ວິ​ສາ​ຫະກິດ ອີ​ຕາ​ລີ ປາດ​ຖະໜາ​ຢາກ​ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ

16:30 | 22/04/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 20 ເມ​ສາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງ​ຈິ​ງ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Mario Draghi.

Vietnam Expo 2022: ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ​ໃນ​ຍຸກ​ດີ​ຈີ​ຕອນ Vietnam Expo 2022: ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ​ໃນ​ຍຸກ​ດີ​ຈີ​ຕອນ
ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ
ວິ​ສາ​ຫະກິດ ອີ​ຕາ​ລີ ປາດ​ຖະໜາ​ຢາກ​ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງ​ຈິ​ງ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Mario Draghi (ພາ​ບ: TTXVN)

2 ຝ່າຍ​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ​ໃນ​ໄລຍະ​ຜ່ານ​ມາ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ແລກປ່ຽນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ, ສືບ​ຕໍ່​ຊຸກຍູ້​ປະສິດທິ​ຜົນ​ຂອງ​ໂຄງການ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ 2021-2023, ກົນ​ໄກ​ຮ່ວມ​ມື ​ໃນ​ນັ້ນ​ມີ​ການຈັດ​ຕັ້ງ​ການ​ປຶກສາ​ຫາລື​ການ​ເມືອງ​ ຄັ້ງ​ທີ 4, ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເສດຖະກິດ ຄັ້ງທີ 7 ໂດຍໄວ, ​ເພື່ອ​ກະກຽມ​ໃຫ້​ແກ່​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ​ໃນ​ປີ 2023.

2 ຝ່າຍ​ຍິນ​ດີ​ເຫັນ​ວ່າ ພາຍຫຼັງ​ເກືອບ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA), ການ​ແລກປ່ຽນ​ການ​ຄ້າ 2 ຝ່າຍ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ. ​ໃນ​ປີ 2021, ​ເຖິງ​ວ່າ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກ​ລະບາດ​ໂຄ​ວິດ-19, ​ແຕ່​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍຍັງ​ບັນລຸ 5,6 ຕື້ USD, ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ໃສ່​ປີ 2020.

ທ່ານ​ນາຍົກລັດຖະມົນຕີ Mario Draghi ​ໄດ້​ເຫັນ​ດີ​ກັບ​ບັນດາ​ຂໍ້​ສະ​ເໜີ ​ແລະ ຂໍ້​ລິ​ເລີ່ມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ​ໃນ​ການ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ​ໃນ​ໄລຍະ​ຈະ​ມາ​ເຖິງ; ຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍໜ້າກາກອະນາໄມໃນໄລຍະທີ່ ອີຕາລີ ພວມປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນໂລກລະບາດ Covid-19; ສັນຍາ​ວ່າ​ລັດຖະບານ​ອີ​ຕາ​ລີ​ຈະ​ຊຸກຍູ້​ສະພາ​ແຫ່ງ​ຊາດ​ອີ​ຕາ​ລີ​ໃຫ້​ສັດຕະຍາບັນ​ສັນຍາ EVIPA ​ໂດຍ​ໄວ; ຢືນຢັນ​ວ່າ ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ປາດ​ຖະໜາ​ຢາກ​ສືບ​ຕໍ່​ລົງທຶນ​ເຂົ້າ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ພະລັງງານ​ທົດ​ແທນ, ພື້ນຖານ​ໂຄງ​ລ່າງ, ການຄຸ້ມ​ຄອງ​ແຫຼ່ງນ້ຳ, ນະ​ວັດຕະກຳ...

ບຸນ​ຄົງ

ເຫດການ