ການເຊື່ອມຕໍ່ທຸລະກິດ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ ແລະ ໄອແລນ

15:26 | 24/03/2022

ຍສໝ - ຫວ່າງແລ້ວນີ້, ສູນຄົ້ນຄວ້າການພັດທະນາແບບຍືນຍົງ (CSDS) ສົມທົບກັບມະຫາວິທະຍາໄລເສດຖະກິດ ແລະ ການເງິນນະຄອນ ໂຮ່ຈິມິນ (UEF) ໄດ້ຈັດຕັ້ງ “ງານບຸນວັດທະນະທໍາໄອແລນ” ດ້ວຍການຄົ້ນຫາທີ່ໜ້າຈັບໃຈຫຼາຍຢ່າງ.

ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ
ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ
ພາບປະກອບ
ພາບປະກອບ

ໃນລາຍການ, ບັນດານັກສຶກສາໄດ້ຊອກຮູ້ກ່ຽວກັບວັດທະນະທໍາໄອແລນ ໂດຍຜ່ານການໂອ້ລົມສົນທະນາ "ໄອແລນ - ຮ່ອມພູ Silicon ຂອງເອີຣົບ". ບັນດາຫົວ​ຂໍ້​ທີ່​ໄດ້​​ໂອ້​ລົມ​ສົນ​ທະ​ນາ​ປະ​ກອບ​ມີ: ໄອ​ແລນ – ປະ​ເທດຊາດ, ວັດ​ທະ​ນະ​ທໍາ, ມະນຸດ; ຮ່ອມພູ Silicon ໃນສາຍພົວພັນກັບການສຶກສາ; ລະ​ບົບ​ນິ​ເວດ​ການ starp up ​ຂອງ​ໄອ​ແລນ​ໃນສາຍ​ພົວພັນ​ກັບບັນດາວິສາຫະກິດ starp up ຂອງ​ຫວຽດ​ນາມ; ນິສິດເກົ່າ ແລະ ການເຊື່ອມຕໍ່ກັບໄອແລນຫຼັງຈາກຮຽນຈົບ; ເລື່ອງລາວ starp up ທີ່ປະສົບຜົນສຳ​ເລັດ​​ຢູ່​ຫວຽດ​ນາມ; ການສະຫນັບສະຫນູນຈາກລັດຖະບານໄອແລນ ສໍາລັບວິສາຫະກິດທີ່ starp up.

ໃນງານ​ບຸນ ລາຍການ​ເຊື່ອມ​ຕໍ່ວິ​ສາ​ຫະ​ກິດ​ຫວຽດ​ນາມ - ໄອ​ແລນ ແລະ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ - ໄອ​ແລນ ໄດ້ມີ 11 ຫ້ອງວາງສະແດງເພື່ອສະເໜີ​ວັດ​ທະ​ນະ​ທຳ, ກິ​ລາ, ການດຳເນີນທຸ​ລະ​ກິດ, ອາ​ຫານໄອ​ແລນ ແລະ ອື່ນໆ.

ໃນ “ງານບຸນວັດທະນະທໍາໄອແລນ”, ນັກສຶກສາຈະໄດ້ຊອກຮູ້ ແລະ ເສີມຂະຫຍາຍຄວາມຮູ້ກ່ຽວກັບວັດທະນະທໍາ, ປະຫວັດສາດ ແລະ ມະນຸດຂອງປະເທດນີ້ໃນຫຼາຍດ້ານ. ພ້ອມກັນນັ້ນ ລາຍການດັ່ງກ່າວ ຍັງເປັນໂອກາດທີ່ດີເພື່ອໃຫ້ນັກສຶກສາໄດ້ເຂົ້າໃກ້ກັບວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ, ຮຽນຮູ້ປະສົບການ, ຝຶກຝົນຫຼໍ່ຫຼອມທັກສະ ເພື່ອເປັນສໍາພະລະທີ່ເຂັ້ມແຂງໃນເສັ້ນທາງເຊື່ອມໂຍງ.

ໄຊພອນ

ເຫດການ
302 Found

Found

The document has moved here.