ວິທະຍາໄລການສຶກສາ ເງ້ອານ: ມອບໃບປະກາດສະນີຍະບັດພາສາຫວຽດໃຫ້ແກ່ນັກສຶກສາລາວ 110 ຄົນ

14:26 | 27/08/2020

ຍສໝ - ນີ້ແມ່ນຊຸດຮຽນທີ 17 ທີ່ໄດ້ຈັດຕັ້ງທີ່ວິທະຍາໄລສຶກສາແຂວງເງ້ອານ. ເຂົ້າຮ່ວມຊຸດຮຽນມີນັກຮຽນ 110 ຄົນ ມາຈາກແຂວງຊຽງຂວາງ, ບໍລິຄຳໄຊ, ຫົວພັນ ແລະ ວຽງຈັນ ສປປ.ລາວ.

ວ ທະຍາໄລການສ ກສາ ເງ ອານ ມອບໃບປະກາດສະນ ຍະບ ດພາສາຫວຽດໃຫ ແກ ນ ກສ ກສາລາວ 110 ຄ ນ ກອງທຶນ Philip David Gray ໄດ້ມອບທຶນການສຶກສາໃຫ້ນັກຮຽນຫວຽດນາມທີ່ທຸກຍາກ ສຳລັບສົກຮຽນ 2020-2021
ວ ທະຍາໄລການສ ກສາ ເງ ອານ ມອບໃບປະກາດສະນ ຍະບ ດພາສາຫວຽດໃຫ ແກ ນ ກສ ກສາລາວ 110 ຄ ນ ບັນດາວິສາຫະກິດອັງກິດ ໄດ້ເພີ່ມຄວາມເອົາໃຈໃສ່ຕໍ່ທ້ອງຕະຫຼາດຫວຽດນາມ
ວ ທະຍາໄລການສ ກສາ ເງ ອານ ມອບໃບປະກາດສະນ ຍະບ ດພາສາຫວຽດໃຫ ແກ ນ ກສ ກສາລາວ 110 ຄ ນ
ພິທີມອບໃບປະກາດສະນີຍະບັດພາສາຫວຽດໃຫ້ແກ່ນັກສຶກສາລາວ.

ເມື່ອບໍ່ດົນມານີ້, ວິທະຍາໄລສຶກສາແຂວງເງ້ອານໄດ້ຈັດພິທີປິດ ແລະ ມອບໃບປະກາດສະນິຍະບັດ ສຳລັບການຝຶກອົບຮົມພາສາຫວຽດໃຫ້ແກ່ນັກຮຽນຕ່າງປະເທດລາວ. ນີ້ແມ່ນຊຸດຮຽນທີ 17 ທີ່ໄດ້ຈັດຕັ້ງທີ່ວິທະຍາໄລສຶກສາແຂວງເງ້ອານ. ເຂົ້າຮ່ວມຊຸດຮຽນມີນັກຮຽນ 110 ຄົນ ມາຈາກແຂວງຊຽງຂວາງ, ບໍລິຄຳໄຊ, ຫົວພັນ ແລະ ວຽງຈັນ ສປປ.ລາວ.

ເມື່ອສິ້ນສຸດຊຸດຮຽນ, ນັກຮຽນ 100% ຈະໄດ້ຮັບການທົດສອບ ແລະ ພິຈາລະນາສຳລັບການຮຽນຈົບ. ນັກສຳມະນາກອນດັ່ງກ່າວສ່ວນຫຼາຍແມ່ນພະນັກງານໃນໜ່ວຍງານຕ່າງໆ, ນັກສຶກສາທີ່ຈົບໃໝ່ຈາກໂຮງຮຽນມັດທະຍົມຕອນປາຍໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

