ຮັກສາຄວາມທົນທານໃຫ້ຮ່າງກາຍໃນເວລາອອກກໍາລັງກາຍທີ່ອອກເຫື່ອ

13:46 | 26/03/2022

ຍ​ສ​ໝ - ໃນສະພາບອາກາດຮ້ອນ, ຮ່າງກາຍຕ້ອງ "ເຮັດເຢັນ" ດ້ວຍການອອກເຫື່ອເພື່ອຮັກສາອຸນຫະພູມຂອງຮ່າງກາຍໃຫ້ຢູ່ໃນລະດັບປົກກະຕິ. ໃນເວລາເຫື່ອອອກຈະມີເກືອ ແລະ ແຮ່ທາດໃນຮ່າງກາຍອອກມານຳ.

ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10 ຄົນ
ກາຍເປັນເສດຖີເງິນລ້ານ ແລະ ເສດຖີເງິນຕື້ ເມື່ອກິນ ຊາ Dr Thanh, ຊາຂຽວສູນອົງສາ, Number 1 ກາຍເປັນເສດຖີເງິນລ້ານ ແລະ ເສດຖີເງິນຕື້ ເມື່ອກິນ ຊາ Dr Thanh, ຊາຂຽວສູນອົງສາ, Number 1

ທຸກໆມື້, ແຕ່ລະຄົນຈະສູນເສຍນ້ຳຜ່ານທາງຕ່ອມນ້ຳເຫື່ອ ແລະ ລະບົບຂັບຖ່າຍຕ່າງໆ… ໃນລະດູຮ້ອນ, ຮ່າງກາຍຍິ່ງຂາດນ້ຳຫຼາຍຂຶ້ນ ໂດຍສະເພາະຜູ້ທີ່ອອກກຳລັງກາຍຫຼາຍ ຫຼື ຫຼິ້ນກິລາ ຈະເຮັດໃຫ້ຮ່າງກາຍອິດເມື່ອຍ, ປະສິດທິຜົນຂອງການເຮັດວຽກຕໍ່າລົງ.

ຫຼາຍຄົນມີຄວາມຊິນເຄີຍຄືວ່າດື່ມນ້ຳ ກໍພຽງແຕ່ເມື່ອຮູ້ສຶກຫິວນ້ຳ. ເຖິງຢ່າງໃດກໍຕາມ, ເມື່ອຮູ້ສຶກຫິວນໍ້າສະແດງວ່າຮ່າງກາຍກໍາລັງຂາດນໍ້າ. ດັ່ງນັ້ນ, ບໍ່ພຽງແຕ່ຢູ່ໃນສະພາບອາກາດຮ້ອນ ຫຼື ຢູ່ໃນສະພາບປົກກະຕິ, ຫຼາຍຄົນກໍມັກຈະຢູ່ໃນສະພາບຂາດນ້ໍາ. ສິ່ງໜຶ່ງທີ່ຄວນເອົາໃຈໃສ່ແມ່ນບໍ່ຄວນດື່ມນ້ຳໃນເວລາຫິວນ້ຳ ເພາະວິທີນັ້ນ ຈະເຮັດໃຫ້ການຂາດນ້ຳໃນຮ່າງກາຍເກີດຂຶ້ນໄວຂຶ້ນກວ່າ ແລະ ເຮັດໃຫ້ຮ່າງກາຍອິດເມື່ອຍກວ່າ.

ໃນເວລາຂາດນ້ໍາ, ບັນດາອະໄວຍະວະຂອງຮ່າງກາຍກໍໄດ້ຮັບຜົນກະທົບ, ສັນຍານທີ່ສະແດງໃຫ້ເຫັນວ່າຮ່າງກາຍຂອງທ່ານກໍາລັງຂາດນ້ໍາເຊັ່ນ ສົບແຫ້ງ, ປາກແຫ້ງ, ຍ່ຽວເຫຼືອງ, ຜິວແຫ້ງ ແລະ ຈະແຈ້ງທີ່ສຸດແມ່ນຄວາມຮູ້ສຶກຫິວນ້ໍາ. ການຂາດນ້ໍາ ຫຼື ເສຍນ້ໍາຢ່າງຮ້າຍແຮງ ສາມາດເຮັດໃຫ້ທ່ານຮູ້ສຶກວິນຫົວ ແລະ ສະຫຼົບໄປ ໂດຍສະເພາະໃນເວລາທີ່ທ່ານອອກແດດ.

ພາບປະກອບ
ໃນສະພາບອາກາດຮ້ອນ, ຮ່າງກາຍຕ້ອງ "ເຮັດເຢັນ" ດ້ວຍການອອກເຫື່ອເພື່ອຮັກສາອຸນຫະພູມຂອງຮ່າງກາຍໃຫ້ຢູ່ໃນລະດັບປົກກະຕິ. ພາບປະກອບ

