ຍົກ​ສູງກຳ​ລັງ​ຄວາມ​ສາ​ມາດ​ການ​ແກ້ງ​ແຍ້ງ​ຂອ​ງວິ​ສາ​ຫະ​ກິດ​ສະ​ໜອງ​ການ​ບໍ​ລິ​ການ logistics

12:09 | 03/05/2022

ຍ​ສ​ໝ - ຫວ່າງແລ້ວນີ້, ກົມ​ສົ່ງ​ອອກ​-ນຳ​ເຂົ້າ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ​ສະ​ໜອງ​ການ​ບໍ​ລິ​ການ logistics” ແລະ ປະ​ກາດບົດ​ລາຍ​ງານການ​ສົ່ງ​ອອກ​-ນຳ​ເຂົ້າ​ຂອງ ຫວຽດ​ນາມ 2021.

ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ
ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ແຂວງ ລາຍ​ເຈົາ ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ແຂວງ ລາຍ​ເຈົາ
ຍົກ​ສູງກຳ​ລັງ​ຄວາມ​ສາ​ມາດ​ການ​ແກ້ງ​ແຍ້ງ​ຂອ​ງວິ​ສາ​ຫະ​ກິດ​ສະ​ໜອງ​ການ​ບໍ​ລິ​ການ logistics
ພາບ​ປະ​ກອບ: D.V

ບົດ​ລາຍ​ງານ​ສົ່ງ​ອອກ​ນຳ​ເຂົ້າ​ຂອງ ຫວຽດ​ນາມ ປີ 2021 ໄດ້​ເນັ້ນ​ໜັກ​ເຖິ​ງ​ບັນ​ດາ​ຈຸດ​ຕັ້ງ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ກາ​ນ​ຄ້າ​ສາ​ກົນໃນ​ປີຜ່ານ​ມາ, ໃນ​ນັ້ນ ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄ​ວິດ - 19 ຮອບ​ທີ 4, ແຕ່​ການ​ນຳ​ເຂົ້າ-​ສົ່ງ​ອອກ​ໃນ​ທົ່ວ​ປະ​ເທດ ຍັງ​ບັນ​ລຸ​ຕົວ​ເລກ​ສະ​ຖິ​ຕິ ດ້ວຍ​ວົງ​ເງິນ​ບັນ​ລຸ​ກ່​ວາ 668 ຕື້ USD, ໃນ​ນັ້ນ​ການ​ສົ່ງ​ອອກ​ບັນ​ລຸ​ກ່​ວາ 336 ຕື້ USD, ເພີ່ມ​ຂຶ້ນ 19% ເມື່ອ​ທຽບ​ໃສ່​ປີ 2020, ການນຳເຂົ້າ​ບັນ​ລຸ​ກ່​ວາ 332 ຕື້ USD ເພີ່ມ​ຂຶ້ນ 26,5%, ການ​ສົ່ງ​ອອກ​ເກີນ​ດນ​ກ່​ວາ 4 ຕື້ USD. ດ້ວຍ​ໝາກ​ຜົນ​ນີ້, ຫວຽດ​ນາມ ໄດ້​ລອດ​ເຂົາ ກຸ່ມ 20 ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ໜ້າ​ກ່ຽວ​ກັບ​ການ​ຄ້າ​ສາ​ກົນ.

ພ້ອມ​ກັນ​ນັ້ນ, ໂຄງ​ປະ​ກອບການ​ສົ່ງ​ອອກ​ມີ​ກາ​ນ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ ແລະ ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ນັບ​ມື້​ນັບ​ເປັນຫຼາຍ​ຮູບ​ແບບ. ກຸ່ມ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ສືບ​ຕໍ່​ແມ່ນ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ລວມ​ຂອງການ​ສົ່ງ​ອອກ. ອັດ​ຕາ​ຖ່ວງຍອດ​ວົງ​ເງິນ​ຂອງ​ກຸ່ມ​ປະເພດ​ເຊື້ອ​ເພິງ, ໂລ​ຫະຫຼຸດ​ລົງ. ຫວຽດ​ນາມ ກໍ່​ໄດ້​ມາ​ນະ​ພະ​ຍາ​ຍາມ​ຫັນ​ຕະຫຼາດ​ສົ່ງ​ອອກ, ນຳ​ເຂົ້າ​ເປັນຫຼາຍ​ຮູບ​ແບບ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃຫ້​ແກ່​ການ​ຜະ​ລິດບໍລິໂພກ​ພາຍ​ໃນ​ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.