ກ່າວຄໍາເຫັນທີ່ພິທີ, ທ່ານ ປອ. ເຈິ່ນແອງຕື ຮອງອະທິການບໍດີໂຮງຮຽນ ໄດ້ເນັ້ນໜັກວ່າ ເພື່ອບັນລຸຜົນສຳເລັດດັ່ງກ່າວ, ພວກເຂົາໄດ້ທຳຄວາມພະຍາຍາມຢ່າງໃຫຍ່ຫຼວງເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກ່ຽວກັບສະພາບພູມສາດ, ຄວາມແຕກຕ່າງດ້ານພາສາກໍ່ຄືຮີດຄອງປະເພນີ ແລະກິດຈະກຳຕ່າງໆ. ໂຮງຮຽນໄດ້ຕີລາຄາສູງຕໍ່ຄວາມພະຍາຍາມດັ່ງກ່າວ, ຫວັງວ່ານັກຮຽນຈະສືບຕໍ່ສົ່ງເສີມຄວາມກະຕືລືລົ້ນ, ມີຄວາມມານະພະຍາຍາມໃນການຮໍ່າຮຽນ ແລະຍົກລະດັບຄວາມສາມາດໃນການນໍາໃຊ້ພາສາຫວຽດນາມໃຫ້ດີຂື້ນເພື່ອພວກເຂົາຈະສາມາດສືບຕໍ່ຮໍ່າຮຽນໃນບັນດາມະຫາວິທະຍາໄລຢູ່ແຂວງເງ້ອານ, ພະຍາຍາມກາຍເປັນນັກຮຽນເກັ່ງເພື່ອປະກອບສ່ວນໃນການສ້າງສາປະເທດລາວໃຫ້ຈະເລີນຮຸ່ງເຮືອງຂື້ນເລື້ອຍໆ”.

ວ ທະຍາໄລການສ ກສາ ເງ ອານ ມອບໃບປະກາດສະນ ຍະບ ດພາສາຫວຽດໃຫ ແກ ນ ກສ ກສາລາວ 110 ຄ ນ
ນັກສຶກສາລາວມອບຊໍ່ດອກໄມ້ສະແດງຄວາມຂອບອົກຂອບໃຈຕໍ່ຄູອາຈານຂອງວິທະຍາໄລສຶກສາ ເງ້ອານ.

ໃນພິທີໃນນາມຕາງໜ້ານັກຮຽນຕ່າງປະເທດ 110 ຄົນ, ນັກຮຽນ ພອນມະນີ ວັນຫວີສາ - ຮ້ອງຮຽນ K17A ໄດ້ສະແດງຄວາມຮູ້ສຶກວ່າ: ຜ່ານການຮຽນ ແລະການດຳ ລົງຊີວິດເປັນເວລາ 10 ເດືອນ ຢູ່ ໂຮງຮຽນວິທະຍາໄລສຶກສາເງ້ອານ, ພວກນ້ອງໄດ້ຮັບການຊ່ວຍເຫຼືອຈາກບັນດາຄູອາຈານ, ມາຮອດດຽວນີ້, ພວກເນ້ອງສາມາດເວົ້າ ແລະຂຽນພາສາຫວຽດໄດ້ດີ. ດ້ວຍການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ພວກນ້ອງຂໍສະແດງຄວາມຂອບໃຈມາຍັງຄູອາຈານ, ພະນັກງານຂອງໂຮງຮຽນທັງໝົດ”.

ກ່າວຄຳເຫັນທີ່ພິທີ, ທ່ານ ຢາງກົງຮູຍ, ຫົວໜ້າພະແນກຄຸ້ມຄອງຊາຍແດນ ສັງກັດ ພະແນກພົວພັນການຕ່າງປະເທດແຂວງ ເງ້ອານ ໄດ້ເນັ້ນຫນັກວ່າ: ຜ່ານຄຸນນະພາບຂອງ 17 ຊຸດຝຶກອົບຮົມ, ໂດຍມີນັກສຶກສາລາວຫຼາຍກ່ວາ 1.300 ຄົນທີ່ກຳລັງສຶກສາຢູ່ວິທະຍາໄລສຶກສາ ເງ້ອານ, ມີຫຼັກຖານສະແດງໃຫ້ເຫັນເຖິງຄວາມສາມັກຄີພິເສດແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ສອງປະເທດ ຫວຽດນາມ - ລາວ.

