ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ

06:38 | 07/11/2021

ຍສໝ - ທ່ານ​ສະມາຊິກສະພາສູງ Catherine Deroche, ປະທານ​ກຸ່ມ​ສະມາຊິກລັດຖະສະພາມິດຕະພາບ​ຝະລັ່ງ - ຫວຽດນາມ ຂອງ ສະພາສູງ​ ໄດ້​ຕີ​ລາຄາ​ສູງ​ການ​ພົວພັນທີ່ຂະຫຍັນຂັນເຂື່ອນ​​ນັບ​ມື້​ນັບ​ໄດ້ຮັບການປັບປຸງ ລະຫວ່າງ 2 ປະ​ເທດ ຝລັ່ງ - ຫວຽດນາມ...

ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກັບ ສະ​ພາ​ອັງ​ກິດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ຫົວ​ຄິດ​ປະ​ດິດ​ສ້າງ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກັບ ສະ​ພາ​ອັງ​ກິດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ຫົວ​ຄິດ​ປະ​ດິດ​ສ້າງ
ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ສານ​ສາ​ກົນ ໃນ​ການ​ບຳ​ລຸງ​ສ້າງ ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ສານ​ສາ​ກົນ ໃນ​ການ​ບຳ​ລຸງ​ສ້າງ
ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ

ທ່ານ ສະມາຊິກ​ສະພາ​ສູງ Catherine Deroche ​ໄດ້​ຕີ​ລາຄາ​ການ​ຢ້ຽມຢາມ​ຝະຣັ່ງ​ຢ່າງ​ເປັນ​ທາງ​ການ​ຂອງ ​ທ່ານ​ນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້​ເປັນການ​ເປີດສາກໃຫ້ແກ່​ບັນດາການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ​ຄືນ​ໃໝ່​ພາຍຫຼັງ​ໄລຍະ​ຢຸດ​ສະ​ງັກ​ຍ້ອນ​ພະຍາດ​ໂຄ​ວິດ-19. ​ໃນ​ປີ 2018, 2 ປະ​ເທດ​ໄດ້​ມີ​ຫຼາຍການພົບປະສອງຝ່າຍ​ພິ​ເສດ​ຂັ້ນ​ສູງ​ສຸດ, ດ້ວຍ​ການ​ຢ້ຽມຢາມ​ຂອງ ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູຈ້ອງ (​ເດືອນມີນາ 2018), ຖັດມາ​ແມ່ນ​ການ​ຢ້ຽມຢາມ​ຂອງ​ ທ່ານ​ນາຍົກລັດຖະມົນຕີ Édouard Philippe. (ເດືອນພະຈິກ 2018)…

ບັນດາການ​ຢ້ຽມ​ຢາມເຫຼົ່ານີ້​ໄດ້​ຊ່ວຍ​ໃຫ້​ສອງ​ປະ​ເທດ​ວາງ​ອອກ​ແຜນການ​ທີ່ເຕັມໄປດ້ວຍຄວາມມຸ່ງຫວັງ, ​ໄດ້​ຍົກອອກ​ໃນ​ຖະແຫຼງ​ການ​ຮ່ວມ ຝະລັ່ງ - ຫວຽດນາມ ແລະ ໄດ້ຫັນເປັນການປະຕິບັດຕົວຈິງ ດ້ວຍການ​ລົງ​ນາມ​ໃນ​ຂໍ້ຕົກລົງ ແລະ ສັນ​ຍາ ຫຼາຍສະບັບ, ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດທີ່​ໄດ້​ຮັບ​ການເພີ່ມທະວີແບບທີ່​ບໍ່​ເຄີຍ​ມີ​ມາກ່ອນໃນທຸກດ້ານ. ຄວາມຂະຫຍັນຂັນເຄື່ອນນີ້ພວມໄດ້ສືບຕໍ່ຮັກສາໄວ້. ​ໃນ​ປີ 2023, ບັນດາ​ເຫດການສອງຝ່າຍ​ສຳຄັນ​ຂອງ​ສອງ​ປະ​ເທດ ລວມມີ ການສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງວັນສ້າງຕັ້ງການທູດ ແລະ ຄົບຮອບ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ກ່ຽວ​ກັບ​ການ​ຕ້ານ​ພະຍາດ​ໂຄ​ວິດ-19 ຢູ່​ ຫວຽດນາມ, ປະທານ​ກຸ່ມ​ສະມາຊິກລັດຖະສະພາມິດຕະພາບ​ຝະລັ່ງ - ຫວຽດນາມ ຂອງ ສະພາສູງ ຝະລັ່ງ​ ໄດ້​ເນັ້ນ​ໜັກ​ວ່າ ມີ​ພຽງ​ວິທີ​ທີ່​ຍຸດຕິ​ທຳ​ໃນ​ການສໍາຜັດກັບ​ວັກຊີນ​ປ້ອງ​ກັນ​ພະຍາດ​ໃນ​ທົ່ວ​ໂລກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປົກ​ປ້ອງ​ພະນັກງານສາທາລະນະສຸກ ແລະ ຜູ້ທີ່ມີຄວາມສ່ຽງທີ່ສຸດ ຈຶ່ງສາມາດຫຼຸດຜ່ອນຜົນກະທົບຂອງໂລກລະບາດຕໍ່ສຸຂະພາບຊຸມຊົນ ແລະ ພື້ນຖານເສດຖະກິດ.

ເມື່ອປຶກສາ​ຫາລື​ກ່ຽວກັບບັນດາ​ນະ​ໂຍບາຍ​ຂອງ EU ​ເວົ້າລວມ ​ແລະ ຝລັ່ງ ​ເວົ້າ​ສະ​ເພາະ​ມຸ່ງໄປສູ່ພາກ​ພື້ນ​ອິນເດຍມະຫາສະໝຸດ-ປາຊີ​ຟິກ, ​ໃນ​ນັ້ນ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຫວຽດນາມ ​ແມ່ນ​ປະຕູ, ປະທານ​ກຸ່ມ​ສະມາຊິກລັດຖະສະພາມິດຕະພາບ​ຝະລັ່ງ - ຫວຽດນາມ ຂອງ ສະພາສູງ ຝະລັ່ງ ໄດ້ຕີລາຄາພາກ​ພື້ນນີ້ນັບມື້ນັບຢັ້ງຢືນບົດບາດພື້ນທີ່ຍຸດທະສາດຂອງສະຕະວັດທີ 21.

ທ່ານ​ສະມາຊິກສະພາສູງ Catherine Deroche ໄດ້ເນັ້ນ​ໜັກວ່າ ​ກັບ ຫວຽດນາມ, ຝລັ່ງ ຍັງຄົງ​ເອົາ​ໃຈ​ໃສ່ຫຼາຍຕໍ່​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຢຶດໝັ້ນຕໍ່ທັດສະນະ​ໃນ​ການ​ແກ້​ໄຂ​ການ​ແກ້ງແຍ້ງ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ສິດ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການບິນຕາມຂໍ້ກຳນົດ​ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ໄຊພອນ

ເຫດການ
302 Found

Found

The document has moved here.