ລັດຖະບານ ສ.ເກົາຫຼີ ຮັບຮອງເອົາຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

08:42 | 24/10/2018

ຖະແຫຼງການຮ່ວມ ພຽງຢາງ ບໍ່ຕ້ອງມີຄວາມເຫັນດີເຫັນພ້ອມຂອງສະພາແຫ່ງຊາດ ເພື່ອໄດ້ຮັບການໃຫ້ສັດຕະຍາບັນ, ຍ້ອນມີຂໍ້ຕົກລົງກວມລວມແມ່ນດີກ່ວາ ແມ່ນຂໍ້ຕົກລົງ Panmunjom

ລັດຖະບານ ສ.ເກົາຫຼີ ຮັບຮອງເອົາຂໍ້ຕົກລົງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae–in ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: AP)

ວັນທີ 23 ຕຸລາ, ລັດຖະບານ ສ.ເກົາຫຼີ ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງສັນຕິພາບທີ່ລົງນາມໃນການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae–in ແລະ ການນຳ ສປປ.ເກົາຫຼີ Kim Jong-un ເມື່ອເດືອນ ກັນຍາ ຜ່ານມາຢູ່ ພຽງຢາງ. ຕາມຂັ້ນຕອນ, ພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນແລ້ວ, ເອກະສານສະບັບນີ້ ຈະໄດ້ຍື່ນສະເໜີຕໍ່ທ່ານປະທານາທິບໍດີ Mon Jae-in ເຊັນໃຫ້ສັດຕະຍາບັນ.

ການກະທຳດັ່ງກ່າວ ໄດ້ດຳເນີນໄປພາຍຫລັງກະຊວງກົດໝາຍລັດຖະບານ ສ.ເກົາຫຼີ ສະຫລຸບວ່າ ຖະແຫຼງການຮ່ວມ ພຽງຢາງ ບໍ່ຕ້ອງມີຄວາມເຫັນດີເຫັນພ້ອມຂອງສະພາແຫ່ງຊາດ ເພື່ອໄດ້ຮັບການໃຫ້ສັດຕະຍາບັນ, ຍ້ອນມີຂໍ້ຕົກລົງກວມລວມແມ່ນດີກ່ວາ ແມ່ນຂໍ້ຕົກລົງ Panmunjom, ເຊິ່ງການນຳ 2 ປະເທດໄດ້ລົງນາມໃນການພົບປະສຸດຍອດເມື່ອເດືອນ ເມສາ, ພວມໃນວິວັດການໃຫ້ສັນຕະຍາບັນຈາກອົງການລັດຖະບັນຍັດ.

ແລະກໍ່ໃນວັນທີ 23 ຕຸລາ, ລັດຖະບານ ສ.ເກົາຫຼີ ໄດ້ຮັບຮອງເອົາຂໍ້ຕົກລົງການທະຫານທີ່ບັນລຸໄດ້ໃນການພົບປະສຸດຍອດເມື່ອເດືອນ ກັນຍາ ຜ່ານມາ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.