ການແລກປ່ຽນປະສົບການກ່ຽວກັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ

15:41 | 10/10/2021

ຍສໝ - ຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ - ປະສົບການສາກົນ ແລະຫວຽດນາມ ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາດັ່ງກ່າວ ໄດ້ຈັດຂຶ້ນໂດຍໂຄງການຮ່ວມມືອາຊຽນ-ອົດສະຕຣາລີ ກ່ຽວກັບການປ້ອງກັນ ແລະສະກັດກັ້ນການຄ້າມະນຸດ (ໂຄງການ ASEAN-ACT) ໃນຮູບແບບໂດຍກົງ ແລະອອນລາຍ.

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ

ເຂົ້າຮ່ວມມີຜູ້ແທນ 40 ຄົນ ທີ່ມາຈາກບັນດາອົງການຍຸຕິທໍາທາງອາຍາ ໃນການຕໍ່ສູ້ຕ້ານອາດຊະຍາກຳ ຄ້າມະນຸດຈາກກະຊວງຕຳຫຼວດ, ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການກວາງນິງ, ສານປະຊາຊົນສູງສຸດ, ສານຂັ້ນສູງຮ່າໂນ້ຍ, ມະຫາວິທະຍາໄລໄອຍະການຮ່າໂນ້ຍ, ມະຫາວິທະຍາໄລ...

ການແລກປ່ຽນປະສົບການກ່ຽວກັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ

ກອງປະຊຸມສຳມະນາກ່ຽວກັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ - ປະສົບການສາກົນ ແລະຫວຽດນາມ ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ ໃນລະຫວ່າງ ແຕ່ວັນທີ 7 - 8 ຕຸລາ ປິ 2021.

ໃນພິທີເປີດ, ທ່ານ ຫງວຽນມິງຮຽວ, ຮອງຫົວໜ້າກົມການຕ່າງປະເທດ-ກະຊວງ ຕຳຫຼວດ, ຫົວໜ້າ ຄະນະຊີ້ນຳ ໂຄງການ ASEAN-ACT ຢູ່ຫວຽດນາມ ແລະທ່ານນາງ Lucia Pietropaoli, ຜູ້ອຳ ນວຍການໂຄງການ ASEAN-ACT ລະດັບພາກພື້ນໄດ້ຢືນຢັນຄວາມສໍາຄັນຂອງການເກັບກໍາ, ການນໍາໃຊ້ ແລະປົກປັກຮັກສາຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນການສືບສວນອາດຊະຍາກໍາຂ້າມຊາດເວົ້າລວມ ແລະໃນບັນດາຄະດີການຄ້າມະນຸດເວົ້າສະເພາະ, ໂດຍສະເພາະໃນສະພາບການປະຕິວັດ 4.0, ການພັດທະນາຂອງຍຸກດິຈິຕອນ ແລະການແຜ່ລະບາດຂອງພະຍາດ COVID-19.

ການຈັດຕັ້ງກອງປະຊຸມສຳມະນາກ່ຽວກັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ (MBN) - ປະສົບການສາກົນ ແລະຫວຽດນາມ ມີຄວາມສໍາຄັນຫຼາຍ, ຊ່ວຍສະໜອງຄວາມຮູ້ໃຫ້ແກ່ບັນດາພະນັກງານເຈົ້າໜ້າທີ່ໃນຂົງເຂດຍຸຕິທໍາທາງອາຍານໍາໃຊ້ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການເກັບກໍາ ແລະນໍາໃຊ້ຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກເພື່ອພິສູດອາດຊະຍາກໍາ MBN, ປະກອບສ່ວນເຂົ້າໃນການຕໍ່ສູ້ ແລະປ້ອງກັນອາດຊະຍາກໍາລວມ.

ການແລກປ່ຽນປະສົບການກ່ຽວກັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ

ຜູ້ແທນທີ່ມາຈາກບັນດາອົງການຍຸຕິທໍາທາງອາຍາ ໃນການຕໍ່ສູ້ຕ້ານອາດຊະຍາກຳ ຄ້າມະນຸດ.

