ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

14:06 | 28/04/2022

ຍສໝ - ນິງບິງ ກັບບັນດາເຂດທັດສະນີຍະພາບທີ່ມີຊື່ສຽງເຊັ່ນ ຈາງອ່ານ, ວັດບ໋າຍດິງ, ຕາມກົກບິກດົ້ງ … ເປັນສະຖານທີ່ 'hot' ທີ່ຫຼາຍຄົນໄດ້ເລືອກມາຫຼິ້ນໃນວັນພັກບຸນວັນທີ 30 ເມສາ - 01 ພຶດສະພາ ໃນໄລຍະຈະມາເຖິງນີ້.

ສາຍການບິນສືບຕໍ່ເພີ່ມການໂດຍສານ, ເພີ່ມຖ້ຽວບິນໃນໄລຍະພັກວັນທີ 30 ເມສາ ແລະ 1 ພຶດສະພາ ສາຍການບິນສືບຕໍ່ເພີ່ມການໂດຍສານ, ເພີ່ມຖ້ຽວບິນໃນໄລຍະພັກວັນທີ 30 ເມສາ ແລະ 1 ພຶດສະພາ
ຄາດວ່າໃນວັນທີ 26 ເມສາ ຈະຟື້ນຟູການຜ່ານດ່ານທີ່ດ່ານຊາຍແດນມອງກ້າຍ ຄາດວ່າໃນວັນທີ 26 ເມສາ ຈະຟື້ນຟູການຜ່ານດ່ານທີ່ດ່ານຊາຍແດນມອງກ້າຍ
ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

ນິງບິງ ກັບບັນດາເຂດທັດສະນີຍະພາບທີ່ມີຊື່ສຽງເຊັ່ນ ຈາງອ່ານ, ວັດບ໋າຍດິງ, ຕາມກົກບິກດົ້ງ … ເປັນສະຖານທີ່ 'hot' ທີ່ຫຼາຍຄົນໄດ້ເລືອກມາຫຼິ້ນໃນວັນພັກບຸນວັນທີ 30 ເມສາ - 01 ພຶດສະພາ ໃນໄລຍະຈະມາເຖິງນີ້. ນີ້​ແມ່ນພາບຕາເວັນຄ້ອຍ​ຄ່ຳຢູ່​ເທິງ​ຈອມຖ້ຳ ມົວ, ເມືອງ ຮວາລື. (ພາບ: CTV/Vietnam+)

ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

ຕາມກົກບິກດົ້ງ ​ແມ່ນ​ຖ້ຳ​ແຫ່ງ​ໜຶ່ງ​ຢູ່​ ຕາແສງ ນິງຫາຍ, ເມືອງ ຮວາລື, ແຂວງ ນິງບິງ. ສະຖານ​ທີ່​ນີ້​ຍັງ​ໄດ້ຂະໜາມນາມວ່າ 'ອ່າວ​ຮ່າ​ລອງ​ເທິງ​ບົກ' ຫຼື 'ນາມ​ທຽນ​ເດ້​ຍິດົ້ງ'. (ພາບ: CTV/Vietnam+)

ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

ມູນໜຶ່ງຂອງທັດສະນີຍະພາບຈາງອ່ານ. (ພາບ: CTV/Vietnam+)

ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່ນິງບິງ, ຖ້ຳມົວ ແມ່ນ​ໄດ້ຂະໜາມນາມວ່າແມ່ນ “ຈຸດເດັດເພື່ອຖ່າຍຮູບງາມ” ຂອງ​ເຂດດິນແດນເມືອງ​ຫຼວງ​ເກົ່າ​ ແລະ ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ໄດ້ຮັບ​​ຄວາມ​ນິ​ຍົມ​ຊົມ​ຊອບຫຼາຍທີ່ສຸດ. ອີກອັນໜຶ່ງຄືແຕ່​ຖ້ຳມົວໄປ​ເຖິງ​ບັນດາ​ສະຖານທີ່​ທ່ອງ​ທ່ຽວ​ອື່ນໆ​ຄື ​ຈາງ​ອ່ານ, ວັດບ໋າຍດິງ, ຕາມກົກບິກດົ້ງ,... ກໍ​ສະດວກ​ສະບາຍ​​ ເພາະບັນດາສະຖານທີ່ທ່ອງທ່ຽວນັ້ນກໍລ້ວນແຕ່ຕັ້ງ​ຢູ່​​ເຂດທັດສະນີຍະພາບເມືອງເກົ່າຮວາລື. (ພາບ: CTV/Vietnam+)

ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

ຖໍ້າມົວ ຍັງໄດ້​ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ “ກຳ​ແພງເມືອງສະບັບ​ຫວຽດ​ນາມ” ເຊິ່ງແມ່ນສະ​ຖານ​ທີ່​ຊົມ​ລະ​ດູ​ເຂົ້າງາມທີ່ສຸດ​ຂອງນິງບິງ ໃນ​ຈຸດເວ​ລາ​ນີ້. ທົ່ງ​ນາ​ສີຂຽວ​ໄດ້ເກັບເຂົ້າໄວ້ທັງໝົດໃນສາຍຕາ ເມື່ອ​ຢືນ​ຢູ່​ເທິງຈອມ​ພູ​ງ້ວາ​ລອງ. ຈາກ​ເທິງ​ຈອມພູ​ນີ້ກໍສາມາດຊົມວິວເຂດຕາມກົກທັງ​ຫມົດ​. (ພາບ: CTV/Vietnam+)

ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

ຖ້ຳມົວ ຫາກໍ hot ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແຕ່​ໄດ້​ກາຍ​ເປັນ​ສະຖານ​ທີ່​ທີ່​ບໍ່ອາດ​ພາດໄດ້​ເມື່ອ​ມາ​ເຖິງນິງບິງ ສໍາລັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ສະຖານທີ່ນີ້ໄດ້ຂະໜາມນາມວ່າແມ່ນ “ສະຖານທີ່ເຊັກອິນ”, “ຈຸດເດັດເພື່ອຖ່າຍຮູບງາມ” ຂອງໄວຫນຸ່ມ. (ພາບ: CTV/Vietnam+)

ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

ສະຖານທີ່ທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກຫຼາຍຄົນແມ່ນ “ທາດເພື່ອຖ່າຍຮູບ”. ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ຄິດ​ວ່າ ຖ້າ​ບໍ່​ໄດ້​ລອງ​ລຽນແຖວເພື່ອ​ຖ້າຖ່າຍຮູບ​ຢູ່​ແຫ່ງ​ນີ້ ກໍເໝືອນຄືວ່າ​ບໍ່​ໄດ້​ໄປ​ທ່ຽວນິງບິງ. (ພາບ: CTV/Vietnam+)

ນິງບິງ ສະຖານທີ່ເຊັກອິນສຸດຍອດ ສໍາລັບວັນພັກບຸນວັນທີ 30 ເມສາ

ຢູ່​ຕີນ​ຖໍ້າມົວ ແມ່ນ​ບຶງ​ດອກ​ບົວ​ໃຫຍ່​ທີ່​ສຸດ​ຢູ່​ນິງບິງ ກັບເສັ້ນທາງທີ່ເຮັດດ້ວຍ​ໄມ້ເປັນ​ຮູບ​ຫົວ​ໃຈ​ ເຊິ່ງ​ພວມ​ເລີ່​ມ​ອອກດອກຈູມຊຸດ​ທຳ​ອິດ. ນ້ຳຕົກຕາດທຽມ, ສວນຕົ້ນຕະບອງເພັດໃຫຍ່ ຫຼື ເກາະຫງອກຢູ່ກາງບຶງ ກໍແມ່ນສະຖານທີ່ທີ່ມີຄວາມນິຍົມຊົມຊອບຫຼາຍ. (ພາບ: CTV/Vietnam+)

ມາຮອດນິງບິງ ຈະຕ້ອງຊີມອາຫານພິເສດເຊັ່ນ ເຂົ້າແຫ້ມ (ເຂົາໂຄບ), ເຂົ້າແຫ້ມກັບຊຸບແບ້, ແບ້ຄັ້ນໝາກນາວ, ແບ້ປີ້ງ, ປີ້ງໄກ່ໃສ່ໃບບົວ, ຍໍາກ້ານບົວ... (ພາບ: CTV/Vietnam+)

ຫອມມາລາ

ເຫດການ
302 Found

Found

The document has moved here.