ເປີດ​ຕົວ​ບົດ​ເພງ​ທາງ​ການ SEA Games 31

09:14 | 21/04/2022

ຍ​ສ​ໝ - ບົດ​ເພງ​ໂດຍ​ນັກ​ດົນ​ຕີ ຮຸຍ​ຕວັນ ປະ​ດິດ​ແຕ່ງ, ດ້ວຍ​ການ​ສະ​ແດງ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ກິ​ລາ ທີ່​ມີ​ຊື່​ສຽງ​ຂອງ ຫວຽດ​ນາມ, ປຸກ​ລຸກ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ຈິດ​ໃຈ​ກິ​ລາ​ທີ່​ມີ​ຄວາມ​ເຄົາ​ລົບ​ນັບ​ຖື, ມຸ່ງ​ໄປ​ເຖິງ SEA Games 31 “ເພື່ອ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ທີ່ເຂັ້ມ​ແຂງ​ກ່​ວາ​ອີກ”.

ພິ​ທີ​ຊັກ​ທຸງ SEA Games 31 ຄາດ​ວ່າ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ ປະ​ມານ 400 ທ່ານ ພິ​ທີ​ຊັກ​ທຸງ SEA Games 31 ຄາດ​ວ່າ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ ປະ​ມານ 400 ທ່ານ
SEA Games 31: ໂຄ​ສະ​ນາ​ພາບ​ພົດ​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ ຮ່າ​ໂນ້ຍ - ຫວຽດ​ນາມ SEA Games 31: ໂຄ​ສະ​ນາ​ພາບ​ພົດ​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ ຮ່າ​ໂນ້ຍ - ຫວຽດ​ນາມ
ເປີດ​ຕົວ​ບົດ​ເພງ​ທາງ​ການ SEA Games 31
ຄຼິບ​ວີ​ດີ​ໂອ Let’s Shine (ພ​າບ: ຄ​ະ​ນະ​ຈັດ​ຕັ້ງ SEA Games 31)

ຄຼິບ​ວີ​ດີ​ໂອ Let’s Shine ແມ່ນ​ບົດ​ເພງ​ທາງ​ການ​ຂອງ​ງານ​ມະ​ຫາ​ກຳ​ກ​ິ​ລາ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ​ຄັ້ງ​ທີ 31 (SEA Games 31) ໂດຍ​ໄດ້​ເປີດ​ຕົວ​ຕໍ່​ມະ​ຫາ​ຊົນ​ຫວຽດ​ນາມ ແລະ ສາ​ກົນ ໃນ​ເວ​ລາ 20 ໂມງ​ຂອງວັນ​ທີ 18 ເມ​ສາ ປີ 2022 ຜ່ານ​ລະ​ບົບ​ຊ່ອງ​ທາງ​ທາງ​ການ​ຂອງ SEA Games 31. ບັນ​ດາ​ພື້ນ​ຖານ​ສື່ມວນ​ຊົນ​ທາງ​ການ​ຂອງ SEA Games 31ລວມມີ:

Website:https://seagames2021.com/https://seagames31.webthethao.vn/ Facebook: https://www.facebook.com/SEAGames31.Vietnam2021 Instagram: https://www.instagram.com/seagames31_vietnam2021 Youtube : : https://www.youtube.com/channel/UCJ7ptXFutC92As7H311CuBQ TikTok: https://www.tiktok.com/@seagames31official

SEA Games 31 ແມ່ນ​ເຫດ​ການກ​ິ​ລາ​ໃຫຍ່​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເຊິ່ງ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າ​ງວ​ັນ​ທີ 12 ພຶດ​ສະ​ພາ ຫາ ວັນ​ທີ 23 ພຶດ​ສະ​ພາ ປີ 2022 ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ 11 ແຂວງ, ນະ​ຄອນ​​ໃກ້​ຄຽງ.

SEA Games 31 ມີ 40 ປະເພດກິ​ລາ, ຫຼຽນ​ 526 ຊຸດ ແລະ ຕ້ອນ​ຮັບ​ປະ​ຊາ​ຊົນ ປະ​ມານ 10.000 ຄົນ​ທີ່​ມາ​ຈາກ 11 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.