ນະຄອນໂຮ່ຈິມິນ: ນຳໃຊ້ເຕັກໂນໂລຊີ ໃນການຄຸ້ມຄອງ ແລະ ດູແລ F0 ຢູ່ເຮືອນ

07:12 | 18/12/2021

ຍສໝ - ໂປແກລມ ໄດ້ເຊື່ອມຕໍ່ F0 ກັບທີມງານທາງການແພດ ແລະ ການນໍາຂອງອຳນາດການປົກຄອງໃນທຸກຂັ້ນ, ຊ່ວຍປັບປຸງການດູແລສຸຂະພາບໃຫ້ເປັນດີທີ່ສຸດ.

ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ
ນະຄອນໂຮ່ຈິມິນ ຕ້ອງນຳເອົາຖານະບົດບາດ, ພາບລັກຄືນມາໃນທຸກດ້ານ ນະຄອນໂຮ່ຈິມິນ ຕ້ອງນຳເອົາຖານະບົດບາດ, ພາບລັກຄືນມາໃນທຸກດ້ານ

ໃນ​ແຕ່​ລະ​ມື້, ພາຍຫຼັງ​ໄດ້​ຮັບ​ຂໍ້​ມູນ​ຈາກ F0 ຜ່ານ​ທາງ​ໂທລະສັບ ຫຼື ​ໃນ​ເວັບ​ໄຊ​, ບັນດາ​ພະນັກງານ​ການແພດ ​ປະຈຳ​ສຸກສາລາ ຈະ​ປະສານ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ - ເທດສະບານ​ເມືອງ ​ເພື່ອລົງ​ໄປຮອດເຮືອນ F0 ເກັບ​ຂໍ້​ມູນ, ວິເຄາະ, ​ໃຫ້ການ​ດູ​ແລ ແລະ ແຈກຢາຍຢາ.

ບັນດາພະນັກງານ​ການແພດ ພຽງແຕພິມໃສ່ຂໍ້ມູນເຂົ້າໃນໂປແກລມ ການດູແລ ແລະ ຄຸ້ມຄອງ F0 ຢູ່ເຮືອນ. ເມື່ອລະບົບໄດ້ປະມວນຂໍ້ມູນ, ຢູ່ກອງບັນຊາການປ້ອງກັນການລະບາດ, ບັນດາຜູ້ອາສາສະໝັກ ຈະເປັນຜູ້ຕິດຕາມ ແລະ ເບິ່ງແຍງຄົນເຈັບແບບທາງໄກ.

ນະຄອນໂຮ່ຈິມິນ: ນຳໃຊ້ເຕັກໂນໂລຊີ ໃນການຄຸ້ມຄອງ ແລະ ດູແລ F0 ຢູ່ເຮືອນ
ນະຄອນໂຮ່ຈິມິນ: ນຳໃຊ້ເຕັກໂນໂລຊີ ໃນການຄຸ້ມຄອງ ແລະ ດູແລ F0 ຢູ່ເຮືອນ. (ພາບ: hanoimoi.com)

ນອກຈາກ 46 ສຸກສາລາເຄື່ອນທີ່ ແລະ 95 ທີມປິ່ນປົວ F0, ນະຄອນ​ໂຮ່ຈິ​ມິນ ໄດ້ລະດົມອາສາສະໝັກ 240 ຄົນທີ່ເປັນຄູສອນຮັບຜິດຊອບວຽກງານການໂທ, ໃຫ້ຄໍາປຶກສາ, ເບິ່ງແຍງດູແລສຸຂະພາບ ແລະ ອັບເດດຂໍ້ມູນເຂົ້າໃນໂປແກລມ. ການດູແລ ແລະ ອັບເດດຂໍ້ມູນແມ່ນໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງ.

ການແກ້ໄຂຂໍ້ມູນ ແມ່ນອັດຕະໂນມັດ ແລະ ມີລັກສະນະພິເສດຫຼາຍຢ່າງ ເຊັ່ນ: ການກໍານົແບບອັດຕະໂນມັດສຳລັບກໍລະນີພະຍາດຮ້າຍແຮງ, ປານກາງ ແລະ ເບົາບາງ, ການເຕືອນສໍາລັບການຍ້າຍໂຮງຫມໍ, ເຕືອນການຕິດຕາມ, ການຢ້ຽມຢາມຖາມຂ່າວປະຈໍາວັນ. ດັ່ງນັ້ນ, ໂປແກລມ ໄດ້ເຊື່ອມຕໍ່ F0 ກັບທີມແພດ ແລະ ການນໍາຂອງອຳນາດການປົກຄອງໃນທຸກຂັ້ນ, ຊ່ວຍເພີ່ມປະສິດທິພາບການດູແລສຸຂະພາບ.

ທ່ານ ຫງວຽນ​ວັນ​ຫາຍ, ຫົວໜ້າ​ພະ​ແນ​ກສາທາ​ລະນະ​ສຸກ​ເມືອງ ​ຫອກໂມນ - ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ: ດ້ວຍ​ເຫດ​ນີ້, ​ໃນ 10 ວັນ​ທີ່​ຜ່ານ​ມາ, ຈຳນວນ​ຄົນ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ແມ່ນ​ໜ້ອຍ, ຈຳນວນ​ກໍລະນີ​ຮ້າຍ​ແຮງ​ບໍ່​ຫຼາຍ​ປານ​ໃດ, ສຸຂະພາບປະຊາຊົນດີຂຶ້ນ, ຖ້າມີກໍລະນີຮ້າຍແຮງ, ເຂົາເຈົ້າ ຈະຖືກສົ່ງໄປໂຮງຫມໍທັນເວລາ, ລະດົມໄດ້ທັງລະບົບທັງ ເພື່ອໜູນຊ່ວຍ F0, ຫຼຸດຜ່ອນຈຳນວນຄົນເຈັບທີ່ເກີນກຳລັງໃຫ້ພະນັກງານແພດ.

ໃນອະນາຄົດອັນໃກ້ນີ້, ​ເມືອງ ​ຫອກໂມນ ຄາດວ່າຈະຂະຫຍາຍຫຼາຍການນຳໃຊ້ຂອງໂປແກລມ ເຊັ່ນ: ທີມແພດຢູ່ຫ້ອງກວດພະຍາດ ແລະ ກຸ່ມແພດອາສາສະຫມັກທີ່ຈະດູແລ F0 ແລະ ໃຫ້ຄໍາແນະນໍາດ້ານສຸຂະພາບຫຼັງຈາກການປິ່ນປົວ, ຍາດພີ່ນ້ອງ ແລະ ຫມູ່ເພື່ອນ, ຄົນເຈັບ F0 ສາມາດປະເມີນຜົນການ​ປິ່ນ​ປົວ​ຂອງ​ທ່ານ​ຫມໍ, ປຶ້ມ​ຕິດ​ຕາມ​ກວດ​​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ໃນ​ບໍລິເວນເມືອງ​ຫອກໂມນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.