ສ.​ເກົາຫຼີ ໜູນ​ຊ່ວຍ​ບັນດາ​ໂຄງການ​ລ້ຽງ​ສິນ​ໃນ​ນ້ຳ​ຢູ່ ຫວຽດນາມ ຜ່ານທຶນ ODA

11:45 | 24/02/2022

ຍສໝ - ​ໃນ​ຂອບ​ເຂດແຫຼ່ງທຶນ ODA, ສ.​ເກົາຫຼີ ຈະ​ຊຸກຍູ້​ໂຄງການ​ນຳ​ໃຊ້ປ່າ​ຊາຍ​ເລນ​ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ຫວຽດນາມ ​ແລະຖ່າຍທອດ​ເຕັກ​ໂນ​ໂລຢີ​ທີ່​ກ່ຽວຂ້ອງ​ເພື່ອ​ລ້ຽງ​ບັນດາສັດທະເລ (ກຸ້ງ, ກງ, ປູ...).

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022

ກະຊວງ​ມະຫາ​ສະໝຸດ ​ແລະສິນໃນນໍ້າ ສ.​ເກົາຫຼີ (MOF) ຈະ​ຊຸກຍູ້​ໂຄງການ​ຮ່ວມ​ມື​ດ້ານ​ເຕັກນິກ​ປີທີ 1 ​ເພື່ອ​ຍົກ​ສູງ​ສະມັດຕະພາບການປູກລ້ຽງ​ສິນ​ໃນ​ນ້ຳ​ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຫວຽດນາມ ຜ່ານ​ທຶນຊ່ວຍເຫຼືອພັດທະນາ​​ເປັນ​ທາງ​ການ (ODA).

ສ.​ເກົາຫຼີ ໜູນ​ຊ່ວຍ​ບັນດາ​ໂຄງການ​ລ້ຽງ​ສິນ​ໃນ​ນ້ຳ​ຢູ່ ຫວຽດນາມ ຜ່ານທຶນ ODA

ສ.​ເກົາຫຼີ ໜູນ​ຊ່ວຍ​ບັນດາ​ໂຄງການ​ລ້ຽງ​ສິນ​ໃນ​ນ້ຳ​ຢູ່ ຫວຽດນາມ ຜ່ານທຶນ ODA. ພາບ: TTXVN

ນີ້​ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື​ລະຫວ່າງ​ຂະແໜງສົມທົບກັບບັນດາ​ຄວາມ​ມານະພະ​ຍາ​ຍາມ​ຟື້ນ​ຟູ​ປ່າ​ຊາຍ​ເລນ​ເຊິ່ງກົມ​ປ່າ​ໄມ້ ສ.ເກົາຫຼີ ພວມ​ປະ​ຕິ​ບັດ (ໃນ​ເນື້ອ​ທີ່ 330 ເຮັກຕາ ແຕ່​ປີ 2020 – 2024 ດ້ວຍ​ງົບ​ປະ​ມານ 4,5 ຕື້​ວອນ (ເກືອບ 4 ລ້ານ​ສະຫະລັດ) ໂດຍວິຊາການປູກລ້ຽງ​ສິນ​ໃນ​ນ້ຳ​ຈາກ​ກະ​ຊວງ​ເສດຖະກິດ ແລະ ການເງິນ ສ.ເກົາຫຼີ (MOEF).

ທ່ານ Kim Hyun-Tae ຫົວໜ້າ​ພະແນກນະ​ໂຍບາຍ​ຮ່ວມ​ມື​ສາກົນ​ຂອງ MOEF ​ໃຫ້​ຮູ້​ວ່າ: “ນີ້​ແມ່ນ​ໂຄງການ ODA ​ທຳ​ອິດ​ຂອງ ສ.​ເກົາຫຼີ ​ເພື່ອ​ສະສົມ​ເຕັກນິກ​ການ​ປູກລ້ຽງ ​ແລະ ປູກປ່າ​ໄມ້​ທີ່​ກ້າວໜ້າ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ນີ້ບໍ່​ພຽງ​ແຕ່​ຈະ​ຟື້ນ​ຟູ​ການ​ຜະລິດ​ສິນ​ໃນ​ນ້ຳຂອງ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດຜະລິດອາຫານ​ລ້ຽງ​ສິນ​ໃນ​ນ້ຳ ​ແລະ ຮາກຖານປູກລ້ຽງສິນ​ໃນ​ນ້ຳຂອງ ສ.​ເກົາຫຼີ ແຊກຊຶມເຂົ້າຕະຫຼາດຕ່າງປະເທດອີກດ້ວຍ".

ບູນມີ

ເຫດການ
302 Found

Found

The document has moved here.