ຜົນການສົ່ງອອກຢາງພາລາຂອງຫວຽດນາມໄປປະເທດຈີນປີ 2021

06:30 | 07/01/2022

ຍ​ສ​ໝ - ຕາມ​ການລາຍ​ງານ​ຂອງກົມ​ສົ່ງ​ອອກ​ນຳ​ເຂົ້າ (ກະ​ຊວງ​ອຸດ​ສະ​ຫະ​ກຳ​ການ​ຄ້າ), ເຖິງ​ແມ່ນ​ວ່າ​ລາ​ຄາ​ຍາງ​ພາ​ລາຫຼຸດ​ອ່ອນ​ລົງ ແຕ່​ການ​ສົ່ງ​ອອກ​ຢາງ​ພາ​ລາ ປີ 2021 ຍັງ​ຄົງ​ເພີ່ມ​ຂຶ້ນ​ໂດຍ​ອາ​ໄສກຳ​ລັງ​ແຮງ​ຊື້​ອັນ​ໃຫຍ່​ຈາກ​ຕະຫຼາດ​ປະ​ເທດ​ຈີນ.

ລາຄາຢາງພາລາສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 30% ລາຄາຢາງພາລາສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 30%
ສາມຊາດອາຊຽນຫຼຸດການສົ່ງອອກຢາງພາລາ ສາມຊາດອາຊຽນຫຼຸດການສົ່ງອອກຢາງພາລາ
ຜົນການສົ່ງອອກຢາງພາລາຂອງຫວຽດນາມໄປປະເທດຈີນປີ 2021
ພາບປະກອບ: haiquanonline

ຕາມ​ຕົວ​ເລກສະ​ຖິ​ຕິ​ຂອງ​ກົມ​ໃຫຍ່​ພາ​ສີ, ໃນ 11 ເດືອນ​ຂອງ​ປີ 2021 ປະ​ເພດ​ຢາງ​ພາ​ລາ​ຊະ​ນິດ​ຕ່າງໆ​ທີ່​ສົ່ງ​ອອກ​ສ່ວນຫຼາຍ​ລ້ວນ​ແຕ່​ເພີ່ມ​ຂຶ້ນທຽບ​ກັບ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2020. ໃນ​ນັ້ນ ການ​ສົ່ງ​ອອກ​ໄປ​ປະ​ເທດ​ຈີນກວມ 99,4% ປະ​ລິ​ມານສ່ວນປະ​ສົມຢາງ​ພາ​ລາ​ທຳ​ມະ​ຊາດ​ທັງ​ໝົດ ແລະ ຢາງ​ພາ​ລາ​ສັງ​ເຄາະ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ, ບັນ​ລຸ 1,05 ລ້ານ​ໂຕ່ນ, ມູນ​ຄ່າ 1,74 ຕື້ ໂດ​ລາ USD, ເພີ່ມ​ຂຶ້ນ 6,7% ທາງ​ດ້ານ​ປະ​ລິ​ມານ ແລະ ເພີ່ມ​ຂຶ້ນ 31,9% ທາງ​ດ້ານ​ມູນ​ຄ່າ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2020.

ທີ່​ໜ້າ​ສົ​ນ​ໃນ​ແມ່ນ​ລາ​ຄາ​ການ​ສົ່ງ​ອອກ​ສະ​ເລັ່ຍ​ປະ​ເພດ​ຢາງ​ພາ​ລາ​ຕ່າງໆ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2020, ຍົກ​ເວັ້ນ​ຢາງ​ພາ​ລາ​ສັງ​ເຄາະ​ທີ່​ມີ​ລາ​ຄາ​ສົ່ງ​ອອກ​ສະ​ເລັ່ຍຫຼຸດ​ລົງ.

ປະ​ເທດ​ຈີນ​ປັດ​ຈຸ​ບັນ​ເປັນ​ຕະຫຼາດ​ທີ່​ຮັບ​ຊື້​ຢາງ​ພາ​ລາ​ໃຫຍ່​ສຸດ​ຂອງ​ຫວຽດ​ນາມ. ຕາມ​ຕົວ​ເລກສະ​ຖິ​ຕິຂອງ​ອົງ​ການ​ພາ​ສີ​ປະ​ເທດ​ຈີນ, ໃນ​ 11 ເດືອນ ຂອງ​ປີ 2021 ນັ້ນ ມູນ​ຄ່າ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຂອງ​ປະ​ເທດ​ຈີນ​ບັ​ນ​ລຸ 11,35 ຕື້​ໂດ​ລາ USD, ເພີ່ມ​ຂຶ້ນ 16,2% ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2020.​

ຫວຽດ​ນາມ​ເປັນ​ຕະຫຼາດ​ທີ່​ສະ​ໜອງ​ຢາງ​ພາ​ລາ​ໃຫຍ່​ອັນ​ດັບ 2 ໃຫ້​ແກ່​ປະ​ເທດ​ຈີນ​ດ້ວຍ​ມູນ​ຄ່າ​ການ​ຊື້​ຂາຍ​ບັນ​ລຸ 2 ຕື້ USD, ເພີ່ມ​ຂຶ້ນ 32,2% ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2020.

ສ່ວນ​ແບ່ງ​ຕະຫຼາດ​ຢາງ​ພາ​ລາ​ຫວຽດ​ນາມ​ໃນ​ມູນ​ຄ່າ​ການ​ນຳ​ເຂົ້າ​ທັງ​ໝົດ​ຂອງ​ປະ​ເທດ​ຈີນ​ໃນ 11 ເດືອນ ຂອງ​ປີ 2021 ກວມ 17,7%, ເພີ່ມ​ຂຶ້ນ​ທຽບ​ກັບ​ລະ​ດັບ 15,5% ຂອງ 11 ເດືອນ​ໃນ​ປີ 2020.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.