ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ

06:00 | 02/08/2021

ສະພາບການເມືອງໝັ້ນຄົງ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ທີ່ເຂັ້ມແຂງ, ເສດຖະກິດເຕີບໂຕໄວ, ມູນຄ່າສ່ວນເກີນການຄ້າເພີ່ມຂຶ້ນ ແລະການເກັບຮັກສາຄ່າເງິນຕາສູງແມ່ນບັນດາປັດໃຈຫຼັກແຫຼ່ງສໍາລັບສະຖຽນລະພາບດ້ານການເງິນຂອງຫວຽດນາມ.

ຫວຽດນາມຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ຫວຽດນາມ-ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ
ພາບປະກອບ
ພາບປະກອບ

ສໍານັກຂ່າວສານ Sputnik, ລັດເຊຍ ໄດ້ລົງບົດຂຽນຂອງນັກຂ່າວ Elena Nikulina ເຊິ່ງໄດ້ຫວນຄືນຂໍ້ມູນທີ່ກ່ຽວຂ້ອງເຖິງຫວຽດນາມ ທີ່ອອກໃນໜັງສືພິມສາກົນໃນອາທິດຜ່ານມາ. ເປັນໜ້າໃສ່ໃຈວ່າ, ບົດຂຽນໄດ້ເຕື້ອງເຖິງການຕີລາຄາຂອງນັກຊ່ຽວຊານທີ່ໄດ້ເອົາລົງຢູ່ໃນເວັບໄຊ Hubbis. ຕາມນັ້ນແລ້ວ, ຕະຫຼາດຫຼັກຊັບຫວຽດນາມ ມີປະສິດທິຜົນທີ່ສຸດຢູ່ອາຊີ. ສະພາບການເມືອງໝັ້ນຄົງ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ທີ່ເຂັ້ມແຂງ, ເສດຖະກິດເຕີບໂຕໄວ, ມູນຄ່າສ່ວນເກີນການຄ້າເພີ່ມຂຶ້ນ ແລະການເກັບຮັກສາຄ່າເງິນຕາສູງແມ່ນບັນດາປັດໃຈຫຼັກແຫຼ່ງສໍາລັບສະຖຽນລະພາບດ້ານການເງິນຂອງຫວຽດນາມ. ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ, ນັບທັງປີ 2020.

ສະຫະພາບເອີຣົບ (ອີຢູ) ແມ່ນຕະຫຼາດທີ່ກວ້າງໃຫຍ່ ມີປະຊາກອນປະມານ 500 ລ້ານຄົນ ດ້ວຍຍອດຜະລິດຕະພັນພາຍໃນກຸ່ມໃນແຕ່ລະປີແມ່ນຂຶ້ນເຖິງ 18.000 ຕື້ USD. ອີຢູ ກໍແມ່ນຄູ່ຮ່ວມມືສຳຄັນອັນດັບ 2 ຂອງ ຫວຽດນາມ ແລະ ແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ.

ພາຍຫຼັງປະຕິບັດມາເປັນເວລາ 1 ປີ, ສັນຍາສະບັບດັ່ງກ່າວ ໄດ້ສ້າງກອບນິຕິກຳທີ່ສະດວກໃຫ້ແກ່ການແລກປ່ຽນການຄ້າລະຫວ່າງສອງຝ່າຍ ແລະ ນຳມາເຊິ່ງແຫຼ່ງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືເສດຖະກິດ ລະຫວ່າງ ຫວຽດນາມ ແລະ ອີຢູ. ຕ່າມທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ແລະ Luxembourg ທັງເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ ແລ້ວ, ຄວາມສາມາດບົ່ມຊ້ອນລະຫວ່າງ ຫວຽດນາມ ແລະ ອີຢູ ຍັງໃຫຍ່ຫຼວງຢູ່. ບັນດາປະເທດ ອີຢູ ມີຄວາມຕ້ອງການນຳເຂົ້າບັນດາຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳ - ສິນທະເລ ນອກກຸ່ມ ຢູ່ໃນລະດັບກວ່າ 150 ຕື້ USD ຕໍ່ປີ, ໃນຂະນະນັ້ນ, ວົງເງິນສົ່ງອອກບັນດາຜະລິດຕະພັນດັ່ງກ່າວຂອງ ຫວຽດນາມ ໄປຍັງ ອີຢູ ຫາກໍຢູ່ໃນລະດັບປະມານ 5 ຕື້ USD ເທົ່ານັ້ນ. ພ້ອມກັນນັ້ນ ແມ່ນບັນດາບຸລິມະສິດຈາກ EVFTA ດ້ວຍອັດຕາພາສີ 0% ພ້ອມກັບບັນດາເງື່ອນໄຂການຄ້າທີ່ມີຄວາມກົມກ່ຽວ ຈະຊ່ວຍໃຫ້ວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງ ອີຢູ ເພີ່ມຂຶ້ນຫຼາຍກວ່າອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.