ວັດ​ເຮືອງ ຈະ​ຕ້ອນ​ຮັ​ບ​ແຂກ​ທ່ອງ​ທ່ຽວ​ນັບ​ແຕ່​ວັນ​ທີ 16 ກຸມ​ພາ

19:16 | 10/02/2022

ຍສ​ໝ - ວັນ​ທີ 8 ກຸມ​ພາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ມີ​ເອ​ກະ​ສານ​ເຫັນດີຕໍ່ກັບ​ຂໍ້​ສະ​ເໜີ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ໝີ​ດຶກ ກ່ຽວ​ກັບ​ການ​ເປີດ​ປະ​ຕູ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ມາ​ຍັງ​ວັດ​ເຮືອງ.

ການ​​ເຄື່ອນ​ໄຫວທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່ຟົດ​ຟື້ນຫຼາຍ​ຂຶ້ນ ການ​​ເຄື່ອນ​ໄຫວທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່ຟົດ​ຟື້ນຫຼາຍ​ຂຶ້ນ
ເຮືອນທີ່​ມີ​ວັດຖຸ​ບູຮານ​ຫຼາຍ​ຢ່າງ​ໃນ​ສະຕະວັດ​ທີ 16 ຢູ່​ເມືອງ​ບາດ​ຈ່າງ ເຮືອນທີ່​ມີ​ວັດຖຸ​ບູຮານ​ຫຼາຍ​ຢ່າງ​ໃນ​ສະຕະວັດ​ທີ 16 ຢູ່​ເມືອງ​ບາດ​ຈ່າງ
ວັດ​ເຮືອງ ຈະ​ຕ້ອນ​ຮັ​ບ​ແຂກ​ທ່ອງ​ທ່ຽວ​ນັບ​ແຕ່​ວັນ​ທີ 16 ກຸມ​ພາ
ພາບ​ປະ​ກອບ: baohoabinh.com.vn

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ວັນ​ທີ 16 ກຸມ​ພາ, ເຂດມໍ​ລະ​ດົກ​ທັດ​ສະ​ນີ​ຍະ​ພາບ ເຮືອງ​ເຊີນ (ວັດ​ເຮືອງ) ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ຄືນ​ໃໝ່​ພາຍຫຼັງ​ຢຸດ​ຕິ​ມາ​ເປັນ​ເວ​ລາຫຼາຍ​ວັນ ເພື່ອປ້ອງ​ກັນ​ຕ້ານ​ໂຄວິດ - 19. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ມອບ​ໃຫ້​ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ, ສົມ​ທົບ​ກັບ​ພະ​ແນກ​ການ​ແພດ ແນະ​ນຳ​ເມືອງ ໝີ​ດຶກ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ, ປ້ອງ​ກັນ, ຕ້ານ​ພະ​ຍາດ​ໂຄວິດ - 19 ຮັບ​ປະ​ກັນ​ຕາມ​ຂໍ້​ກຳ​ນົດ.

ຕາມ​ຄະ​ນະ​ພັກ​ເມືອງ​ໝີ​ດຶກ​ແລ້ວ, ບົນ​ພື້ນ​ຖານ​ສະ​ພາບ​ການ​ພະ​ຍາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ນະ​ຄອນ ແລະ ເມືອງ ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ພື້ນ​ຖານ​ແລ້ວ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ຄວາມປອດໄພຢູ່​ຂັ້ນ 1. ປະ​ຕິ​ບັດ​ການ​ຮັບ​ມື​ຢ່າງ​ໄຫວ​ພິບ, ຮັບ​ປະ​ກັນ​ເປົ້າ​ໝາຍ​ຄວບ​ຄູ່, ພ້ອມ​ກັບ​ຄວາມ​ມຸ່ງຫວັງ​ຂອງ​ປ​ະ​ຊາ​ຊົນ​ຕາ​ແສງ ເຮືອງ​ເຊີນ ແລະ ແຂກ​ທ່ອງ​ທ່ຽວ​ທຸກ​ສາ​ລະ​ທິດ, ຄຳ​ເຫັນ​ຂອງ ພະ​ມະ​ຫາ​ອາ​ການ ວັດ​ເຮືອງ ຢາກ​ເປີດ​ປະ​ຕູ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ, ບູ​ຊາ​ພະ​ພຸດ​ທະ​ເຈົ້າ ຍາມ​ຕົ້ນ​ປີ​ໃໝ່​ຢູ່​ເຂດ​ມໍ​ລະ​ດົກ.

ການ​ນຳ​ເມືອງ ໝີ​ດຶກ ​ກໍ່​ໃຫ້​ຮູ້​ວ່າ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ​ຂອງ​ນະ​ຄອນ ເພື່ອ​ຕີ​ລາ​ຄາ​ສະ​ພາບ​ການ. ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ​, ພະ​ແນກ​ສາ​ທາ​ລະ​ນະ​ສຸກ ໄດ້ເຫັນດີ​ກັບ​ທັດ​ສະ​ນະ​ຂອງ​ເມືອງ​ກ່ຽວ​ກັບ​ການ​ເປີດ​ປະ​ຕູ​ເຂດ​ມໍ​ລະ​ດົກ​ປະ​ຫວັດ​ສາດ ແລະ ທິດ​ວັດ​ທຳ​ມະ​ຊາດ ເຮືອງ​ເຊີນ​ ຕາມ​ວິ​ທີ​ການ ນັບ​ແຕ່​ວັນ​ທີ 11 – 15 ກຸມ​ພາ, ຜັນ​ຂະ​ຫຍາຍ​ວຽກ​ງານ​ກະ​ກຽມ​ກຳ​ລັງ​ເພື່ອ​ຕີ​ລາ​ຄາ, ຖ​ອດ​ຖອນ​ບົດ​ຮຽນ, ປະ​ສົບ​ການ ແລະ ປະ​ຕິ​ບັດ​ຮັບ​ແຂກ​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການນັບ​ແຕ່​ວັນ​ທີ 16 ກຸມ​ພາ (ກົງ​ກັບ​ວັນ​ທີ 16 ເດືອນຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ປີ 2022).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.