SEA Games 31: ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ

16:20 | 05/05/2022

ຍ​ສ​ໝ - ຂະ​ແໜງ​ການ​ທ່ອງ​ທ່ຽວ​ພວມ​ຍູ້​ແຮງ​ການ​ສື່ສານ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່ນອກ SEA Games 31, ໝູນໃຊ້​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ພາບ​ພົດ, ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ມາ​ຍັງ​ເພື່ອນ​ມິດ​ສາ​ກົນ.

ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31 ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31
ຫວຽດ​ນາມ ແລະ ໂມ​ນາ​ໂກ ມີ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື ຫວຽດ​ນາມ ແລະ ໂມ​ນາ​ໂກ ມີ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື
SEA Games 31: ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ
ພາບ​ປະ​ກອບ: TTXVN

ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 31 (SEA Games 31) ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 5 – 23 ພຶດ​ສະ​ພາ ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ 12 ແຂວງ, ນະ​ຄອນ.

ນີ້​ແມ່ນ​ເຫດ​ການ​ກິ​ລາ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ​ ເຊິ່ງປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັ​ກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພ​າກ​ພື້ນ ອາ​ຊຽນ.ນີ້​ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ເພື່ອນ​ມິດ​ສາ​ກົນ ເຊິ່ງ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສ​າ​ຫະ​ກິດ​ທ້ອງ​ຖິ່ນ​ພວມ​ລໍ​ຄອຍ.

ທ່ານ ຮ່າ​ວັນ​ຊຽວ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ) ຢັ້ງ​ຢືນ​ວ່າ ພາ​ຍຫຼັງ 19 ປີ ນັບ​ແຕ່​ປີ 2003 ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ຈຶ່ງ​ສືບ​ຕໍ່​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ SEA Games. ນີ້​ກໍ່​ແມ່ນ​ເຫດການ​ໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພາຍຫຼັງ 2 ປີ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກ​ລະບາດ​ໂຄ​ວິດ-19. ສະນັ້ນ, ຂະແໜງທ່ອງທ່ຽວຍັງສູ້ຊົນໃຫ້ບັນລຸຜົນສຳເລັດໃນການຈັດຕັ້ງງານມະຫາກຳກິລາຊີເກມ ຄັ້ງທີ 31 ດ້ວຍການຕ້ອນຮັບ ແລະ ຮັບໃຊ້ຄວາມຕ້ອງການດ້ານທີ່ພັກ ແລະ ການເດີນທາງຂອງນັກກິລາ, ຄູຝຶກ, ພະນັກງານການກິລາ, ຜູ້ເຊຍກິລາ ແລະ ນັກທ່ອງທ່ຽວ.

ພ້ອມ​ກັນ​ນັ້ນ, ວົງ​ຄະນາ​ຍາດ​ໄດ້​ຍູ້​ແຮງ​ການ​ສື່ສານ, ຊຸກຍູ້​ການທ່ອງທ່ຽວ​ຢູ່​ນອກ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31, ຖື​ໂອກາດ​ທອງ​ເພື່ອ​ໂຄສະນາ​ພາບ​ພົດ, ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.