ກອງປະຊຸມສຳມະນາດັ່ງກ່າວໄດ້ຈັດເປັນ 4 ວາລະຕາມບັນດາຫົວຂໍ້: ຫົວຂໍ້ທຳ ອິດແມ່ນຄວາມຮູ້ທົ່ວໄປກ່ຽວກັບ MBN ແລະຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນບັນດາຄະດີ MBN. ຫົວຂໍ້ທີສອງກ່ຽວກັບການກວດພົບ, ເກັບກໍາ ແລະປົກປັກຮັກສາຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນບັນດາຄະດີ MBN. ຫົວຂໍ້ທີສາມແມ່ນຮັບປະກັນບັນດາຄຸນລັກສະນະຂອງຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນບັນດາຄະດີ MBN. ຫົວຂໍ້ທີສີ່ແມ່ນການປະເມີນຜົນ ແລະການນໍາໃຊ້ຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນການຕັດສິນບັນດາຄະດີ MBN.

ໂດຍມີນັກປາຖະກະຖາຫວຽດນາມ ແລະສາກົນ 14 ຄົນ ໄດ້ບັນລະຍາຍກ່າວແຈ້ງ ບັນດາຫົວຂໍ້ກ່ຽວກັບຄວາມສໍາພັນລະຫວ່າງ MBN, ເຕັກໂນໂລຢີ ແລະຂໍ້ມູນດິຈິຕອນ; ບັນດາເວັບໄຊ ຜິດກົດໝາຍ ແລະ ຄວາມໃສ່ໃຈສໍາລັບເຈົ້າໜ້າທີ່ປະຕິບັດກົດໝາຍໃນການກວດພົບ, ຢຶດ, ເກັບຮັກສາ, ວິເຄາະ, ປະເມີນຫຼັກຖານເພື່ອພິສູດການກະທໍາຜິດ; ຄວາມຫຍຸ້ງຍາກ, ອຸປະສັກໃນການກວດພົບ, ເກັບກໍາ ແລະເກັບຮັກສາຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກຢູ່ບັນດາຄະດີ MBN; ເຕັກນິກການເກັບກໍາຫຼັກຖານທີ່ຖືກກົດໝາຍ ແລະ ຫັນເປັນຫຼັກຖານສະເພາະ; ຮັບປະກັນສະພາບເດີມ, ຄົບຖ້ວນ, ພາວະວິໄສ ແລະຫຼັກຖານມີຄຸນຄ່າເພື່ອພິສູດອາດຊະຍາກຳ... ຄຽງຄູ່ກັບບົດບັນລະຍາຍດັ່ງກ່າວ, ບັນດາຜູ້ແທນກໍ່ໄດ້ເຂົ້າຮ່ວມບັນດາວາລະປຶກສາຫາລື, ແກ້ໄຂສະຖານະການ ແລະຕັ້ງຄໍາຖາມຫຼາຍກວ່າ 50 ຄຳຖາມຕໍ່ກັບບັນດານັກປາຖະກະຖາເພື່ອເຮັດຢ່າງຈະແຈ້ງບັນດາບັນຫາທີ່ກ່ຽວຂ້ອງເຖິງພຶດຕິກໍາຕົວຈິງໃນການແກ້ໄຂຂໍ້ມູນເອເລັກໂຕຣນິກທີ່ເປັນຫຼັກຖານໃນບັນດາຄະດີ MBN.

ການແລກປ່ຽນປະສົບການກ່ຽວກັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ
ກອງປະຊຸມສຳມະນາໄດ້ຈັດຂຶ້ນໃນຮູບແບບໂດຍກົງ ແລະອອນລາຍ.

