ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຂົ້າພົບປະຢ້ຽມຢາມການນໍາຂອງແຂວງສະຫວັນນະເຂດ

09:21 | 13/08/2019

ໃນຕອນບ່າຍຂອງວັນທີ 6 ສິງຫາ 2019 ນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດ ຖະມົນຕີກະຊວງສຶກສາທິການ ແລະກິລາ ພ້ອມຄະນະໄດ້ເຂົ້າ ພົບປະຢ້ຽມຢາມທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ, ມີຫົວ​ໜ້າພະ ແນກສຶກສາທິການ ແລະກິລາ ແຂວງ ພ້ອມດ້ວຍຄະນະນໍາມະຫາວິທະຍາໄລສະຫວັນນະເຂດ (ມຂ) ເຂົ້າຮ່ວມ.

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຂົ້າພົບປະຢ້ຽມຢາມການນໍາຂອງແຂວງສະຫວັນນະເຂດ

ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ແລະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ.(ພາບ:ສະຫວັນພັດທະນາ)


ໃນໂອກາດທີ່ທ່ານລັດຖະ ມົນຕີກະຊວງສຶກສາທິການ ແລະກິລາ ພ້ອມຄະນະເດີນທາງ ລົງມາເຮັດວຽກຢ່າງເປັນທາງ ການຢູ່ທີ່ແຂວງສະຫວັນນະ ເຂດໃນຄັ້ງນີ້ ກໍ່ເພື່ອຮ່ວມເປັນ ປະທານໃນພິທີປະກາດການ ຈັດຕັ້ງພະນັກງານກໍ່ຄືການ ມອບ-ຮັບຕໍາແໜ່ງອະທິການບໍ ດີຄົນໃໝ່ຂອງ ມຂ. ໃນການພົບ ປະຢ້ຽມຢາມໃນຄັ້ງນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ຍົກໃຫ້ເຫັນບັນຫາຄວາມສໍາຄັນຂອງການສຶກສາທີ່ຢູ່ ເຂດຫ່າງໄກສອກຫຼີກທີ່ຍັງບໍ່ມີທ່າແຮງ ແມ່ນໃຫ້ຈັດຕັ້ງກຸ່ມ ຫຼືຈຸດສຸມທີ່ເປັນສູນການຮຽນ ຮູ້ໂດຍການໂຮມເອົາຫຼາຍ ເມືອງທີ່ຢູ່ໃກ້ຄຽງກັນເຂົ້າຮ່ວມ ເພື່ອຖ່າຍທອດຄວາມຮູ້, ອີກ ບັນຫາໜຶ່ງສໍາລັບເຂດຫ່າງ ໄກສອກຫຼີກຮຽກຮ້ອງໃຫ້ ແຂວງສະຫວັນນະເຂດ ກໍ່ຄືພະ ແນກສຶກສາທິການ ແລະກິລາ ແຂວງຈົ່ງໃຫ້ຄວາມສໍາຄັນ ດ້ານເຕັກໂນໂລຊີຂໍ້ມູນຂ່າວ ສານ ຫຼືໄອທີ ໃຫ້ຫຼາຍຂຶ້ນ ເນື່ອງ ຈາກວ່າພະນັກງານຄູ ກໍ່ຄືນັກ ຮຽນໃນເຂດຊົນນະບົດຍັງຂາດຄວາມຮູ້ເລື່ອງນີ້ຫຼາຍສົມຄວນ ດັ່ງນັ້ນຮຽກ ຮ້ອງໃຫ້ຈັດຕັ້ງກຸ່ມລົງຝຶກອົບຮົມການໃຊ້ຄອມພິວເຕີ, ໄມໂຄຣຊອບເວີດ, ເອັກເຊວ ແລະພາວເວີພ້ອຍໃຫ້ຫຼາຍຂຶ້ນ.
ຈາກນັ້ນ, ທ່ານເຈົ້າແຂວງ ສະຫວັນນະເຂດ ກໍ່ກ່າວສະແດງ ຄວາມຍິນດີຕ້ອນຮັບໃນການ ເດີນທາງລົງມາເຮັດວຽກຂອງ ທ່ານລັດຖະມົນຕີກະຊວງສຶກ ສາທິການ ແລະກິລາໃນຄັ້ງນີ້, ຕໍ່ກັບສະພາບການສຶກສາຂອງ ແຂວງສະຫວັນນະເຂດ ທີ່ຢູ່ ເຂດຊົນນະບົດຫ່າງໄກສອກ ຫຼີກນີ້ ທາງພາກສ່ວນທີ່ກ່ຽວ ຂ້ອງບໍ່ໄດ້ນິ້ງນອນໃຈແມ່ນໄດ້ ເອົາໃຈໃສ່ລົງເຜີຍແຜ່, ຝຶກອົບ ຮົມທິດສະດີການຮຽນ-ການ ສອນໃຫ້ແກ່ພະນັກງານຄູເປັນ ໄລຍະ ແຕ່ອີງໃສ່ບັນຫາດ້ານງົບ ປະມານຈຶ່ງເຮັດໃຫ້ມີຂໍ້ຈໍາກັດ ບາງດ້ານ ເຮັດໃຫ້ການລົງພື້ນ ທີ່ຕົວຈິງພົບຂໍ້ຫຍຸ້ງຍາກແຕ່ ເຖິງຢ່າງໃດກໍ່ຕາມແຂວງສະ ຫວັນນະເຂດກໍ່ຈະສຸມກໍາລັງ ແກ້ໄຂບັນຫາຢ່າງເຕັມຄວາມ ສາມາດ ເພື່ອເຮັດໃຫ້ການສຶກ ສາຂອງແຂວງສະຫວັນນະ ເຂດກໍ່ຄືຂອງຊາດໄດ້ຮັບການ ພັດທະນາຂຶ້ນໄປເລື້ອຍໆ./.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ທ່ານອາດຈະມັກ

ເຫດການ