ວົງ​ເງິນ​ການ​ຄ້າ​ຫວຽດນາມ - ອິນ​ເດຍ ບັນລຸ​ກວ່າ 13 ຕື້ USD

16:30 | 26/02/2022

ຍ​ສ​ໝ - ຕາມ​ຂໍ້​ມູນ​ຂອງ​ກົມ​ພາສີ​ຫວຽດນາມ, ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ​ໃນ​ປີ 2021 ​ບັນລຸ 13,2 ຕື້ USD, ​ເພີ່ມ​ຂຶ້ນ 36,5% ຈາກ 9,6 ຕື້ USD ​ໃນ​ປີ 2020.

ວົງ​ເງິນ​ການ​ສົ່ງ​ອອກ ນຳ​ເຂົ້າ​ບັນ​ລຸ 21,41 ຕື້ USD ໃນ​ 15 ວັນ ຕົ້ນ​ເດືອນ ກຸມ​ພາ ວົງ​ເງິນ​ການ​ສົ່ງ​ອອກ ນຳ​ເຂົ້າ​ບັນ​ລຸ 21,41 ຕື້ USD ໃນ​ 15 ວັນ ຕົ້ນ​ເດືອນ ກຸມ​ພາ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ນຳໃຊ້ເຕັກໂນໂລຢີທັນສະໄໝທີ່ສຸດແກ່ໂຄງການກັ່ນຕອງນ້ຳມັນ ທີ່ມີມູນຄ່າກວ່າ 5 ຕື້ USD ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ນຳໃຊ້ເຕັກໂນໂລຢີທັນສະໄໝທີ່ສຸດແກ່ໂຄງການກັ່ນຕອງນ້ຳມັນ ທີ່ມີມູນຄ່າກວ່າ 5 ຕື້ USD
ວົງ​ເງິນ​ການ​ຄ້າ​ຫວຽດນາມ - ອິນ​ເດຍ ບັນລຸ​ກວ່າ 13 ຕື້ USD
ພາບ​ປະ​ກອບ: moit.gov.vn

ຕາມ​ສຳນັກງານ​ການ​ຄ້າ​ຫວຽດນາມ​ປະຈຳ​ອິນ​ເດຍ​ແລ້ວ, ​ໃນ​ຈຳນວນ​ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ​ໃນ​ປີ 2021, ອິນ​ເດຍ​ສົ່ງ​ອອກ 6,95 ຕື້ USD (​ເພີ່ມ​ຂຶ້ນ 56%, ​ເທົ່າ​ກັບ 2,5 ຕື້ USD ​ເມື່ອ​ທຽບ​ໃສ່​ປີ 2020), ຫວຽດນາມ​ສົ່ງ​ອອກ 6,25 ຕື້ USD (ເພີ່ມຂຶ້ນ 20%, ເທົ່າກັບ 1 ຕື້ເມື່ອທຽບໃສ່ປີ 2020), ຫວຽດນາມ ຂາດດຸນ 691 ລ້ານ USD; ຂະນະ​ທີ່​ໃນ​ປີ 2020, ຫວຽດນາມ ມີ​ຍອດ​ມູນ​ຄ່າ​ເກີນ​ດຸນ 799 ລ້ານ USD.

ສະເພາະເດືອນ ທັນວາ 2021, ວົງເງິນນໍາເຂົ້າ ແລະ ສົ່ງອອກບັນລຸ 1,135 ຕື້ USD, ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ເດືອນ ພະຈິກ 2021, ແລະ ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ມູນຄ່າການສົ່ງອອກຂອງອິນເດຍ ໄປຍັງ ຫວຽດນາມ ບັນລຸ 577 ລ້ານ USD, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ເດືອນ ພະຈິກ 2021 ​ແລະ ​ເພີ່ມ​ຂຶ້ນ 37% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020.

ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ​ໄປ​ອິນ​ເດຍບັນລຸ 557 ລ້ານ USD, ​ເພີ່ມ​ຂຶ້ນ 1,1% ​ເມື່ອ​ທຽບ​ໃສ່​ເດືອນ​ພະຈິກ 2021 ​ແລະ ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ວົງ​ເງິນ​ການ​ຄ້າ​ເກີນ​ດຸນ​ບັນລຸ 19 ລ້ານ USD, ​ອຽງໄປທາງ​ອິນ​ເດຍ.

ສິນຄ້າບາງປະເພດສົ່ງອອກຈາກຫວຽດນາມ ໄປອິນເດຍ ດ້ວຍອັດຕາການເຕີບໂຕຢ່າງແຮງໃນຕະຫຼອດປີ 2021 (ທຽບກັບປີ 2020) ລວມມີ: ວັດຖຸດິບປະເພດທາດອ່ອນໜຽວ ເພີ່ມຂຶ້ນ 231%; ສານເຄມີເພີ່ມຂຶ້ນ 162%; ຢາງພາລາ ເພີ່ມຂຶ້ນ 138%; ຖ່ານຫີນເພີ່ມຂຶ້ນ 128%. ການສົ່ງອອກໂທລະສັບມືຖື ແລະ ອາໄຫຼ່ ສືບຕໍ່ມີວົງເງິນສົ່ງອອກຫຼາຍກວ່າໝູ່ກວ່າ 1,28 ຕື້ USD, ກວມເອົາປະມານ 21% ຂອງມູນຄ່າການສົ່ງອອກສິນຄ້າຈາກຫວຽດນາມ ໄປອິນເດຍ; ການສົ່ງອອກສິນຄ້າອື່ນໆບັນລຸ 877 ລ້ານ USD, ກວມເອົາ 14% ຂອງມູນຄ່າການສົ່ງອອກທັງໝົດ; ການ​ສົ່ງ​ອອກ​ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕຣ​ນິກ ແລະ ອາໄຫຼ່ ​ບັນ​ລຸ 828 ລ້ານ USD, ກວມ​ເອົາ 13%.

ບັນດາ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຈາກ​ອິນ​ເດຍ​ໄປ​ຫວຽດນາມ​ກວມ​ອັດຕາ​ສ່ວນ​ຫຼາຍ​ໃນ​ເດືອນ​ທັນວາ 2021, ລວມມີ: ​ເຫລັກ, ​ເຫລັກກ້າ ​ແລະ ຜະລິດ​ຕະພັນ​ຈາກ​ເຫຼັກ​ກ້າ (116 ລ້ານ​ໂດ​ລາ​ສະຫະລັດ, ຫຼຸດ​ລົງ 9% ​ເມື່ອ​ທຽບ​ໃສ່​ເດືອນ​ພະຈິກ 2021); ໂລຫະ (37 ລ້ານໂດລາ, ເພີ່ມຂຶ້ນ 20%); ຝ້າຍ (35 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 37%); ເຄື່ອງຈັກ ແລະ ອາໄຫຼ່ (31 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 9%); ວັດຖຸດິບການຢາ ແລະ ຢາ (28,5 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 55%); ອາຫານທະເລ (26,9 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 21%).

​ໃນ​ຕະຫຼອດ​ປີ 2021, ການ​ສົ່ງ​ອອກ​ເຫຼັກ​ກ້າ​ທຸກ​ປະ​ເພດ​ມີ​ຍອດ​ມູນ​ຄ່າ​ເກືອບ 1,4 ຕື້ USD, ກວມ​ປະມານ 20% ຍອດ​ມູນ​ຄ່າ​ສົ່ງ​ອອກ​ສິນຄ້າ​ຈາກ​ອິນ​ເດຍ​ໄປ​ຫວຽດນາມ.

ການສົ່ງອອກເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະ ອາໄຫຼ່ອື່ນໆ ບັນລຸ 428 ລ້ານ USD, ກວມເອົາ 6,2% ຂອງມູນຄ່າການສົ່ງອອກທັງໝົດ; ການສົ່ງອອກໂລຫະທົ່ວໄປອື່ນໆບັນລຸ 405 ລ້ານໂດລາສະຫະລັດ, ກວມເອົາ 5,8%.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.