ເປຣູ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້

15:00 | 15/04/2022

ຍສໝ - 2 ຝ່າຍ​ກໍ່​ແລກປ່ຽນ​ຫຼາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ເປຣູ ​ໃນ​ໄລຍະ​ຈະ​ມາ​ເຖິງ...

ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ
ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ

ໃນລະຫວ່າງວັນທີ 4-9 ເມສາ, ທ່ານນາງ ຟ້າມທິກິມຮວາ ເອກອັກຄະລັດ ຖະທູດຫວຽດນາມ ປະຈຳ ບຣາຊິນ ທັງ ເປຣູ ກໍໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດ ເປຣູ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຟ້າມທິກິມຮວາ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ César Landa Arroyo ​ແລະ ມີ​ການ​ພົບ​ປະ​​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ​ເປຣູ.

ເປຣູ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້
ເປຣູ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ພາບ:​ thoidai.com.vn

ທີ່​ການແລກປ່ຽນ ​ແລະ ​ເຮັດ​ວຽກ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ນາງ ຟ້າມທິກິມຮວາ ປາດ​ຖະໜາ​ຢາກ​ສືບ​ຕໍ່​ເຮັດໃຫ້ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ເປຣູ ເລິກເຊິ່ງກວ່າອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ບົນ​ພື້ນຖານ​ທີ່​ສອງ​ປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ ​ແລະ ລະບອບລະບຽບການ​ຮ່ວມ​ມື​ສາກົນ ​ຄື: ສັນຍາ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC), ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ​ ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP). ພິເສດ, ທ່ານນາງເອກອັກຄະລັດຖະທູດ ສະເໜີລັດຖະບານ ເປຣູ ສືບຕໍ່ສ້າງເງື່ອນໄຂສະດວກ, ໜູນຊ່ວຍຜັນຂະຫຍາຍບັນດາໂຄງການລົງທຶນດ້ານ ໂທລະຄົມມະນາຄົມ, ນ້ຳມັນອາຍແກັສຂອງ Viettel ແລະ PVN ຢ່າງມີປະສິດທິຜົນ.

2 ຝ່າຍ​ກໍ່​ແລກປ່ຽນ​ຫຼາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ເປຣູ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເປັນ​ຕົ້ນ​ແມ່ນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຮັກສາບັນດາກົນໄກຮ່ວມມືສອງຝ່າຍ ​ເປັນປະຈໍາ ​ແລະ ມີ​ປະສິດທິ​ຜົນຄື ຄະນະກໍາລະການລະຫວ່າງລັດຖະບານ ແລະ ປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ...

ສ່ວນ​ຝ່າຍ​ເປຣູ, ການ​ນຳ​ຕາງໜ້າ​ໃຫ້​ບັນດາ​ກະຊວງ/ຂະ​ແໜງ​ການ​ກໍ່​ສະ​ແດງ​ຄວາມ​ສົນ​ໃຈໃນການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ, ຢືນຢັນ​ວ່າ ​ເປຣູ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.