ສາຍການບິນສືບຕໍ່ເພີ່ມການໂດຍສານ, ເພີ່ມຖ້ຽວບິນໃນໄລຍະພັກວັນທີ 30 ເມສາ ແລະ 1 ພຶດສະພາ

12:49 | 27/04/2022

ຍສໝ-ໂດຍຮັບໃຊ້ຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານໃນໄລຍະພັກວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ, Vietnam Airlines Group (Vietnam Airlines, Pacific Airlines ແລະ VASCO) ສືບຕໍ່ເພີ່ມຈຳນວນຖ້ຽວບິນໃນເສັ້ນທາງທ່ອງທ່ຽວ.

ດານັງ: ມີຫຼາຍກິດຈະກໍາມ່ວນຊື່ນ ແລະ ບັນເທີງ ເນື່ອງໃນໂອກາດວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ ດານັງ: ມີຫຼາຍກິດຈະກໍາມ່ວນຊື່ນ ແລະ ບັນເທີງ ເນື່ອງໃນໂອກາດວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ
ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ
ສາຍການບິນສືບຕໍ່ເພີ່ມການໂດຍສານ, ເພີ່ມຖ້ຽວບິນໃນໄລຍະພັກວັນທີ 30 ເມສາ ແລະ 1 ພຶດສະພາ
ສາຍການບິນສືບຕໍ່ເພີ່ມການໂດຍສານ, ເພີ່ມ 50.000 ກວ່າບ່ອນນັ່ງໃນໄລຍະພັກວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ.

ແຕ່ວັນທີ 24 ເມສາ ຫາ ວັນທີ 4 ພຶດສະພາ, Vietnam Airlines Group ສຸມໃສ່ເພີ່ມການໂດຍສານ ຢູ່ໃນ 8 ເສັ້ນທາງທ່ອງທ່ຽວຫຼັກ, ໃນນັ້ນມີ ຮ່າໂນ້ຍ ຫາ ເຫ້ວ, ດ່າໜັງ, ກາມແຣັງ, ດ່າລາດ, ຝູ໋ກ໋ວກ; ນະຄອນ ໂຮ່ຈີມິນ ຫາ ດ່າໜັງ, ກາມແຣັງ, ຝູ໋ກ໋ວກ. ຜູ້ຕາງໜ້າຂອງ Vietnam Airlines Group ໃຫ້ຮູ້ວ່າ ສໍາລັບການເພີ່ມການໂດຍສານຄັ້ງຫຼ້າສຸດ, ສາຍການບິນໄດ້ເພີ່ມຖ້ຽວບິນ 255 ກວ່າຖ້ຽວ, ເທົ່າກັບເພີ່ມຂຶ້ນ 50.000 ກວ່າບ່ອນນັ່ງ, ເຮັດໃຫ້ການສະໜອງທັງໝົດຂອງເຄືອຂ່າຍພາຍໃນ ແລະ ຕ່າງປະເທດຮອດເກືອບ 2.700 ຖ້ຽວ ແລະ 524,000 ກວ່າບ່ອນນັ່ງ.

ຫອມມາລາ

ເຫດການ
302 Found

Found

The document has moved here.