ຫົວ​ໜ້າຜູ້​ຕາງ​ໜ້າ UNCEF ປະ​ຈຳ ຫວຽດ​ນາມ: ການ​ເປີດ​ປະ​ຕູ​ໂຮງ​ຮຽນ​ຄືນ​ໃໝ່​ ມີປະ​ໂຫຍດ​ທີ່​ສຸດ​ຕໍ່ເດັກ​ນ້ອຍ.

19:20 | 20/02/2022

ຍ​ສ​ໝ - ກອງ​ທຶນ​ເດັກ ສ​ປ​ຊ (UNICEF) ປະ​ຈຳ ຫວຽດ​ນາມ ໄດ້​ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ແຜນ​ການ​ເປີດ​ປະ​ຕູ​ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ທົ່ວ​ປະ​ເທດ​ຢູ່​ທຸກ​ຂັ້ນ​ຂອງ ຫວຽດ​ນາມ ພາຍ​ລັງ​ໄລ​ຍະ​ປິດ​ປະ​ຕູ​ເປັນ​ວາ​ລາ​ຍາວ​ນານ​ຍ້ອ​ນ​ໂລກ​ລະ​ບາດ​ໂຄວິດ - 19.

ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ
ຮ່າ​ໂນ້ຍ: ເຂດປູຊະນີຍະສະຖານຫຼາຍແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ ຮ່າ​ໂນ້ຍ: ເຂດປູຊະນີຍະສະຖານຫຼາຍແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ
ຫົວ​ໜ້າຜູ້​ຕາງ​ໜ້າ UNCEF ປະ​ຈຳ ຫວຽດ​ນາມ: ການ​ເປີດ​ປະ​ຕູ​ໂຮງ​ຮຽນ​ຄືນ​ໃໝ່​ ມີປະ​ໂຫຍດ​ທີ່​ສຸດ​ຕໍ່ເດັກ​ນ້ອຍ.
ພາບ​ປະ​ກອບ: tuoitre.vn

ທ່ານ​ນາງ Rana Flowers ຫົວ​ໜ້າ​ຜູ້​ຕາງ​ໜ້າ UNICEF ໄດ້​ຢັ້ງ​ຢືນ​ວ່າ ການ​ຕົກ​ລົງ​ເປີດ​ປະ​ຕູ​ໂຮງ​ຮຽນ​ຄືນ​ໃໝ່​ ມີ​​ປະ​ໂຫຍດ​ທີ່​ສຸດ​ຕໍ່​ເດັກ​ນ້ອຍ, ຍ້ອນ​ວ່າ ການ​ປິດ​ປະ​ຕູ​ດົນ​ເກີນ​ໄປ​ຈະ​ພາ​ໄປ​ເຖິງ​ບັນ​ດາ​ຜົນ​ຮ້າຍ​ຢ່າງ​ຫຍໍ້​ທໍ້. ທ່າ​ນ​ນາງ Rana Flowers ຕີ​ລາ​ຄາ​ວ່າ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ເປັນ​ຢ່າງ​ດີ ນັ້ນ​ແມ່ນ ສືບ​ຕໍ່​ປະ​ຕິ​ບັ​ດ​ສານ 5K, ຮັ​ບ​ປະ​ກັນ​ການ​ສັກ​ວັກ​ຊິນ, ສັກ​ເຂັມ​ເພີ່ມ​ເຕີມ​ໃຫ້​ຜູ້​ໃຫຍ່.

UNICEF ພ້ອມ​ກັບ​ກະ​ຊ​ວງ​​ສຶກ​ສາ ແລະ ບຳ​ລຸງ​ສ້າງ ສ້າງ​ແຜນ​ມາດ​ຖານ​ຕີ​ລາ​ຄາ​ລະ​ດັບ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ໂຮງ​ຮຽນ, ຍົກ​ອອກ​ຄຳ​ແນະ​ນຳ​ຢ່າງ​ແທດ​ຈິງ ແລະ ມີ​ໄຫວ​ພິບ ​ຊ່ວ​ຍ​ໃຫ້​ນັກ​ຮຽນ​ກັບ​ຄືນ​ໄປໂຮງ​ຮຽນ​ແບບ​ເຊິ່ງ​ໜ້າ​ຄືນ: ຕິດ​ຕ​ັ້ງ​ລະ​ບົບປັບ​ອາ​ກາດ, ອ່າງ​ລ້າງ​ມື້ ແລະ ຢາ​ຂ້າ​ເຊື້ອ, ເຮັດ​ໃຫ້ເຄື່ອງ​ຂອງສ່ວນ​ລວມສ​ະ​ອາດ, ແບ່ງ​ນັກ​ຮຽນ ແລະ ຄູ່ສອນ​ເປັນ​ຫຼາຍ​ກຸ່ມ, ຊັບ​ຊ້ອນ​ເວ​ລາເຂົ້າ​ຮຽນ, ຊົ່ວໂມງພັກ​ຜ່ອນ​, ເລີກ​​ຮຽນ ແລະ ບັນ​ດາ​ຄາບ​ເຂົ້າ​​ສະຫຼັບ​ກັນ, ສ້າງ​ຕັ້ງ​ກົນ​ໄກ​ແລກ​ປ່ຽນ​ຂໍ້​ມູນ​ລະ​ຫວ່າງ ໂຮງ​ຮຽນ ແລະ ນັກ​ຮຽນ, ຜູ້​ປົກ​ຄອງ​ນັກ​ຮຽນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.