ການຮ່ວມມື ແລະ ພັດທະນາລະບົບປະກັນສຸຂະພາບຢູ່ຫວຽດນາມໃຫ້ຍືນຍົງ

14:36 | 13/03/2022

ຍ​ສ​ໝ - ພາຍ​ໃຕ້​ກອບ​ວາ​ລະ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ການ​ນຳ​ຂັ້ນ​ສູງ​ສະ​ພາ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ (USABC) ຢູ່​ຫວຽດ​ນາມ​ຂອງວັນ​ທີ 9 ມີ​ນາ, ອົງ​ການ​ປະ​ກັນ​ສັງ​ຄົມ​ຫວຽດ​ນາມ ແລະ ສະ​ພາ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ດຳ​ເນີນ​ນະ​ໂຍ​ບາຍ​ປະ​ກັນ​ສຸ​ຂະ​ພາບ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ມີ​ຜົນ​ສັກ​ສິດ​ໃນ​ຂອບ​ເຂດ 5 ປີ ນັບ​ແຕ່​ວັນ​ທີ່​ເຊັນ​ລົງ​ນາມ​ເປັນ​ຕົ້ນ​ໄປ.

ການຮ່ວມມື CLMV - ຊອກຫາມາດຕະການຟື້ນຟູເສດຖະກິດ ການຮ່ວມມື CLMV - ຊອກຫາມາດຕະການຟື້ນຟູເສດຖະກິດ
ລາວ-ອົງການ FAO ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລາວ-ອົງການ FAO ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື

ພາຍ​ໃຕ້​ກອບ​ວາ​ລະ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ການ​ນຳ​ຂັ້ນ​ສູງ​ສະ​ພາ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ (USABC) ຢູ່​ຫວຽດ​ນາມ​ຂອງວັນ​ທີ 9 ມີ​ນາ, ອົງ​ການ​ປະ​ກັນ​ສັງ​ຄົມ​ຫວຽດ​ນາມ ແລະ ສະ​ພາ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ດຳ​ເນີນ​ນະ​ໂຍ​ບາຍ​ປະ​ກັນ​ສຸ​ຂະ​ພາບ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ມີ​ຜົນ​ສັກ​ສິດ​ໃນ​ຂອບ​ເຂດ 5 ປີ ນັບ​ແຕ່​ວັນ​ທີ່​ເຊັນ​ລົງ​ນາມ​ເປັນ​ຕົ້ນ​ໄປ.

ການຮ່ວມມື ແລະ ພັດທະນາລະບົບປະກັນສຸຂະພາບຢູ່ຫວຽດນາມໃຫ້ຍືນຍົງ
ພາບ​ປະ​ກອບ: vovworld.vn

ໃນ​ເນື້ອ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມືນັ້ນ, ສອງ​ຝ່າຍ​ຈະ​ສູມ​ໃສ່​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ກ່ຽວ​ກັບ​ການ​ດຳ​ເນີນ​ວຽກ​ງານ​ປະ​ກັນ​ສຸ​ຂະ​ພາບ ເຊັ່ນ: ການ​ພັດ​ທະ​ນາ​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ຢ່າງ​ຍືນ​ຍົງ; ສ້າງ​ແຜນ​ວິ​ທີ​ການ​ຕີ​ລາ​ຄາ​ຄຸນ​ນະ​ພາບ, ຄ່າ​ໃຊ້​ຈ່າຍ, ມູນ​ຄ່າ​ຂອງວັດ​ຖຸ​ອຸ​ປະ​ກອນການ​ແພດ, ບັນ​ດາ​ການ​ບໍ​ລິ​ການ​ທາງ​ການ​ແພດ, ປະ​ກອບ​ອຸ​ປະ​ກອນ​ທາງ​ການ​ແພດ ແລະ ຢາ​ປິ່ນ​ປົວ​ໃນ​ການ​ຄິດ​ໄລ່​ຊຳ​ລະ​ປະ​ກັນ​ສຸ​ຂະ​ພາບ; ດຳ​ເນີນ​ການປະ​ເມີນ​ການ​ຊຳ​ລະ​ປະ​ກັນ​ສຸ​ຂະ​ພາບ. ພ້ອມ​ກັບ​ຊອກ​ຫາ​ເນື້ອ​ໃນ​ຕ່າງໆ​ທີ່​ສາ​ມາດ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ຄື: ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີດີ​ຈິ​ຕອ​ລ​ໃນ​ຂົງ​ເຂດ​ປະ​ກັນ​ສຸ​ຂະ​ພາບ; ໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ສະ​ຫວັດ​ດີ​ການ​ສັງ​ຄົມ, ກອງ​ທຶນ​ການລົງ​ທຶນ ແລະ ເນື້ອ​ໃນ​ທ່າ​ແຮງ​ອື່ນໆ​ທີ່​ສາ​ມາດ​ໃຫ້​ສອງ​ຝ່າຍ​ພັດ​ທະ​ນາ​ໄດ້​ໃນ​ອະ​ນາ​ຄົດ.

ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ​ກໍ​ຍັງ​ຈະ​ມີ​ການ​ແລ​ກ​ປ່ຽນ​ປະ​ສົບ​ການ​ຕ່າງໆ​ຕົວ​ຈິງ​ກ່ຽວ​ກັບຮູບ​ແບບ​ຕ່າງໆ​ໃນ​ການ​ຈ່າຍ​ຄ່າ​ບໍ​ລິ​ການ​ທາງ​ແພດ​ສຳ​ລັບ​ການ​ປິ່ນ​ປົວ​ໂລກ​ມະ​ເຮັງ ແລະ ພະ​ຍາດ​ຊຳ​ເຮື້ອ​ຕ່າງໆ​ທີ່ບໍ່​ຕິດ​ຕໍ່ຊຶ່ງ​ມີ​ຄ່າ​ໃຊ້​ຈ່າຍ​ສູງ; ບັນ​ດາ​ວິ​ທີ​ທາງ​ອັນ​ຈຳ​ເປັນ​ໃຫ້​ແກ່​ຄົນ​ເຈັບ​ຢູ່​ຫວຽດ​ນາມ ສາ​ມາດ​ເຂົ້າ​ເຖິງວິ​ທີ​ການ​ປິ່ນ​ປົວ​ທີ່​ກ້າວ​ໜ້າ; ບັນ​ດາ​ພະ​ຍາດ​ທີ່ບໍ່​ຄ່ອຍກວດ​ພົບ, ວິ​ທີ​ການ​ຊຳ​ລະ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໃນ​ການ​ປິ່ນ​ປົວ​ທີ່​ຖືກ​ນຳ​ໃຊ້​ຕາມ​ຮູບ​ແບບ​ຂອງ​ບາງ​ປະ​ເທດ ແລະ ການ​ດັດ​ປັບ​ທີ່​ຈຳ​ເປັນ ເພື່ອ​ນຳ​ໄປ​ຈັດ​ຕັ້ງຜັນ​ຂະ​ຫຍາຍ​ຮູບ​ແບບ​ຕ່າງໆ​ນີ້​ໃນ​ຫວຽດ​ນາມ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.