ການເປີດຊຸດສອນພາສາຫວຽດໃຫ້ແກ່ນັກສຶກສາລາວມີຄວາມໝາຍສຳຄັນ, ສະແດງຄວາມຮູ້ສຶກ ແລະຄວາມຮັບຜິດຊອບຂອງອໍານາດການປົກຄອງແຂວງເງ້ອານ ເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ທີ່ມີຕໍ່ ປະເທດລາວ.

ວ ທະຍາໄລການສ ກສາ ເງ ອານ ມອບໃບປະກາດສະນ ຍະບ ດພາສາຫວຽດໃຫ ແກ ນ ກສ ກສາລາວ 110 ຄ ນ ຫວຽດນາມ ດຳລົງຕຳແໜ່ງເປັນປະ​ທານ​ຄະ​ນະ​ກຳ​ມະ​ການ ອ​າ​ຊຽນ ປະ​ຈຳ ເຊັກ​ໂກ

ຍສໝ - ໃນວັນທີ 25 ສິງຫາ ທີ່ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການ ອາຊຽນ ຢູ່ ນະຄອນຫຼວງ ປຣາຮາ, ທ່ານ ທ໊າຍຊວັນຢູ໊ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກໂກ ໄດ້ຮັບຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເຊັກໂກ ຈົນຮອດທ້າຍປີ 2020 ຈາກທ່ານ ...

ວ ທະຍາໄລການສ ກສາ ເງ ອານ ມອບໃບປະກາດສະນ ຍະບ ດພາສາຫວຽດໃຫ ແກ ນ ກສ ກສາລາວ 110 ຄ ນ ພິທີມອບຮັບພົນລະເມືອງຫວຽດນາມ 21 ຄົນ ທີ່ເຂົ້າເມືອງຈີນຜິດກົດໝາຍ

ຍສໝ - ວັນທີ 25 ສິງຫາ, ຢູ່ດ່ານຊາຍແດນສາກົນແທງທູວ, ເມືອງ ວີ້ຊວຽນ, ແຂວງ ຮ່າຢາງ, ຄ້າຍທະຫານຊາຍແດນດ່ານສາກົນ ແທງທູວ, ທະຫານຊາຍແດນແຂວງ ຮ່າຢາງ ໄດ້ຮັບພົນລະເມືອງຫວຽດນາມ 21 ຄົນ ທີ່ໄດ້ສົ່ງກັບຄືນປະເທດໂດຍຕຳຫຼວດຈີນ.

ວ ທະຍາໄລການສ ກສາ ເງ ອານ ມອບໃບປະກາດສະນ ຍະບ ດພາສາຫວຽດໃຫ ແກ ນ ກສ ກສາລາວ 110 ຄ ນ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສການດຳເນີນທຸລະກິດ ອາຊຽນ

ຍ​ສ​ໝ - ໃນເວລາ 3 ວັນ, ແຕ່ວັນທີ 25-27 ສິງຫາ, ເວທີປາໄສການ​ດຳ​ເນີນທຸລະກິດອາຊຽນ 2020 ດຶງດູດໄດ້​ການ​ເຂົ້າ​ຮ່ວມ​ຂອງການນຳຂັ້ນສູງບັນດາວິສາຫະກິດ ແລະ ອົງການຈັດຕັ້ງມາຈາກອາຊີ, ຕາເວັນອອກກາງ, ເອີຣົບແລະອາເມລິກາໃນບັນດາກອງປະຊຸມປຶກສາຫາລືກ່ຽວກັບທ່າອ່ຽງພວ​ມພົ້ນເດັ່ນຂຶ້ນ ອາດຈະໄດ້ ກຳນົດອະນາຄົດຂອງພາກພື້ນ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.