IPU-144: ຫວຽດນາມ ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ​ວິທີ

12:32 | 24/03/2022

ຍ​ສ​ໝ - ວັນ​ທີ 22 ມີນາ​ນີ້, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ຮີບ​ດ່ວນ​ໃນ​ຂອບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 144 ຂອງ​ສະຫະພັນ​ລັດຖະສະພາ​ສາກົນ (IPU) ​ແລະ ບັນດາ​ກອງ​ປະຊຸມທີ່ກ່ຽວຂ້ອງຢູ່ຫໍປະຊຸມ​ສາກົນ Nusa Dua ຢູ່​ເກາະບາ​ລີ, ປະ​ເທດ ອິນ​ໂດ​ເນ​ເຊຍ.

ວັດທະນະທຳຫວຽດນາມພົ້ນເດັ່ນໃນເທດສະການຝຣັ່ງໂກໂຟນີຢູປະເທດຝຣັ່ງ ວັດທະນະທຳຫວຽດນາມພົ້ນເດັ່ນໃນເທດສະການຝຣັ່ງໂກໂຟນີຢູປະເທດຝຣັ່ງ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ
IPU-144: ຫວຽດນາມ ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ​ວິທີ
ທ່ານ​ນາງ ​ຖ໊າຍກວິ່ງມາຍ​ຢຸງ, ກຳມະການຜູ້​ປະຈຳການກຳມາທິການການ​ຕ່າງປະ​ເທດ​ ສະພາ​ແຫ່ງ​ຊາດ ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ທ່ານ​ນາງ ​ຖ໊າຍກວິ່ງມາຍ​ຢຸງ, ກຳມະການຜູ້​ປະຈຳການກຳມາທິການການ​ຕ່າງປະ​ເທດ​ ສະພາ​ແຫ່ງ​ຊາດ ຢືນຢັນ​ຄືນ​ໃໝ່​ວ່າ: ສັນຕິພາບ ​ແລະ ການ​ຮ່ວມ​ມື​ແມ່ນ​ບຸລິມະສິດ ​ແລະ ​ເປົ້າ​ໝາຍ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ; ທ່ານ​ນາງ ເນັ້ນ​ໜັກ​ວ່າ ທຸກ​ການ​​ຂັດ​ແຍ້ງ​ສາກົນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍສັນຕິ​ວິທີ, ປະຕິບັດ​ຕາມ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ສະຫະ​ປະຊາ​ຊາດ, ສະ​ເໝີ​ພາບ ​ແລະ ອະທິປະ​ໄຕ, ​ເຄົາລົບ​ເອກະລາດ​ດ້ານ​ການ​ເມືອງ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນຂອງກັນ ແລະບໍ່ນາບ​ຂ​ູ່ນໍາໃຊ້ກຳລັງອາວຸດ.

ຫວຽດນາມ ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ຢູ່ ຢູ​ແກຼນ; ຮຽກຮ້ອງ​ໃຫ້​ມີ​ຄວາມ​ອົດ​ກັ້ນ​ສູງ​ສຸດ ​ແລະ ຢຸດຕິ​ການ​ໃຊ້​ກຳລັງອາວຸດ​ຢ່າງ​ທັນ​ທີ ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ມີຄວາມ​ເສຍ​ຫາຍ​ຕື່ມ​ອີກ; ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ, ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ໂດຍ​ຜ່ານ​ທຸກ​ຊ່ອງ​ທາງ. ຫວຽດນາມ ກໍ່​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ເຈລະຈາ​ລະຫວ່າງ​ບັນດາ​ຝ່າຍ ​ແລະ ປາດ​ຖະໜາ​ວ່າ ບັນດາ​ຝ່າຍ ຈະ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ​ຂອງ​ປະຊາຊົນ ​ແລະ ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ​ທີ່​ຈຳ​ເປັນ​ຕາມ​ກົດໝາຍ​ມະນຸດສະທຳ​ສາກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.