ແນະກ່ຽວກັບນະ​ໂຍ​ບາຍ ແລະ ການ​ໜູນຊ່ວຍ​​ດ້ານ​ເຕັກນິກ, ຝຶກ​ອົບ​ຮົມ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເພື່ອ​ຊ່ວຍ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ ວາງ​ແຜນກໍານົດ ແລະ ຜັນ​ຂະ​ຫຍາຍ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ໄລຍະ 5 ປີ (2021-2025) ຢ່າງມີປະສິດທິຜົນ ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ(2021-2030); ຮ່ວມເດີນທາງ​ກັບ ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ກາຍ​ເປັນ​ປະ​ເທດພວມ​ພັດທະນາ​ທີ່ມີພື້ນ​ອຸດສາຫະກຳ​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ປານ​ກາງ​ສູງ​ໃນ​ປີ 2030 ​ແລະ ກາຍ​ເປັນ​ປະ​ເທດ​ພັດທະນາ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045.

ກ່ອນອື່ນໝົດ, ສະເໜີ IMF ໜູນ​ຊ່ວຍ ​ແລະ ໃຫ້ຄໍາປຶກສາແກ່ຫວຽດນາມ​ໃນ​ການ​ຮັບປະກັນຄວາມ​ສະຖຽນ​ລະ​ພາບຂອງ​ເສດຖະກິດ​ມະຫາ​ພາກ; ພັດທະນາຕະຫຼາດທຶນຢ່າງໂປ່ງໃສ ແລະ ຍືນຍົງ; ຄວບຄຸມເງິນເຟີ້; ພັດທະນາ logistics, ຫຼຸດຄ່າຂົນສົ່ງ; ປ່ຽນໃໝ່ເຕັກໂນໂລຢີ, ການຫັນເປັນດິຈິຕອນ; ເພີ່ມຄວາມຫຼາກຫຼາຍຂອງຕ່ອງໂສ້ການສະຫນອງ; ຕ້ານ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ; ຫັນປ່ຽນ​​ພະ​ລັງ​ງານ...

ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ IMF ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ IMF; ຢືນຢັນ​ວ່າ IMF ພ້ອມ​​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ຕາມ​ການ​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ​ໃນ​ນັ້ນ ຈະສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການໃຫ້​ຄໍາປຶກສາ​​ເພື່ອສ້າງນະ​ໂຍບາຍ; ປາດ​ຖະໜາ​ໄດ້ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ໂດຍ​ກົງ​ກັບອົງການ​ຮັບຜິດຊອບ​ຫວຽດນາມ ​ເພື່ອ​ໃຫ້ມີ​ບັນດາ​ລາຍການທີ່ລະອຽດ.

ຫອມມາລາ

ເຫດການ
302 Found

Found

The document has moved here.