Zhi Shan Foundation ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1,5 ຕື້​ດົ່ງ​ໃຫ້​ແກ່​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແຂວງ​ເທື່ອ​ທຽນ​ເຫ້ວ

11:51 | 12/03/2022

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ມີ​ຂໍ້​ຕົກ​ລົງ​ເລກ​ທີ 611 ລົງ​ວັນ​ທີ 8 ມີ​ນາ ປີ 2022 ເຊິ່ງອະນຸມັດການ​ຮັບ​ການ​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1,5 ຕື້​ດົ່ງ ຂຶ້ນ​ກັບ​ໂຄງ​ການ “ໜູນ​ຊ່ວຍ​ໃຫ້​ແກ່​ເດັກ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແຂວງ ເທື່ອ​ທຽນ​ເຫ້ວ” ໂດຍ​ອົງ​ການ Zhi Shan Foundation ອຸປະ​ຖ​ຳ.

ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ
ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ
Zhi Shan Foundation ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1,5 ຕື້​ດົ່ງ​ໃຫ້​ແກ່​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແຂວງ​ເທື່ອ​ທຽນ​ເຫ້ວ
Zhi Shan Foundation ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1,5 ຕື້​ດົ່ງ​ໃຫ້​ແກ່​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແຂວງ​ເທື່ອ​ທຽນ​ເຫ້ວ

ຕາມ​ນັ້ນ​ແລ້ວ, Zhi Shan Foundation ຈະ​ໜູນ​ຊ່ວຍ​ນັກ​ຮຽນ 200 ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ໄດ້​ສືບ​ຕໍ່​ໄປ​ຮຽ​ນ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ກາ​ນ​ຮ່ຳ​ຮຽນ, ຫຼຸດ​ຜ່ອນ​ອັດ​ຕາຂາດ​ກາ​ນ​ຮ່ຳ​ຮຽນ, ຊ່ວຍ​ເຫຼືອ​ບັນ​ດາ​ພວກ​ນ້ອງ​ນ້ອຍ​ທີ່​ມີ​ຄວາມ​ສາ​ມາດ​ເພິ່ງຕົນ​ເອງ ແລະ ອຸ​ທິດ​ສ່ວນ​ໃຫ້​ແກ່​ສັງ​ຄົມ.

ພ້ອມ​ທັງ​ໜູນ​ຊ່ວຍ​ກໍ່​ສ້າງ​ຫໍ​ສະ​ໝຸດ​ທີ່​ເປັນ​ມິດ​ຢູ່​ບັນ​ດາ​ໂຮງ​ຮຽນ​ປະ​ຖົມ ແລະ ມັດ​ທະ​ຍົມ​ຕອນ​ຕົ້ນ​ໃນ​ບໍ​ລິ​ເວນ​ບັນ​ດາ​ເມືອງ​ຂຶ້ນ​ກັ​ບ​ແຂວງ​ເທື່ອ​ທຽນ​ເຫ້ວ ເພື່ອ​ແນ​ໃສ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ອ່ານ​ໜັງ​ສື​ໃຫ້​ແກ່​ເດັກ​ນ້ອຍ.

Zhi Shan Foundation ແມ່ນ​ອົງ​ການ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ, ຮັບ​ຜິດ​ຊອບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ​ໜູນ​ຊ່ວຍ​ການ​ແພດ ແລະ ການ​ສຶກ​ສາ​ໃຫ້​ແກ່​ເດັກ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ໄຕ້​ຫວັນ, ຫວຽດ​ນາມ, ຈີນ ແລະ ມຽນ​ມາ.

Zhi Shan Foundation ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍຫຼາຍ​ສັນ​ຍາ​ຢູ່ 6 ແຂວງ (ເທື່ອ​ທຽນ​ເຫ້ວ, ​ກ໋ວາງ​ຈິ, ກ໋ວາ​ງ​ບິ່ງ, ຮ່າ​ຕິງ, ເງະ​ອານ, ກ໋​ວາງ​ຫງ໋າຍ) ແລະ ສູນ​ລ້ຽງ​ເດັກ​ກຳ​ພ້າ 3 ແຫ່ງ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ​ໂດຍ​ອຸ​ປະ​ຖຳ​ໃຫ້​ແກ່​ນັກ​ຮຽນ, ນັກ​ສຶກ​ສາ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກ່​ວາ 10.000 ຄົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.