ຮ່າ​ຢາງ​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ລະ​ດັບ​ຊາດ​ຕື​່ມ​ອີກ 2 ແຫ່ງ

09:57 | 11/04/2022

ຍ​ສໝ - ປັດ​ຈຸ​ບັນ​ຮ່າ​ຢາງ​ມີ​ມໍ​ລະ​ດົກ​ວັດ​ທະ​ນະທຳ​ນາມ​ມະ​ທຳ 27 ແຫ່ງທີ່​ໄດ້​ຈົດເຂົ້າ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັກ​ທະ​ນະ​ທຳ​ນາມ​ມະ​ທຳ​ລະ​ດັບ​ຊາດ, ໃນ​ນັ້ນ​ມີ ມໍ​ລະ​ດົກ​ 6 ແຫ່ງ​ຂອງ​ບັນ​ດາ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ​ກ່​ວາ 10.000 ຄົນ​ຄື ໂບ​ອີ, ປູ​ແປວ, ເກີ​ລາວ.

ຄົ້ນ​ຫາ​ຄວາມ​ສວຍ​ງາມ​ຂອງເຂດປູຊະນີຍະສະຖານປະຫວັດສາດວັດທະນະທໍາ​​ແຫ່ງ​ຊາດ - ວັດ​​ເກົ່າແກ່ ເຈິ໊ນກວກ ຄົ້ນ​ຫາ​ຄວາມ​ສວຍ​ງາມ​ຂອງເຂດປູຊະນີຍະສະຖານປະຫວັດສາດວັດທະນະທໍາ​​ແຫ່ງ​ຊາດ - ວັດ​​ເກົ່າແກ່ ເຈິ໊ນກວກ
ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ
ຮ່າ​ຢາງ​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ລະ​ດັບ​ຊາດ​ຕື​່ມ​ອີກ 2 ແຫ່ງ
ພາບ​ປະ​ກອບ: TTXVN

ທ່ານ​ນາງ ຈ້ຽວ​ທິ​ຕິ່ງ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຮ່າ​ຢາງ​ໃຫ້​ຮູ້​ວ່າ: ກະ​ຊວ​ງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ຫາ​ກໍ່​ປະ​ກາດ​ມໍ​ລະ​ດົກ​ວັກ​ທະ​ນະ​ທຳ​ນາມ​ມະ​ທຳ 2 ແຫ່ງ​ຂອງ​ແຂວງ ທີ່​ໄດ້​ຈົດເຂົ້າ​ບັນ​ຊີ​ລາຍ​ຊ​ື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ລະ​ດັບ​ຊາດ.

ນັ້ນ​ແມ່ນ ພິ​ທີ​ພາ​ວະ​ນາ​ຂໍ​ໃຫ້​ລະ​ດູ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ​ຂອງ​ຊົນ​ເຜົ່າ ເກີ​ລາວ​ແດງ ຢູ່​ຕາ​ແສງ ຕູ໊ງ​ຊານ, ເມືອງ​ຮ່​ວາງ​ຊູ​ຝີ່ ແລະ ພິ​ທີ​ບູ​ຊາ​ເຈົ້າ​ຊີ​ວິດ​ບ່ານ​ຂອງ ຊົນ​ເຜົ່າ​ຢ້າວ​ແດງ ຢູ່​ຕາ​ແສງ ໂຮ່​ເທົ່າ, ເມືອງ​ຮ່​ວາງ​ຊູ​ຝີ.

ໂດຍນອນ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ແຂວງ ຮ່າ​ຢາງ, ຮ່​ວາງ​ຊູ​ຝີ່​ແມ່​ນ​ສະ​ຖານ​ທີ່​ຢູ່ອາ​ໄສ​ຍາວ​ນາ​ນ​ທີ່​ສຸດ​ຂອງ​ 13 ຊົນ​ເຜົ່າ​ຄື: ຢ້າວ, ໄຕ, ນຸ່ງ, ມົ້ງ, ເກີ​ລາວ, ລາ​ຈີ໊… ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ມີ​ເງື່ອນ​ໄຂ​ທຳ​ມະ​ຊາດ​ທີ່​ປ່ຽນແປງຮ້າຍ​ແຮງເຊິ່ງນອນໃນປະເພດເຂດ​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ຕາ​ມ​ມະ​ຕິ​ 30a/2008/NQ-CP ຂອງ​ລັດ​ຖະ​ບານ. ຍ້ອນ​ປັດ​ໄຈ​ກ່ຽວ​ກັບ​ພູມ​ສາດ ແລະ ບໍ​ລິ​ເວນ, ພໍ່​ແມ່​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ແຫ່ງ​ນີ້​ຍັງ​ຮັກ​ສາ​ໄດ້ຫຼາຍ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.