ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດານມ​ຂອງ ຄູ​ສອນ ​ສ.ເກົາຫຼີ

12:54 | 09/03/2022

ຍ​ສໝ - Kim Jai-min, ຄູ​ສອນ​ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ Songdo ຢູ່ Inchoen (ປ​ະ​ເທດ​ ສ.ເກົາຫຼີ) ແມ່ນ​ຜູ້​ທີ່ມີ​ນ້ຳ​ໃຈ​ຕໍ່​ປະ​ເທ​ດ​ຊາດ ແລະ ຊາວ​ຫວຽດ​ນາມ. ຄູ​ໄດ້​ນຳ​ໃຊ້​ສີ​ນ້ຳ​ແຕ້ມ​ຄືນ​ບັນ​ດາ​ພາບ​ຖ່າຍ​ທີ່​ຕົນ​ເອງ​ຖ່າຍ​ໃນ​ການ​ທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ ໃນ​ໄລ​ຍະ 30 ປີ​ຜ່ານ​ມາ ແລະ ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ເພື່ອ​ແນະ​ນຳ​ໄປ​ຍັງ​ທຸກໆ​ຄົນ...

ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ
ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​​ຮັບ​ຊາວ​ຫວຽດ​ນາມ ຈາກ​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​​ຮັບ​ຊາວ​ຫວຽດ​ນາມ ຈາກ​ຢູ​ແກຼນ ກັບ​ເມືອ​ປະ​ເທດ​
ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດານມ​ຂອງ ຄູ​ສອນ ​ສ.ເກົາຫຼີ
Kim Jai-min, ຄູ​ສອນ​ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ Songdo ຢູ່ Inchoen (ພາບ: TTXVN)

ງານ​ວາງ​ສ​ະ​ແດງ​ພາບ​ແຕ້ມ​ສີ​ນ້ຳ​ກ່ຽວ​ກັບ​ຫວຽດ​ນາມ ຢູ່ Gallery Yeonjung ນະ​ຄອນ Incheon ລວມ​ມີ​ບັນ​ດາ​ພາບ​ແຕ້ມ​ວາດ​ພາບ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ແມ່​ນ້ຳ​ລຳ​ເຊ​ທາງ​ທິດ​ຕາ​ເວັນ​ຕົກ​ເຊິ່ງ​ຄູ​ສອນ ໄດ້​ແວ່​ຢາມ​ເປັນ​ເວ​ລາຫຼາຍ​ຄັ້ງ​ຄື: ມີ​ທໍ, ວິງ​ລອງ, ເກິ່ນ​ເທີ, ເຈົາ​ດົກ (ອາ​ນຢາງ). ພິ​ເສດ​ກ່​ວາ​ອີກ, ງານ​ວາງ​ສະ​ແດງ​ໄດ້​ດຳ​ເນີນ​ກົງ​ກັບ​ໂອ​ກາດ​ສອງ​ປະ​ເທດ ຫວຽດ​ນາມ ແລະ ສ.ເກົາຫຼີ ພວມ​ຕັ້ງ​ໜ້າ​ກະ​ກຽມ​ໃກ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (22 ທັນ​ວາ 1992 – 22 ທັນ​ວາ 2022).

ທ່ານ Kim Jai – Min ໃຫ້​ຮູ້​ວ່າ: “ນັບ​ແຕ່​ປີ 1993 ມາ​ຮອດ​ປັດ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ໄດ້​ມາ​ທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ ປະ​ມານ 30 ຄັ້ງ​ແລ້ວ ແລະ ຜ່ານ​ນັ້ນ​ກໍ່​ມີ​ເອກ​ະ​ສານ ກໍ່​ຄື​ຄວາມ​ຊົ​ງ​ຈຳ​ທີ່ສວຍງາມຫຼາຍ​ຢ່າງ​ກ່ຽວກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ຍິ່ງ​ໄປຫຼາຍ, ນ້ຳ​ໃຈ​ທີ່​ຂ້າ​ພະ​ເຈົ້າ​ສະ​ຫງວນ​ໃຫ້​ຫວຽດ​ນາມ ຍິ່ງ​ເລິກ​ເຊິ່ງ. 10 ປີ​ມາ​ນີ້, ຂ້າ​ພະ​ເຈົ້າ​ເລີ່ມ​ແຕ້ມ​ພາບ ແລະ ມີ​ແຫຼ່ງ​ບັນ​ດານ​ໃຈ​ຈາກ​ບັນ​ດາ​ພາບ​ຖ່າຍ​ໂດຍ​ຕົນ​ເອງ​ຖ່າຍ ແລະ ເປັນ​ຕົ້ນ​ແມ່ນ​ເພື່ອມອບ​ໃຫ້​ຊາວ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ ສ.ເກົາຫຼີ ດ້ວຍ​ຄວາມ​ຫວັງ​ຢາກ​ຊ່ວຍ​ເຂົາ​ເຈົ້າ, ພິ​ເສດ​ແມ່ນ​ແມ່​ຍິງ​ຫວຽດ​ນາມ ເອົາ​ຜົວ ​ສ.ເກົາຫຼີ ໄດ້ບັນ​ເທົາ​ຄວາມຄິດຮອດບ້ານ​ສ່ວນ​ໃດ​ສ່ວນ​ໜຶ່່ງ”.

ທ່ານ Kim Jai – Min ກໍ່​ເຂົ້າ​ຮ່ວມ​ການ​ແນະ​ນຳ​ກ່ຽວ​ກັບ​ຫວຽດ​ນາມ ໃນ​ໂຄງ​ການ “ສ​າ​ລະ​ຄະ​ດີ ການ​ທ່ອງ​ທ່ຽວ” ດ້ວຍ​ຫົວ​ຂໍ້ ໂລກ ຂອງ ສະ​ຖານ​ທີ່​ໂທ​ລະ​ພາບ EBS (ສ.ເກົາຫຼີ) ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ ຫວຽດ​ນາມ ແລະ ຮ່ວມ​ເປັນ​ຜູ້​ຂຽນ (ພ້ອມ​ກັບ​ທ່ານ​ສາດ​ສະ​ດາ​ຈານ Kim Young-sun ຂອງ ມະ​ຫາ​ວິ​ທະ​ຍາ​ໄລ Inha) ຂຽນ​ປຶ້ມ “ເລື່ອງ​ລາວ​ກ່ຽວ​ກັບ ຫວຽດ​ນາມ” (ພິມ​ຈຳ​ໜ່າຍ​ໃນ​ປີ 2015, ສຳ​ນັກ​ພິມ​ຈຳ​ໜ່າຍ Book Korea) ເຊິ່ງ​ປະ​ກອ​ບ​ສ່ວນ​ຊ່ວຍ​ໃຫ້​ຊາວ ​ສ​.ເກົາ​ຫຼີ ມີ​ເງື່ອນ​ໄຂ​ເພື່ອ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.