ຫວຽດນາມ: ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020

10:38 | 30/03/2021

ຍສໝ - ໃນໄລຍະບຸນເຕັດປີສະຫຼູ 2021, ຫວຽດນາມ ໄດ້ສົ່ງອອກສິນຄ້າໄປຍັງ 80 ຕະຫຼາດ ແລະນໍາເຂົ້າສິນຄ້າຈາກ 57 ປະເທດ, ເຂດແຄ້ວນ.

ຫວຽດນາມ ຍອດມ ນຄ າສ ນຄ າສ ງອອກ ນ າເຂ າຂອງທ ວປະເທດບ ນລ 1 67 ຕ ໂດລາສະຫະລ ດ ເພ ມຂ ນ 53 ເມ ອທຽບໃສ ໄລຍະບ ນເຕ ດປ ຊວດ 2020 ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ
ຫວຽດນາມ ຍອດມ ນຄ າສ ນຄ າສ ງອອກ ນ າເຂ າຂອງທ ວປະເທດບ ນລ 1 67 ຕ ໂດລາສະຫະລ ດ ເພ ມຂ ນ 53 ເມ ອທຽບໃສ ໄລຍະບ ນເຕ ດປ ຊວດ 2020 ບັນ​ດາ​ການ​ເຄື່ອນ ເພື່ອຕ້ອນຮັບບຸນ​ເຕັດ​ຂອງ ນັກສຶກສາຫວຽດນາມ ປະ​ຈຳ ອົດສະຕາລີ
ຫວຽດນາມ ຍອດມ ນຄ າສ ນຄ າສ ງອອກ ນ າເຂ າຂອງທ ວປະເທດບ ນລ 1 67 ຕ ໂດລາສະຫະລ ດ ເພ ມຂ ນ 53 ເມ ອທຽບໃສ ໄລຍະບ ນເຕ ດປ ຊວດ 2020
ປີ 2021, ກະຊວງອຸດສາຫະກໍາ ແລະການຄ້າ ຫວຽດນາມ ໄດ້ວາງເປົ້າໝາຍຍອດວົງເງິນສົ່ງອອກຈະເພີ່ມຂຶ້ນປະມານ 5% ເມື່ອທຽບໃສ່ປີ 2020. ພາບປະກອບ

ໃນໄລຍະບຸນເຕັດປີສະຫຼູ 2021 ຜ່ານມາ, ຫວຽດນາມ ໄດ້ສົ່ງອອກສິນຄ້າໄປຍັງ 80 ຕະຫຼາດ ແລະນໍາເຂົ້າສິນຄ້າຈາກ 57 ປະເທດ, ເຂດແຄ້ວນ. ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020; ໃນນັ້ນການສົ່ງອອກສິນຄ້າບັນລຸ 0,73 ຕື້ໂດລາສະຫະລັດ, ກວມເອົາ 44% ຍອດມູນຄ່າສົ່ງອອກ-ນຳເຂົ້າ, ເພີ່ມຂຶ້ນ 79%.

ພາຍຫຼັງ ໄລຍະຜັກງານບຸນຕ້ອນຮັບບຸນປີໃໝ່ປະຈຳຊາດປີສະຫຼູ 2021, ວັນທີ 17 ກຸມພາ 2021, ມີວິສາຫະກິດຫຼາຍແຫ່ງໄດ້ເລີ່ມເຄື່ອນໄຫວການຜະລິດມື້ທຳອິດຂອງປີໃໝ່ ເພື່ອຮັບໃຊ້ຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກ. ທ່ານ ເຈື່ອງຕຽນຢຸ້ງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດຳເນີນທຸລະກິດສິນໃນນ້ຳ ແລະ ສິນທະເລ ໄຊງ່ອນ ໃຫ້ຮູ້ວ່າ: ໃນມື້ເຮັດວຽກທຳອິດຂອງປີໃໝ່ ທາງບໍລິສັດໄດ້ຜະລິດງວດສິນຄ້າທຳອິດສົ່ງອອກໄປຍັງຕະຫຼາດ ອັງກິດ ແລະ ສ.ເກົາຫຼີ. ນອກຈາກນັ້ນ, ທາງບໍລິສັດກໍຍັງປຸງແຕ່ງຜະລິດຕະພັນຕ່າງໆເພື່ອຮັບໃຊ້ຕະຫຼາດພາຍໃນ.

ສະມາຄົມຂະແໜງຕ່ຳແຜ່ນຂອງຫວຽດນາມ ໄດ້ຕັ້ງເປົ້າໝາຍການສົ່ງອອກແຜ່ນແພ-ເສື້ອຜ້າອາພອນໃນປີ 2025 ໃຫ້ບັນລຸເຖິງ 55 ຕື້ໂດລາສະຫະລັດ. ໃນນັ້ນ, ຜະລິດຕະພັນຕົ້ນຕໍລວມມີ: ຜະລິດຕະພັນປະເພດເສັ້ນໃຍທຸກປະເພດບັນລຸ 4.000 ໂຕນ, ຜ້າແພ 3.500 ລ້ານແມັດກ້ອນ, ຜະລິດຕະພັນຕັດຍິບຫຼາຍກວ່າ 8.500 ລາຍການ. ສ່ວນມູນຄ່າເກີນດຸນການຄ້າເຖິງປີ 2025 ຈະສູ້ຊົນໃຫ້ບັນລຸ 33 ຕື້ໂດລາສະຫະລັດ, ການຈະເລີນເຕີບໂຕສະເລ່ຍໃນໄລຍະປີ 2021-2025 ປະມານ 11,6%.

ຕາມກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລ້ວ, ປີ 2020, ການສົ່ງອອກຂອງຫວຽດນາມ ຍັງຄົງບັນລຸລະດັບເຕີບໂຕທາງບວກ, ຄາດວ່າວົງເງິນສົ່ງອອກບັນລຸເກືອບ 281,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2019. ປີ 2021, ກະຊວງອຸດສາຫະກໍາ ແລະການຄ້າ ຫວຽດນາມ ໄດ້ວາງເປົ້າໝາຍຍອດວົງເງິນສົ່ງອອກຈະເພີ່ມຂຶ້ນປະມານ 5% ເມື່ອທຽບໃສ່ປີ 2020 ແລະການສົ່ງອອກສືບຕໍ່ເກີນດຸນ. ນັບແຕ່ເມື່ອສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ມີຜົນສັກສິດ, ມີຫຼາຍຜະລິດຕະພັນກະເສດຂອງຫວຽດນາມ ຄື: ສິນໃນນ້ຳ, ໝາກພິກໄທ, ຢາງພາລາ ແລະ ເຂົ້າສານ ທີ່ສົ່ງອອກໄປຍັງ ໂຮນລັງ ໄດ້ເພີ່ມຂຶ້ນຢ່າງແຮງ. ຕາມການສະຖິຕິແລ້ວ, ພາຍຫຼັງສັນຍາ EVFTA ໄດ້ຮັບການປະຕິບັດ, ການສົ່ງອອກສິນໃນນ້ຳໄດ້ເພີ່ມຂຶ້ນ 20,2%; ໝາກພິກໄທເພີ່ມຂຶ້ນ 20,9%; ຢາງພາລາເພີ່ມຂຶ້ນ 11,9% ແລະ ພິເສດແມ່ນເຂົ້າສານໄດ້ເພີ່ມຂຶ້ນ 83,7%.

ຫວຽດນາມ ຍອດມ ນຄ າສ ນຄ າສ ງອອກ ນ າເຂ າຂອງທ ວປະເທດບ ນລ 1 67 ຕ ໂດລາສະຫະລ ດ ເພ ມຂ ນ 53 ເມ ອທຽບໃສ ໄລຍະບ ນເຕ ດປ ຊວດ 2020 ຫວຽດນາມ ເນັ້ນໜັກເຖິງບົດບາດຂອງກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ

ຍ​ສ​ໝ - ກອງປະຊຸມເພື່ອແລກປ່ຽນທັດສະນະ, ບູລິມະສິດແລະຄວາມຄາດຫວັງຂອງ UNCTAD ກ່ອນກອງປະຊຸມ UNCTAD ຄັ້ງທີ 15 (UNCTAD-15) ເຊິ່ງ​ຈະຈັດຕັ້ງໃນຕົ້ນເດືອນຕຸລາປີ 2021 ຢູ່ Barbados, ທະເລ Caribbean.

ຫວຽດນາມ ຍອດມ ນຄ າສ ນຄ າສ ງອອກ ນ າເຂ າຂອງທ ວປະເທດບ ນລ 1 67 ຕ ໂດລາສະຫະລ ດ ເພ ມຂ ນ 53 ເມ ອທຽບໃສ ໄລຍະບ ນເຕ ດປ ຊວດ 2020 ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງຕໍາຫຼວດຈີນ ບັນລຸໄດ້ໝາກຜົນທີ່ແທດຈິງ

ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເອກະສານນິຕິກໍາວ່າດ້ວຍຊາຍແດນ ແລະບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຢ່າງເຂັ້ມງວດ...

ຫວຽດນາມ ຍອດມ ນຄ າສ ນຄ າສ ງອອກ ນ າເຂ າຂອງທ ວປະເທດບ ນລ 1 67 ຕ ໂດລາສະຫະລ ດ ເພ ມຂ ນ 53 ເມ ອທຽບໃສ ໄລຍະບ ນເຕ ດປ ຊວດ 2020 ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.