ລັດຖະບານ ສປປ ລາວ ສືບຕໍ່ຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ

00:54 | 13/05/2019

ຍສໝ - ລັດຖະບານ ສປປ ລາວສືບຕໍ່ພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຫມັ້ນທ່ຽງ ແລະ ມີຄຸນນະພາບ, ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ຊຸກຍູ້ການເຕີບໂຕ ດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການ ຊຸກຍູ້ເສດຖະກິດທີ່ສະພາແຫ່ງຊາດຮັບຮອງໃຫ້ມີປະສິດທິຜົນ.

ລັດຖະບານ ສປປ ລາວ ສືບຕໍ່ຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ

ລັດຖະບານ ສປປ ລາວສືບຕໍ່ຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ

ລັດຖະບານ ສປປ ລາວສືບຕໍ່ຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນໂດຍເອົາໃຈໃສ່ວຽກງານດັ່ງນີ້: ໜຶ່ງແມ່ນ ຄຸ້ມຄອງ ແລະ ບໍລິຫານນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາຕາມກົນໄກຕະຫຼາດທີ່ມີການດັດສົມຂອງລັດເພື່ອຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ສະກັດກັ້ນໄພເງິນເຟີ້ ແລະ ຄວບຄຸມອັດຕາແລກປ່ຽນໃຫ້ຫມັ້ນທ່ຽງ, ພ້ອມທັງຄຸ້ມຄອງປະລິມານເງິນ M2, ແກ້ໄຂການຂາດດຸນງົບປະມານ ແລະ ຄຸ້ມຄອງອັດຕາສ່ວນຫນີ້ເສຍຂອງລະບົບທະນາຄານບໍ່ໃຫ້ເກີນຄາດຫມາຍກໍານົດໄວ້. ສອງແມ່ນ ປັບປຸງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກໃນການດໍາເນີນທຸລະກິດເພື່ອສ້າງບັນຍາກາດໃຫມ່ທີ່ເອື້ອອໍານວຍ ແລະ ສາມາດດຶງດູດເອົາການລົງທຶນທີ່ມີຄຸນນະພາບເຂົ້າມາພັດທະນາ ແລະ ກະຕຸກຊຸກຍູ້ການເຕີບໂຕຂອງເສດຖະກິດແຫ່ງຊາດ (ໄດ້ອະທິບາຍລະອຽດຕື່ມຢູ່ຂໍ້ 3 ມາດຕາ 4). ສາມແມ່ນ ກວດກາ ແລະ ສັງລວມຄືນຫນີ້ສິນຂອງລັດໂດຍລວມຫນີ້ສິນສາທາລະນະ, ຫນີ້ສິນການລົງທຶນຂອງລັດ, ຫນີ້ສິນລັດຄໍ້າປະກັນ, ຫນີ້ສິນອົງການປົກຄອງທ້ອງຖິ່ນ ແລະ ຫນີ້ສິນອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນລະບົບ, ຄົບຖ້ວນ ແລະ ຊັດເຈນ ພ້ອມທັງຄົ້ນຄ້ວາ ແລະ ວາງແຜນຄຸ້ມຄອງ ແລະ ແກ້ໄຂຫນີ້ສິນໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຢ່າງເປັນລະບົບເພື່ອບໍ່ໃຫ້ກະທົບຕໍ່ສະຖຽນລະພາບຂອງເສດຖະກິດມະຫາພາກກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສີ່ແມ່ນ ປະຕິຮູບການບໍລິຫານຄຸ້ມຄອງການເງິນແຫ່ງລັດຕາມແຜນຍຸດທະສາດທີ່ລັດຖະບານຮັບຮອງໂດຍສຸມໃສ່ວຽກງານຫັນການຄຸ້ມຄອງການເງິນ ໃຫ້ເປັນລະບົບ ແລະ ທັນສະໄຫມ ເພື່ອໃຫ້ສາມາດເກັບລາຍຮັບຈາກຖານລາຍຮັບທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນກ່ວາເກົ່າທັງສາມາດສ້າງໄດ້ຖານລາຍຮັບໃຫມ່ໃຫ້ສໍາເລັດ, ພ້ອມກັນນີ້, ກໍ່ຄຸ້ມຄອງລາຍຈ່າຍງົບປະມານຕາມທິດປະຢັດ ແລະ ສອດຄ່ອງຕາມກົດຫມາຍ ແລະ ລະບຽບການທີ່ວາງອອກຢ່າງເຂັ້ມງວດ. ສືບຕໍ່ສົ່ງເສີມການສ້າງລາຍຮັບວິຊາການໄປພ້ອມກັບການປັບປຸງກົນໄກນໍາໃຊ້ໃຫ້ຄ່ອງຕົວ ແລະ ມີປະສິດທິຜົນຄ່ຽງຄູກັບການຄົ້ນຄ້ວາ ແລະ ຫັນເອົາບາງຫົວຫນ່ວຍງົບປະມານທີ່ມີເງື່ອນໄຂເຫມາະສົມເປັນຫົວຫນ່ວຍບໍລິຫານວິຊາການກຸ້ມຕົນເອງດ້ານງົບປະມານເພື່ອຫລຸດຜ່ອນ ແລະ ຕໍ່ງົບປະມານແຫ່ງລັດ ແລະ ຍົກປະສິດທິພາບ-ປະສິດທິຜົນຂອງການບໍລິຫານຄຸ້ມຄອງລັດໃຫ້ດີກວ່າເກົ່າ. ຫ້າແມ່ນ ສົ່ງເສີມການພັດທະນາທຸລະກິດຂະຫນາດນ້ອຍ ແລະ ກາງ SME ຕາມແຜນພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ (SME) ເຊິ່ງລວມເຖິງການສ້າງກອງທຶນໃຫ້ຂະຫຍາຍຕົວ ແລະ ຊຸກຍູ້ການຜະລິດ ແລະ ການບໍລິການພາຍໃນທີ່ມີທ່າແຮງ ແລະ ສາມາດແຂ່ງຂັນໄດ້ແນໃສ່ທົດແທນການນໍາເຂົ້າທີ່ບໍ່ຈໍາເປັນ, ສົ່ງເສີມການສົ່ງອອກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດແຫ່ງຊາດ. ຫົກແມ່ນ ດັດສົມປະລິມານໂຄງການລົງທຶນຂອງລັດໃຫ້ສອດຄ່ອງກັບຄວາມສາມາດດ້ານງົບມານ; ປັບປຸງໂຄງສ້າງການລົງທຶນໃຫ້ເຫມາະສົມແນໃສ່ຫຼຸດຜ່ອນການແບກຫາບຫນີ້ສິນພາກລັດຄຽງຄູ່ກັບການສົ່ງເສີມການລົງທຶນດ້ວຍຮູບແບບ BOT ແລະ PPP ທີ່ຮັບປະກັນປະສິດທິພາບ ແລະ ປະສິດທິຜົນທາງດ້ານເສດຖະກິດເປັນຕົ້ນໂຄງການກໍ່ສ້າງເຂື່ອນໄຟຟ້າ, ສາຍສົ່ງ, ທາງດ່ວນ, ຂົວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນ. ເຈັດແມ່ນ ຈັດສັນ, ຄຸ້ມຄອງ ແລະ ນໍາໃຊ້ທີ່ດິນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກ່ວາເກົ່າໂດຍການຫັນການເກັບລາຍຮັບຈາກທີ່ດິນໄປສູ່ລະບົບທັນສະໄຫມເພື່ອເຮັດໃຫ້ລາຍຮັບຈາກການເຊົ່າ, ສໍາປະທານ ແລະ ການປະຕິບັດພັນທະອາກອນນໍາໃຊ້ທີ່ດິນໃຫ້ເພີ່ມຂຶ້ນ. ແປດແມ່ນ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດພາສີ, ອາກອນ, ເງິນປັນຜົນ ແລະ ພັນທະທາງດ້ານງົບປະມານຕ່າງໆທີ່ມີຕໍ່ລັດໃຫ້ຄົບຖ້ວນ ຕາມກົດຫມາຍ, ນິຕິກໍລຸ່ມກົດຫມາຍ ແລະ ສັນຍາ ຂອງບັນດາຫົວຫນ່ວຍການຈັດຕັ້ງທັງພາກລັດ ແລະ ທຸລະກິດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.