ຮ່າໂນ້ຍ ອະນຸຍາດໃຫ້ເປີດຮ້ານບາ ແລະ ຄາລາໂອເກະຄືນໃໝ່ນັບແຕ່ເວລາ 00:00 ໂມງຂອງວັນທີ 8 ເມສາ

06:30 | 08/04/2022

ຍສໝ - ຮ່າໂນ້ຍອະນຸຍາດໃຫ້ຮ້ານຄາລາໂອເກະ, ນວດ, ບາ, ເກມເອເລັກໂຕນິກ ແລະ ອິນເຕີເນັດເປີດຄືນໃໝ່ຕັ້ງແຕ່ເວລາ 00:00 ໂມງຂອງວັນທີ 8 ເມສາ 2022 ພາຍຫຼັງປິດເປັນເວລາຍາວນານ.

ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ
ຣີສອດໃນເມືອງເຫ້ວ ເພື່ອພັກຜ່ອນໃນວັນທີ 30 ເມສາ ຣີສອດໃນເມືອງເຫ້ວ ເພື່ອພັກຜ່ອນໃນວັນທີ 30 ເມສາ
ພາບປະກອບ
ພາບປະກອບ

ບັນດາການບໍລິການທຸລະກິດທີ່ມີເງື່ອນໄຂເຊັ່ນ: ບາ, ຄາລາໂອເກະ, ນວດ... ຈະເປີດຄືນໃໝ່ຕັ້ງແຕ່ເວລາ 00:00 ໂມງຂອງວັນທີ 8 ເມສາ, ແຕ່ຕ້ອງຮັບປະກັນກ່ຽວກັບບັນດາບັນຫາປ້ອງກັນການລະບາດຂອງພະຍາດ.

ຂໍ້​ມູນ​ດັ່ງກ່າວ​ໄດ້​ຮັບ​ການ​ຍົກອອກ​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໃນ​ຕອນ​ບ່າຍ​ວັນ​ທີ 6 ເມສາ.

ຕາມ​ທ່ານ ເຈືອງ​ຫວຽດ​ຢຸງ, ຫົວໜ້າ​ຫ້ອງ​ວ່າການ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ແລ້ວ, ການ​ນຳ​ນະຄອນ ຮ່າ​ໂນ້ຍ ​ໄດ້​ລົງ​ນາມ ​ແລະ ປະກາດ​ໃຊ້​ເອກະສານ​ສະບັບ​ເລກທີ 1011/UBND-KGVX ກ່ຽວ​ກັບ​ການ​ດັດ​ແກ້ມາດ​ຕະການ “ປັບ​ຕົວຢ່າງຄວາມ​ປອດ​ໄພ, ມີໄຫວພິບ, ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ” ໃນສະຖານະການໃຫມ່ ຈໍານວນໜຶ່ງ.

ຕາມນັ້ນແລ້ວ, ບັນດາຮູບການທຸລະກິດບໍລິການຄື: ຄາລາໂອເກະ, ນວດ, ບາ, ເກມເອເລັກໂຕນິກ ແລະ ອິນເຕີເນັດ ຈະເລີ່ມດຳເນີນທຸລະກິດຄືນໃໝ່ ແຕ່ຕ້ອງຮັບປະກັນເງື່ອນໄຂ ແລະ ມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຕາມຄຳແນະນຳຂອງອົງການສາທາລະນະສຸກທີ່ກ່ຽວຂ້ອງ; ແນະນຳໃຫ້ລູກຄ້າທີ່ມີອາການສົງໄສເຊັ່ນ: ໄອ, ໄຂ້, ຫາຍໃຈຍາກ, ກິນບໍ່ມີລົດຊາດ... ບໍ່ໃຫ້ມາໃຊ້ບໍລິການ ແລະ ເຂົ້າຮ່ວມບັນດາກິດຈະກຳຢູ່ສະຖານທີ່ຂ້າງເທິງ, ຕ້ອງໄປໂຮງໝໍເພື່ອຮັບຄຳປຶກສາ ແລະ ຄຳແນະນຳ.

ນະຄອນ​ມອບ​ໝາຍ​ໃຫ້​ບັນດາ​ພະ​ແນ​ກ, ຂະແໜງການອີງຕາມບົດບາດໜ້າທີ່​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ເນື້ອ​ໃນ​ວິຊາ​ສະ​ເພາະແນະ​ນຳ, ​ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ໃຫ້​ຖືກຕ້ອງຕາມກົດລະບຽບ. ​ເພີ່ມ​ທະວີ​ການ​ກວດກາ ​ແກ້​ໄຂ​ບັນດາ​ການ​ກະທຳ​ລະ​ເມີດ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ນະຄອນ ມອບ​ໃຫ້​ຄະນະ​ກຳມະການ​ປະຊາຊົນບັນດາ​ຂັ້ນ​ເມືອງ, ເທດສະບານ ​ມີຄວາມຮັບຜິດຊອບໃນການປະສານ​ສົມທົບ​ກັບບັນດາ​ພະ​ແນ​ກ, ຂະແໜງການທີ່​ກ່ຽວຂ້ອງ ​ເພື່ອ​ກວດກາ​ເບິ່ງ​ບັນດາ​ຫົວໜ່ວຍ​ທຸລະ​ກິດການ​ບໍລິການ​ທີ່​ກ່າວ​ມາ​ຂ້າງເທິງທີ່ມີເງື່ອນໄຂ ​ແລະ ຊີ້​ນຳ, ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ໃຫ້​ສອດຄ່ອງ​ກັບ​ບັນດາຂໍ້​ກຳນົດຂອງກົດໝາຍ ແລະ ຄວາມປອດໄພໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.