ເພີ່ມທະວີການຮ່ວມມື ລະຫວ່າງບັນດາທ້ອງຖິ່ນຫວຽດນາມ ແລະ Brussels

17:44 | 15/03/2022

ຍສໝ - ຕອນ​ບ່າຍ​ວັນ​ທີ 9 ມີນາ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ແບນ​ຊິກ, ທ່ານ ຫງວຽນ​ວັນ​ຖາວ ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ Rudi Vervoort, ລັດຖະມົນຕີ, ເຈົ້າຄອງ​ນະຄອນຫຼວງ Brussels ​ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ, ມຸ່ງ​ໄປ​ສູ່​ຍຸກ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ແລະ ແບນຊິກ (1973-2023).

ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ
ຊຸກຍູ້ການຮ່ວມມືດ້ານກະສິກຳສອງຝ່າຍ ລະຫວ່າງຫວຽດນາມ ແລະ ແບນຊິກ ຊຸກຍູ້ການຮ່ວມມືດ້ານກະສິກຳສອງຝ່າຍ ລະຫວ່າງຫວຽດນາມ ແລະ ແບນຊິກ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ຖາວ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ປາດ​ຖະໜາ​ຢາກ​ຍົກ​ລະດັບ​ການ​ພົວພັນ ຫວຽດນາມ - ​ແບນ​ຊິກ ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ​ໃນ​ນັ້ນ ນະຄອນຫຼວງ Brussels ດ້ວຍ​ບົດບາດ “ຫົວ​ໃຈ​ຂອງ​ເອີ​ລົບ” ຈະ​ສືບ​ຕໍ່​ແມ່ນ​ຂົວ​ຕໍ່​ທີ່​ສຳຄັນ​ ໃນ​ການ​ຊຸກຍູ້ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ແລະ ອາ​ຊຽນ - ອີ​ຢູ.

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ແບນ​ຊິກ, ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ 2 ຝ່າຍ​ຕ້ອງ​ຂຸດ​ຄົ້ນ​ບັນດາ​ທ່າ​ໄດ້​ປຽບ​ທີ່​ມີ​ຢູ່ ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ ແມ່ນ​ການ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ ອີ​ຢູ - ຫວຽດນາມ (EVFTA), ພ້ອມ​ທັງ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ມີ​ທ່າ​ແຮງໃນຂົງ​ເຂດ​ຕ່າງໆ​ ເຊັ່ນ: ການ​ພັດທະນາ​ນະຄອນ​ອັດສະລິຍະ, ການ​ເຊື່ອມ​ຕໍ່​ຕົວ​ເມືອງ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ​ເສດຖະກິດ​ດີ​ຈີ​ຕອນ, ການ​ແລກປ່ຽນ​ວັດທະນະທຳ, ການ​ສຶກສາ, ການທ່ອງທ່ຽວ...

ເພີ່ມທະວີການຮ່ວມມື ລະຫວ່າງບັນດາທ້ອງຖິ່ນຫວຽດນາມ ແລະ Brussels
ເພີ່ມທະວີການຮ່ວມມື ລະຫວ່າງບັນດາທ້ອງຖິ່ນຫວຽດນາມ ແລະ Brussels. (ພາບ: TTXVN)

ທ່ານ​ເອກ​ອັກຄະ​ລັດຖະທູດ ​ສະ​ເໜີ​ໃຫ້​ນະ​ຄອນ​ຫຼວງ Brussels - ຊຸກຍູ້​ແບນ​ຊິກ ​ເພື່ອ​ສຳ​ເລັດ​ການ​ ໃຫ້​ສັດຕະຍາບັນ​ສັນຍາອາລັກຂາການ​ລົງທຶນ ອີ​ຢູ - ຫວຽດນາມ (EVIPA).

ທ່ານລັດຖະມົນຕີ, ປະທານເຂດ Brussels Rudi Vervoort ໄດ້ເຫັນດີກັບຂໍ້ສະເໜີ ຂອງທ່ານເອກອັກຄະລັດຖະທູດ ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນ ແມ່ນພ້ອມແລ້ວທີ່ຈະຊຸກຍູ້ຄວາມເປັນໄປໄດ້ໃນການສ້າງການພົວພັນລະຫວ່າງ 2 ນະຄອນຫຼວງ Brussels ແລະ ຮ່າໂນ້ຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.