ນອກຈາກຄວາມຮູ້ທົ່ວໄປແລ້ວ, ບັນດານັກປາຖະກະຖາຈາກຫວຽດນາມ, ໄທ, ຟິລິບປິນ, ມາເລເຊຍ, ອັງກິດ, ອົດສະຕາລີ ແລະອົງການຕໍາຫຼວດອາດຊະຍາກໍາສາກົນ (INTERPOL) ຍັງໄດ້ແລກປ່ຽນປະສົບການຕົວຈິງໃນການກວດພົບ, ຕິດຕາມ, ເກັບກໍາ, ປົກປັກຮັກສາ, ແກ້ໄຂຂໍ້ມູນເອເລັກໂຕຣນິກທີ່ເປັນຫຼັກຖານໃນການສືບສວນ, ດໍາເນີນຄະດີ, ຕັດສິນຄະດີ MBN, ຮັບປະກັນການແກ້ໄຂຄະດີ, ພ້ອມກັນນັ້ນ ກໍ່ຮັບປະກັນຄວາມປອດໄພໃຫ້ຜູ້ເຄາະຮ້າຍ, ໂດຍສະເພາະແມ່ນການປິດລັບຂໍ້ມູນສ່ວນຕົວ, ຫຼີກລ້ຽງການສົ່ງຜົນຮ້າຍຕໍ່ເຂົາເຈົ້າ.

ເອກະສານໃນການສຳມະນາກໍ່ຈະເປັນແຫຼ່ງເອກະສານອ້າງອີງ, ນໍາໃຊ້ເຂົ້າໃນວຽກງານຂອງເຈົ້າໜ້າທີ່ຍຸຕິທໍາທາງອາຍາຢູ່ຫວຽດນາມ. ສະເໜີແນະ ຢູ່ໃນກອງປະຊຸມສຳມະນາກໍ່ອາດໄດ້ນຳໃຊ້ເພື່ອສົ່ງໄປຍັງບັນດາອົງການເຈົ້າໜ້າທີ່ຂອງຫວຽດນາມເພື່ອຮັບໃຊ້ໃຫ້ແກ່ການປັບປຸງກອບກົດໝາຍໃຫ້ສຳເລັດ, ໂດຍສະເພາະແມ່ນການປັບປຸງກົດໝາຍວ່າດ້ວຍການປ້ອງກັນ ແລະຕ້ານ MBN ເພື່ອປ້ອງກັນ, ການແກ້ໄຂອາດຊະຍາກໍາ MBN ຢ່າງປະສິດທິຜົນ, ພ້ອມກັນນັ້ນ ກໍ່ຮັບປະກັນສິດທິມະນຸດຂອງບັນດາຜູ້ເຄາະຮ້າຍຈາກການຄ້າມະນຸດ.

ໃນເວລາບໍ່ດົນມານີ້, ບັນດາຄະດີທີ່ຕ້ອງການນໍາໃຊ້ຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກ ມີທ່າອ່ຽງເພີ່ມຂຶ້ນ, ໂດຍສະເພາະແມ່ນບັນດາຄະດີທີ່ກ່ຽວຂ້ອງກັບອາດຊະຍາກໍາທາງອິນເຕີເນັດ, ການນໍາໃຊ້ເຕັກໂນໂລຍີສູງ ແລະອາດຊະຍາກຳການຄ້າມະນຸດ. ເຖິງແນວໃດກໍ່ຕາມ, ໃນຫຼາຍກໍລະນີ, ອົງການດຳເນີນຄະດີບໍ່ຍອມຮັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກ ເພາະວ່າຄວາມໜ້າ ເຊື່ອຖື ແລະຄວາມຖືກຕ້ອງຂອງບັນດາຂໍ້ມູນເອເລັກໂຕຣນິກທີ່ເກັບມາໄດ້ນັ້ນ ຍັງບໍ່ທັນຮັບປະກັນຄວາມຄົບຖ້ວນຂອງຫຼັກຖານ.

(ທ່ານ ຫງວຽນມິງຮຽວ - ຮອງຫົວໜ້າກົມການຕ່າງປະເທດ, ກະຊວງຕຳຫຼວດ)

ໄຊພອນ

ເຫດການ
302 Found

Found

The document has moved here.