ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ

20:07 | 06/03/2022

ຍ​ສ​ໝ - ວັນ​ທີ 3 ມີ​ນາ, ລັດ​ຖະ​ບານ​ໄດ້​ລົງ​ນາມ​ຂໍ້​ຕົກ​ລົງ​ສະ​ບັບ​ເລກ​ທີ 24 ປະ​ກາດ​ໃຊ້ຂໍ້​ກຳ​ນົດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ.

ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ເພື່ອ​ຫັນ​ຄວາມຄາດ​ຫວັງ​ພັດ​ທະ​ນາປະ​ເທດ​ຊາດ​ໃຫ້ເຂັ້ມ​ແຂງ​ແຮງ​ກ້າ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ເພື່ອ​ຫັນ​ຄວາມຄາດ​ຫວັງ​ພັດ​ທະ​ນາປະ​ເທດ​ຊາດ​ໃຫ້ເຂັ້ມ​ແຂງ​ແຮງ​ກ້າ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ
ຫວຽດ​ນາມ - ເຢຍ​ລະ​ມັນ​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ ODA. ຫວຽດ​ນາມ - ເຢຍ​ລະ​ມັນ​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ ODA.
undefined
ລັດ​ຖະ​ບານ​ໄດ້​ລົງ​ນາມ​ຂໍ້​ຕົກ​ລົງ​ສະ​ບັບ​ເລກ​ທີ 24 ປະ​ກາດ​ໃຊ້ຂໍ້​ກຳ​ນົດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ. ພາບ: TTXVN

ຕາມ​ນັ້ນ​ແລ້ວ, ຂໍ້​ກຳ​ນົດນີ້​ໄດ້​ກຳ​ນົດ​ກ່ຽວ​ກັ​ບຫຼັກ​ການ, ໜ້າ​ທີ່, ສິດ​, ລະ​ບົບ​ການ​ເຮັດ​ວຽກ ແລະ ການ​ພົວ​ພັນ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງຊາດ ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ (ຕໍ່​ໄປ​ເອີ້ນ​ຫຍໍ້​ວ່າ ຄະ​ນະ​ກຳ​ມະ​ການ). ຂໍ້​ກຳ​ນົດ​ນີ້​ໄດ້​ນຳ​ໃຊ້​ສຳ​ລັບ​ບັນ​ດາ​ສະ​ມ​າຊິກ​ຄະ​ນະ​ກຳ​ມະ​ການ ແລະ ກຸ່ມ​ປະ​ຕິ​ບັດ​ການ​ໜູນ​ຊ່ວຍ​ຄະ​ນະ​ກຳ​ມະ​ການ (ຕໍ່​ໄປ​ເອີ​້ນ​ຫຍໍ​້​ວ່າ ກຸ່ມ​ປະ​ຕິ​ບັດ​ງານ).

ຄະ​ນະ​ກຳ​ມະ​ການ​ເຮັດ​ວຽກ​ປະ​ຊາ​ທິ​ປະ​ໄຕ, ເປີດ​ເຜີຍ ແລະ ໂດຍ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕັດ​ສິນ. ຄະ​ນະ​ກຳ​ມະ​ການ ແລະ ສະ​ມາ​ຊິກ​ຄະ​ນະ​ກຳ​ມ​ະ​ການ, ກຸ່ມ​ປະ​ຕິ​ບັດ​ງານ ແລະ ສະ​ມາ​ຊິ​ກ​ກຸ່ມ​ປະ​ຕິ​ບັດ​ງານ ເຮັດ​ວຽກ​ແທນ​ໜ້າ​ທີ່ຂອງ​ບັນ​ດາ​ອົງ​ການ, ໜ່ວຍ​ງານ ແລະ ການ​ນຳ​ບັນ​ດາ​ອົງ​ການ, ໜ່ວຍ​ງານໃນ​ລະ​ບົບ​ຄຸ​້ມ​ຄ​ອງ​ບໍ​ລິ​ຫານ​ແຫ່ງ​ລັດ. ຍົກ​ສູງ​ຄ​ວາມ​ຮັບ​ຜິດ​ຊອບ​ສ່ວນ​ຕົວ ຂອງ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ ແລະ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ທີ່​ໄດ້​ມອບ​ໝາຍ, ແກ້​ໄຂວຽກ​ງາມ​ຕາມ​ສິດ​ ແລະ ຄວາມ​ຮັບ​ຜິດ​ຊອບທີ່​ໄດ້​ມອ​ບ​ໝາຍ, ​ຖືກ​ຕ້ອງ​ຕາມ​ຂັ້ນ​ຕອນຂອງ​ກົດ​ໝາຍ ແລະ ຂໍ້​ກຳ​ນົດ​ຂອງຂໍ້​ກຳ​ນົດ​ກົດ​ລະ​ບ​ຽບ​ນີ້.

ຄະ​ນະ​ກຳ​ມະ​ການ​ອາດ​ຈະ​ເຮັດ​ວຽກ​ຕາມ​ບັນ​ດາ​ຮູບ​ແບບ​ຄືຈັດ​ຕັ້ງ​ວາ​ລະ​ກອງ​ປະ​ຊຸມ​ປະ​ຈຳ​ປີ, ກອງ​ປະ​ຊຸມ​ວິສາມັນ, ຈັດ​ຕັ້ງ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ ຫຼື​ ໃຫ້ຄຳ​ເຫັນ​ດ້ວຍ​ເອ​ກະ​ສານ.

ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ລົງ​ນາມ ແລະ ປ່ຽນແທນ​ໃຫ້ຂໍ້​ຕົກ​ລົງ​ສະ​ບັບ​ເລກ​ທີ 414 ຂອງ​ປະ​ທານ​ຄ​ະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ລັດ​ຖະ​ບານ​ເອກ​ເລັກ​ໂຕ​ນິກ​ ປະ​ກາດ​ໃຊ້ຂໍ້​ກຳ​ນົດການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.