ອ້າຍ ຫງວຽນ​ຕ໋ວນ​ແອງ ເຊິ່ງເປັນພະນັກງານຂົນສົ່ງ​ໃຫ້​ຮູ້​ວ່າ ​ໃນ​ມື້​ທີ່​ຮ້ອນ​ອົບ​ເອົ້າ, ຈຳນວນ​ອໍເດີ​ເຄື່ອງໄດ້​ເພີ່ມ​ຂຶ້ນຫຼາຍ ​ຍ້ອນ​ມີ​ຫຼາຍ​ຄົນ​ຢ້ານ​ບໍ່​ອອກໄປ​ນອກ. ສະເລ່ຍໃນຫຼາຍເດືອນກ່ອນ, ລາວສົ່ງເຄື່ອງພຽງແຕ່ປະມານ 20 ອໍເດີ/ມື້, ແຕ່ປັດຈຸບັນຈໍານວນອໍເດີໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ. ລາຍຮັບໄດ້ເພີ່ມຂຶ້ນ ໝາຍຄວາມວ່າຄວາມອິດເມື່ອຍກໍຫຼາຍຂຶ້ນຄື ຕາລາຍ, ເຫື່ອອອກປຽກໝົດເສື້ອ, ແສບຕາ ເພາະວ່າຕ້ອງສົ່ງເຄື່ອງໃນສະພາບອາກາດຮ້ອນ 37 ອົງສາ. “ເຖິງວ່າເມື່ອໃດທີ່ເດີນທາງ ຂ້າພະເຈົ້າກໍໄດ້ຖືຕຸກນ້ຳເຢັນໄປນຳສະເໝີ ແຕ່ກໍຍັງບໍ່ພຽງພໍ, ເວລາຫິວນໍ້າກໍຍັງຫິວນໍ້າຄືເກົ່າ, ຮ່າງກາຍອິດເມື່ອຍ, ແຕ່ຍ້ອນວ່າ ນີ້ແມ່ນວຽກງານ ຂ້ອຍຍັງຕ້ອງພະຍາຍາມໄປສົ່ງເຄື່ອງ".

ເລື່ອງຂອງ ອ້າຍ ຕ໋ວນ​ແອງ ສະແດງໃຫ້ເຫັນວ່າ ຮ່າງກາຍບໍ່ພຽງແຕ່ເສຍນ້ໍາເທົ່ານັ້ນ ຫາກຍັງຂາດເກືອ ແລະ ແຮ່ທາດທີ່ສໍາຄັນເພື່ອຮັກສາຄວາມທົນທານໃຫ້ຮ່າງກາຍ.

ພາບປະກອບ
ນໍ້າດື່ມ Number 1 Active ລົດໝາກນາວ ໄດ້ຮັບຖືວ່າເປັນຜະລິດຕະພັນທີ່ເໝາະສົມກັບການທົດແທນນໍ້າ ແລະ ແຮ່ທາດໃຫ້ແກ່ທຸກຄົນ ບໍ່ວ່າຈະເປັນການເຄື່ອນໄຫວ, ອອກກຳລັງກາຍໃນວຽກງານປະຈໍາວັນ ຫຼື ຫຼິ້ນກິລາແລ້ວເສຍເຫື່ອໃນຍາມອາກາດຮ້ອນ. ພາບປະກອບ

ດັ່ງນັ້ນ, ໃນສະພາບອາກາດຮ້ອນ ຕ້ອງຕື່ມນ້ໍາແນວໃດໃຫ້ເໝາະສົມ, ຮັກສາຄວາມທົນທານໃນເວລາເຄື່ອນໄຫວຕໍ່ເນື່ອງ, ເຮັດວຽກຢ່າງມີປະສິດທິພາບ ກໍຄືການອອກກໍາລັງກາຍທີ່ດີ ກໍເປັນສິ່ງທີ່ບໍ່ແມ່ນໃຜກໍຮູ້.

ອ້າຍ ຕ໋ວນແອງ ໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ຊອກຮູ້ກ່ຽວກັບການນໍາໃຊ້ປະເພດເຄື່ອງດື່ມເພື່ອທົດແທນນໍ້າ, ທົດແທນແຮ່ທາດໃຫ້ຮ່າງກາຍ ແລະ ລາຄາກໍຕ້ອງເໝາະສົມເພື່ອສາມາດນໍາໃຊ້ທຸກໆມື້. ແລ້ວຂ້ອຍໄດ້ເລືອກໃຊ້ ນໍ້າດື່ມ Number 1 Active ລົດໝາກນາວ, ດ້ວຍລົດຊາດທີ່ແຊບຊ້ອຍຂອງໝາກນາວເກືອ, ລົດຊາດຫວານອ່ອນໆ, ປະສົມກັບລົດຊາດສົ້ມໆຂອງໝາກນາວ ເຊິ່ງສາມາດແກ້ຫິວນໍ້າ, ທົດແທນນໍ້າ ແລະ ແຮ່ທາດ. ດຽວນີ້ ຍາມ​ໃດ​ກໍ​ມີ​ຕຸກນໍ້າໝາກນາວເກືອ​ຢູ່​ໃນ​ລົດ​ເພື່ອດື່ມ​ເມື່ອ​ຫິວ​ນ້ຳ”.

ນໍ້າດື່ມ Number 1 Active ລົດໝາກນາວ ໄດ້ຮັບຖືວ່າເປັນຜະລິດຕະພັນທີ່ເໝາະສົມກັບການທົດແທນນໍ້າ ແລະ ແຮ່ທາດໃຫ້ແກ່ທຸກຄົນ ບໍ່ວ່າຈະເປັນການເຄື່ອນໄຫວ, ອອກກຳລັງກາຍໃນວຽກງານປະຈໍາວັນ ຫຼື ຫຼິ້ນກິລາແລ້ວເສຍເຫື່ອໃນຍາມອາກາດຮ້ອນ.

ໄຊພອນ

ເຫດການ
302 Found

Found

The document has moved here.