ໄຂ​ສັບ​ປະ​ດາ​ທ່ອງ​ທ່ຽວ - ວັດ​ທະ​ນະ​ທຳແຂວງ ລາຍ​ເຈົາ ປີ 2022

11:52 | 18/04/2022

ຫວ່າງແລ້ວນີ້, ຢູ່ສະໜາມຫຼວງປະຊາຊົນແຂວງ ລາຍເຈົາ ຂອງ ຫວຽດນາມ, ໄດ້ດຳເນີນພິທີໄຂສັບປະດາທ່ອງທ່ຽວ - ວັດທະນະທຳແຂວງ ລາຍເຈົາ ປີ 2022, ດ້ວຍຫົວຂໍ້ “ກັບຄືນຢາມຈອມພູທີ່ໃຫຍ່ໂຕມະໂຫຖານ ແຂວງ ລາຍເຈົາ”.

ເງື່ອນ​ໄຂ​ສ້າງ​ສາ​ຂາ​ຂອງ ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາໄລ​ທີ່​ມີ​ທຶນ​ຈາກ​ຕ່າງ​ປະ​ເທດ ເງື່ອນ​ໄຂ​ສ້າງ​ສາ​ຂາ​ຂອງ ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາໄລ​ທີ່​ມີ​ທຶນ​ຈາກ​ຕ່າງ​ປະ​ເທດ
ສັບ​ປະ​ດາ ຮູບ​ເງົາ​ອາ​ຊຽນ 2022 ຈະ​ຈັດ​ຕັ້ງ​ຢູ່ 3 ນະ​ຄອນ​ໃຫຍ່​ຂອງ ຫວຽດ​ນາມ ສັບ​ປະ​ດາ ຮູບ​ເງົາ​ອາ​ຊຽນ 2022 ຈະ​ຈັດ​ຕັ້ງ​ຢູ່ 3 ນະ​ຄອນ​ໃຫຍ່​ຂອງ ຫວຽດ​ນາມ
ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຮ່າຍີ່
ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຮ່າຍີ່

ລາຍການສະແດງສິລະປະໄຂສັບປະດາທ່ອງທ່ຽວ - ວັດທະນະທຳແຂວງ ລາຍເຈົາ ໄດ້ວາດພາບເຖິງງານບຸນຕ່າງໆ ເພື່ອແນໃສ່ເຊີດຊູຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງວົງຄະນະຊາດ 20 ຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນ; ພ້ອມທັງແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຜະລິດຕະພັນການທ່ອງທ່ຽວຂອງທ້ອງຖິ່ນ. ທ່ານ ເຈິ່ນກວາງຄ໊າງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງລາຍເຈົາໃຫ້ຮູ້ວ່າ:

“ສັບປະດາທ່ອງທ່ຽວ - ວັດທະນະທຳ ປີ 2022 ແມ່ນໂອກາດເພື່ອໃຫ້ແຂວງ ລາຍເຈົາ ໄດ້ແນະນຳເຖິງເພື່ອນມິດພາຍໃນປະເທດ ແລະ ສາກົນກ່ຽວກັບທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ ແລະ ພິເສດແມ່ນສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມຮັກແພງແຂກຄົນຂອງປະຊາຊົນບັນດາເຜົ່າຢູ່ທີ່ນີ້. ນີ້ກໍແມ່ນໂອກາດເພື່ອໃຫ້ວິສາຫະກິດທ່ອງທ່ຽວ, ການບໍລິການທ່ອງທ່ຽວໃນບໍລິເວນແຂວງ ລາຍເຈົາ ຮ່ວມມື, ຮ່ວມສຳພັນກັບວິສາຫະກິດພາຍໃນປະເທດ ແລະ ສາກົນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ”.

ໃນພິທີໄຂ ໄດ້ດຳເນີນງານບຸນ Carnaval ຢູ່ຕາມທ້ອງຖະໜົນ ດ້ວຍຫົວຂໍ້ “ກັບຄືນຢາມຈອມພູທີ່ໃຫຍ່ໂຕມະໂຫຖານ ແຂວງ ລາຍເຈົາ ທີ່ຫຼາກຫຼາຍສີສັນ” ດ້ວຍການເຂົ້າຮ່ວມຂອງນັກສະແດງ, ນັກສິລະປິນກວ່າ 500 ຄົນທີ່ມາຈາກ 8 ເມືອງ, ນະຄອນ ໃນບໍລິເວນແຂວງ. ສັບປະດາທ່ອງທ່ຽວ - ວັດທະນະທຳ ແຂວງ ລາຍເຈົາ ປີ 2022 ນີ້ ຈະແກ່ຍາວໄປຮອດວັນທີ 17 ເມສາ ຈຶ່ງອັດລົງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.