ຫວຽດນາມ ສະໜັບສະໜູນຫຼຸດຜ່ອນອາວຸດ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ

16:30 | 08/04/2022

ຍສໝ - ກອງ​ປະ​ຊຸມ​ປະ​ຈໍາ​ປີ​ຂອງ​ຄະນະກໍາມະການຫຼຸດຜ່ອນອາວຸດ​ສະ​ຫະ​ປະ​ຊາ​ຊາດ (UNDC) ພວມດໍາເນີນ​ຢູ່​ນະ​ຄອນ​ນິວຢອກ​, ອາ​ເມລິ​ກາ​ ແລະ​ຄາດວ່າຈະ​ແກ່​ຍາວ​ເຖິງ​ວັນ​ທີ 22 ເມ​ສາ​. ກອງ​ປະ​ຊຸມ​ຄັ້ງ​ນີ້​​ສຸມ​ໃສ່​ປຶກ​ສາ​ຫາ​ລື​ 2 ​ເນື້ອໃນ​ຕົ້ນ​ຕໍ​ແມ່ນ ອາວຸດນິວເຄຼຍ ແລະບັນ​ຫາ​ອະ​ວະ​ກາດ​ໃນ​ດ້ານ​ການຫຼຸດຜ່ອນອາວຸດ.

ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ, ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ຢັ້ງຢືນຫຼັກໝັ້ນ ສະເໝີຕົ້ນສະເໝີປາຍຂອງ​ຫວຽດນາມ ​ແມ່ນ​ສະໜັບສະໜູນ ຄວາມມານະພະຍາຍາມ ຫຼຸດຜ່ອນອາວຸດ ແລະບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ພ້ອມທັງ, ໃຫ້ຂ່າວກ່ຽວກັບເລື່ອງ ຫວຽດນາມ ໄດ້ສໍາເລັດພັນທະແຈ້ງຂ່າວຕາມຂໍ້​ກຳນົດໃນມາດຕາ 2 ສົນທິສັນຍາວ່າ ດ້ວຍການຫ້າມອາວຸດນິວເຄຼຍ (TPNW) ພາຍຫຼັງສົນທິສັນຍາຢ່າງເປັນທາງການ ມີຜົນສັກສິດ. ຄຽງຂ້າງນັ້ນ, ທ່ານນາງ ຫງວຽນເຟືອງຈ່າ ​ກໍ່ຢັ້ງ​ຢືນສິດ​ຂອງ​ບັນດາ​ປະ​ເທດ ​ຄົ້ນຄວ້າ, ພັດທະນາ, ນໍາ​ໃຊ້​ພະລັງງານ​ນິວເຄຼຍ​ເພື່ອ​ຈຸດປະສົງສັນຕິພາບ.

ຫວຽດນາມ ສະໜັບສະໜູນຫຼຸດຜ່ອນອາວຸດ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ
ທ່ານນາງ ຫງວຽນເຟືອງຈ່າ, ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baoquocte.vn.

ກ່ຽວ​ກັບ​ການ​ນຳ​ໃຊ້​ອະ​ວະ​ກາດ, ທ່ານນາງ ຫງວຽນເຟືອງຈ່າ ຊົມເຊີຍ ເລື່ອງສະມັດຊາ ໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິ​ ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ເປີດ​ເພື່ອ​ປຶກສາ​ຫາລືກ່ຽວກັບການ​ຂົ່ມຂູ່​ຂອງບັນດາ​ການ​ເຄື່ອນ​ໄຫວ​ຢູ່​ນອກ​ອະວະກາດ, ຈາກນັ້ນ, ຍົກອອກຂໍ້ສະ​ເໜີ​ແນະ​ກ່ຽວ​ກັບ​ບັນ​ດາ​ມາດຕະຖານ, ຫຼັກເກນ ແລະຫຼັກການຂອງ ພຶດຕິກໍາມີຄວາມຮັບຜິດຊອບ ຂອງບັນດາປະເທດໃນການນໍາໃຊ້​​ນອກ​ອະວະກາດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.