ແຂວງ ຕວຽນ​ກວາງ, ຫວຽດ​ນາມ ກະ​ກຽມ​​ຈັດ​ງານ​ບຸນບາ​ລູນ ​ສາ​ກົນ

07:38 | 16/02/2022

ຍ​ສ​ໝ - ເພື່ອກະກຽມໃຫ້ແກ່ງານບຸນ ບາລູນສາກົນ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ແຂວງ ຕວຽນກວາງ ໃນວັນທ້າຍເດືອນ ມີນາ 2022, ໃນລະຫວ່າງວັນທີ 12 – 13 ກຸມພາ, ບໍລິສັດ Ballooning Media ຈຳກັດ ໄດ້ຈັດການບິນທົດລອງບາລູນຢູ່ເທິງທ້ອງຟ້າແຂວງ ຕວຽນກວາງ.

ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ໜັງ​ສື​ພິມ ສິງ​ກະ​ໂປ: ຫວຽດ​ນາມ ພວມ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ “​ເສືອ​ໃໝ່​ຂອງ ອາ​ຊີ” ໜັງ​ສື​ພິມ ສິງ​ກະ​ໂປ: ຫວຽດ​ນາມ ພວມ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ “​ເສືອ​ໃໝ່​ຂອງ ອາ​ຊີ”
ແຂວງ ຕວຽນ​ກວາງ, ຫວຽດ​ນາມ ກະ​ກຽມ​​ຈັດ​ງານ​ບຸນບາ​ລູນ ​ສາ​ກົນ
ພາບ​ປະ​ກອບ: TTXVN

ເພື່ອກະກຽມໃຫ້ແກ່ງານບຸນ ບາລູນສາກົນ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ແຂວງ ຕວຽນກວາງ ໃນວັນທ້າຍເດືອນ ມີນາ 2022, ໃນລະຫວ່າງວັນທີ 12 – 13 ກຸມພາ, ບໍລິສັດ Ballooning Media ຈຳກັດ ໄດ້ຈັດການບິນທົດລອງບາລູນຢູ່ເທິງທ້ອງຟ້າແຂວງ ຕວຽນກວາງ.

ສອງສະຖານທີ່ທີ່ຜັນຂະຫຍາຍການບິນທົດລອງບາລູນ ແມ່ນສະໜາມຫຼວງ ຫງວຽນເຕິດແທັ່ງ (ນະຄອນ ຕວຽນກວາງ) ແລະ ສະໜາມກິລາຢູ່ບ້ານ ນ່າຕົງ, ຕາແສງ ເທື້ອງເລິມ, ເມືອງ ເລິມບິ່ງ.

ພາຍຫຼັງບິນທົດລອງ, ບໍລິສັດ Ballooning Media ຈຳກັດ ຈະເຮັດວຽກກັບການນຳແຂວງ ຕວຽນກວາງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຕວຽນກວາງ ເພື່ອຕົກລົງເປັນເອກະພາບກ່ຽວກັບວັນເວລາ, ສະຖານທີ່ ແລະ ຂອບຂະໜາດຈັດງານບຸນບາລູນສາກົນ. ຄາດວ່າ ຈະມີບາລູນ ປະມານ 15 ໜ່ວຍ ທີ່ມາຈາກບັນດາປະເທດເຂົ້າຮ່ວມງານບຸນດັ່ງກ່າວ.

ບຸນ​ຄົງ

ເຫດການ