ຫວຽດນາມ-ຍີ່ປຸ່ນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ

16:30 | 11/03/2022

ຍສໝ - ວັນທີ 9 ມີນາ, ທີ່ສໍານັກງານສູນກາງພັກ, ທ່ານ ຫວໍວັນເຖືອງ ກໍາມະການກົມ ການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບທ່ານ Takebe Tsutomu ທີ່ປຶກສາພິເສດສໍາພັນທະມິດ ສະມາຊິກລັດ ຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ.

ບັນດາວິສາຫະກິດ ເຂດ Hokuriku (ຍີ່ປຸ່ນ) ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ບັນດາວິສາຫະກິດ ເຂດ Hokuriku (ຍີ່ປຸ່ນ) ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທີ່ການຕ້ອນຮັບ, ທ່ານ ຫວໍວັນເຖືອງ ຢັ້ງຢືນຄວາມຖືເປັນສໍາຄັນບົດບາດຂອງຍີ່ປຸ່ນ ໃນນະໂຍບາຍທາງການທູດຂອງຫວຽດນາມ; ຂອບໃຈລັດຖະບານ ແລະປະຊາ ຊົນຍີ່ປຸ່ນ ທີ່ໄດ້ໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ ຫວໍວັນເຖືອງ ຮັບຮູ້ບັນດາການປະກອບສ່ວນທີ່ຕັ້ງໜ້າ, ມີປະສິດທິຜົນຂອງທ່ານ Takebe Tsutomu ສໍາລັບການພົວພັນລະຫວ່າງສອງພັກ, ສອງລັດຖະບານ ແລະ ການພົບປະແລກປ່ຽນສະມາຊິກລັດຖະສະພາ, ປະຊາຊົນສອງປະເທດ; ທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາການເຄື່ອນໄຫວຕັ້ງໜ້າຂອງທ່ານ Takebe Tsutomu ໃນການຊຸກຍູ້ການຮ່ວມມືດ້ານສຶກສາ, ກໍ່ສ້າງ ແລະວັດທະນະທໍາ ລະຫວ່າງສອງຝ່າຍໃນໄລຍະຜ່ານມາ.

ຫວຽດນາມ-ຍີ່ປຸ່ນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ
ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Takebe Tsutomu ທີ່ປຶກສາພິເສດສໍາພັນທະມິດ ສະມາຊິກລັດ ຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ. TTXVN

ທ່ານ Takebe Tsutomu ກໍຕີລາຄາສູງການຟື້ນຟູເສດຖະກິດ ແລະວຽກງານ ປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ; ຖືວ່າ ສອງປະເທດ ມີຫຼາຍຈຸດຄ້າຍຄືກັນ; ພິເສດແມ່ນໃນຂົງເຂດວັດທະນະທໍາ; ພົບປະແລກປ່ຽນໃນ ຂົງເຂດສຶກສາ, ກໍ່ສ້າງ ແລະຮ່ວມມືດ້ານອອກແຮງງານຢ່າງດີງາມ.

ທ່ານ Takebe Tsutomu ແຈ້ງໃຫ້ທ່ານ ຫວໍວັນເຖືອງ ຊາບກ່ຽວກັບບາງ ເນື້ອໃນຮ່ວມມືສອງຝ່າຍຄື ໂຄງການມະຫາວິທະຍາໄລຫວຽດນາມ-ຍີ່ປຸ່ນ; ທ່ານສະແດງຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການຮ່ວມມືດ້ານກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີຄວາມເຂົ້າໃຈ ເຊິ່ງ ກັນແລະກັນລະຫວ່າງປະຊາຊົນສອງປະເທດຢ່າງແທດຈິງ.

ສອງຝ່າຍເນັ້ນໜັກວ່າ ປີ 2023, ພາຍຫຼັງສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດແມ່ນໂອກາດເພື່ອຕີລາຄາວິວັດການພັດທະນາ, ບັນດາຜົນງານ, ຄວາມສາມາດບົ່ມຊ້ອນ, ພ້ອມທັງວາງອອກບັນດາວິ ໄສທັດຍຸດທະສາດ, ການກໍານົດທິດໃຫຍ່ໃຫ້ການພົວພັນສອງປະເທດໃນ ໄລຍະໃໝ່; ຢັ້ງຢືນຈະພ້ອມກັນມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດ ທະສາດອັນເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ໃຫ້ພັດທະນາກວ່າອີກ ຜ່ານບັນດາການເຄື່ອນໄຫວ ຮ່ວມມືທີ່ລະອຽດ, ແທດຈິງ, ໄດ້ຮັບການສະໜັບ ສະໜູນຂອງປະຊາຊົນສອງປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.